ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຂ່າວນອງນັນ ກ່ຽວກັບ ຢາວັກຊີນ ຢູ່ຈີນ ເຮັດໃຫ້ ປະຊາຊົນ ບໍ່ພໍໃຈ


ນາງພະຍາບານຈີນ ຊັກຢາວັກຊີນ ໃຫ້ຊາຍຄົນນຶ່ງ ທີ່ໂຮງໝໍ
ເມືອງ Hefei ໃນແຂວງ Anhui ທາງພາກຕາເວັນອອກຂອງຈີນ. (10 ພະຈິກ 2009)​
ນາງພະຍາບານຈີນ ຊັກຢາວັກຊີນ ໃຫ້ຊາຍຄົນນຶ່ງ ທີ່ໂຮງໝໍ ເມືອງ Hefei ໃນແຂວງ Anhui ທາງພາກຕາເວັນອອກຂອງຈີນ. (10 ພະຈິກ 2009)​

ຈີນ ໄດ້​ປະກາດ​ວ່າ ຈະ​ເພີ້ມຄວາມ​ເຄັ່ງ​ຄັດ ​ສຳລັບ​ກົດ​ລະບຽບ
ກ່ຽວ​ກັບ​ຢາ​ວັກ​ຊີ​ນທີ່​ຈີນ​ຜະ​ລິດ​ຂຶ້ນ​ເອງເພື່ອ​ຄ້ຳປະກັນ​ປະສິດ
ທິຜົນ​ຂອງ​ຢາ​ດັ່ງກ່າວຫຼັງ​ຈາກ​ໄດ້ເກີດ​ຂ່າວ​ນອງ​ນັນ​ທີ່​ເຜີຍ​ແບ​
ໃຫ້​ເຫັນ​ເຖິງ​ຊ່ອງ​ໂຫວ່ ຂອງ​ກົດ​ລະບຽບ​ກ່ຽວ​ກັບ​ການຄຸ້ມ​ຄອງ​
ຢາ​ວັກ​ຊີ​ນ.

ຂ່າວ​ນອງ​ນັນ​ແມ່ນ​ພົວພັນ​ກັບ ​ການ​ຂາຍ​ຢາ​ວັກ​ຊີ​ນ ທີ່​ບໍ່​ໄດ້ມີ
ການ​ເກັບ​ຮັກສາ ​ໄວ້​ໃນ​ຕູ້​ເຢັນ ຢ່າງ​ເໝາະ​ສົມ ​ໃນ​ມູນ​ຄ່າ 47
​ລ້ານ 6 ​ແສນ​ໂດ​ລາແບບ​ຜິດ​ກົດໝາຍຊຶ່ງອາດ​ໄດ້​ມີ​ການຊັກ
​ໃຫ້​ພວກ​ເດັກນ້ອຍ​ຫລາຍ​ລ້ານ​ຄົນ ຢູ່​ໃນ 24 ​ແຂວງ​ຂອງ​ຈີນ​
ນັບ​ແຕ່​ປີ 2011 ​ເປັນຕົ້ນມາ ອີງ​ຕາມ​ອົງການ​ຄຸ້ມ​ຄອງ​ອາຫານ​
ແລະ​ຢາ​ຂອງ​ຈີນ

​ເຈົ້າໜ້າ​ທີ່​ໄດ້​ຍື່ນ​ຟ້ອງ 69​ ຄະ​ດີ ຕໍ່​ກຸ່ມ​ຄ້າ​ຢາ ​ຕາມ​ທີ່​ມີ​ການ​ກ່າວ​ຫາ ແລະ​ຕຳຫຼວດ​ໄດ້​ຈັບ​
ຜຸູ້ຕ້ອງ​ສົງ​ໄສ​ຫຼາຍກວ່າ 130 ຄົນ ​ຮວມທັງ​ຫົວໜ້າບົງ​ການ ​ແມ່ຍິງຄົນ​ນຶ່ງ​ທີ່​ມີນາມສະກຸນ​
ວ່າ ປາງ​ ຈາກ​ແຂວງ Shandong ທາງ​ພາກ​ຕາ​ເວັນ​ອອກ ສຽງ​ເໜືອ​ຂອງ​ປະ​ເທດ.

ນາງ​ປາງ​ ​ໄດ້​ຖືກ​ພົບ​ເຫັນ​ວ່າ ​ມີ​ຄວາມ​ຜິດ ກ່ຽວ​ກັບ​ໂທດ​ທີ່​ຄ້າຍຄື​ກັນນີ້ ​ແຕ່​ໄດ້​ຖືກ​ຕັດສິນ​
ໃຫ້ຝາກ​ໂທດ​ໄວ້ ຊຶ່ງ​ເຮັດ​ໃຫ້​ນາງ​ມີ​ໂອກາດ​ກະທຳ​ຄວາມ​ຜິດ​ຕື່ມ​ອີກ ອີງຕາມ​ອົງການ​ຄຸ້ມ​
ຄອງ​ລະບຽບ​ການ​ຂອງ​ຈີນ.

XS
SM
MD
LG