ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວອຸສເບັກກິສຖານ ໄວ້ອາໄລ ໃຫ້ແກ່ ປະທານາທິບໍດີ Karimov


ປະຊາຊົນພາກັນຖືດອກໄມ້ ຂະນະທີ່ຢືນເລາະຕາມແຄມທາງ ທີ່ຂະບວນສົ່ງສະການຂອງປະທານາທິບໍດີ ຈະຜ່ານກາຍໄປ. (3 ກັນຍາ 2016)
ປະຊາຊົນພາກັນຖືດອກໄມ້ ຂະນະທີ່ຢືນເລາະຕາມແຄມທາງ ທີ່ຂະບວນສົ່ງສະການຂອງປະທານາທິບໍດີ ຈະຜ່ານກາຍໄປ. (3 ກັນຍາ 2016)

ປະຊາຊົນ​ຈຳນວນ​ຫຼາຍໆ​ພັນ​ຄົນ ​ໄດ້​ພາກັນ​ລຽນ​ແຖວ​ໃນ​ວັນ​ເສົາ​ມື້ນີ້ ​ທີ່​ນະຄອນ Tash- kent ​ເມືອງ​ຫຼວງຂອງ Uzbekistan ​ເພື່ອ​ໄປສະ​ແດງ​ການ​ໄວ້ອາ​ໄລ ​ເປັນເທື່ອ​ສຸດ​ທ້າຍ​ໃຫ້​ແກ່​ທ່ານ Islam Karimov ຜູ້ນຳ​ທີ່​ປົກຄອງ​ປະ​ເທດ​ມາ​ເປັນ​ເວລາ​ດົນ​ນານ​ ​ໃນ​ຂະນະ​ທີ່​ຂະ​ບວນ​ສົ່ງສະການ​ຂອງ​ທ່ານ​ຜ່ານ​ໄປ.

ສົບ​ຂອງ​ທ່ານ Karimov ຈະ​ຖືກ​ນຳ​ໄປ​ຝັງ​ທີ່​ເມືອງ Samarkand ຊຶ່ງ​ເປັນ​ຫົ​ວ​ເມືອງ​ສາຍ​ ໄໝ​ໃນ​ສະ​ໄໝ​ໂບຮານ ອັນ​ເປັນ​ບ່ອນ​ກຳ​ເນີ​ດຂອງ​ທ່ານ​.

ລັດຖະບານ​ໄດ້​ປະກາດ​ກ່ຽວ​ກັບ​ການ​ເຖິງ​ແກ່​ອະສັນ​ຍະ​ກຳ​ຂອງ​ຜູ້ນຳ​ຜະ​ເດັດ​ການ ​Ka- rimov ໃນ​ວັນ​ສຸກ​ວານ​ນີ້​ເຮັດ​ໃຫ້ການ​ຄາດ​ຄະ​ເນ​ຕ່າງໆກ່ຽວ​ກັບ​ວ່າ​ທ່ານ​ຍັງມີ​ຊີວິດຢູ່​ຫລື ບໍ່ຫຼັງ​ຈາກ​ໄດ້​ເປັນ​ລົມ​ສາລະ​ບາດຫຼືສຕຣົກ. ​ເຈົ້າໜ້າ​ທີ່ Uzbekistan ກ່າວ​ວ່າ ຜູ້ນຳ​ອາຍຸ 78 ປີ​ໄດ້​ຢູ່​ໃນ​ອາການ​ສະຫຼົບ​ ມາ​ໄ​ດ້ຫຼາຍມື້​ແລ້ວ. ​ທ່ານ​ໄດ້ເຖິງ​ແກ່​ອະສັນ​ຍະ​ກຳ​ນຶ່ງ​ມື້ຫຼັງ​ຈາກ​ປະ​ເທດ​ໃນ​ເຂດ​ເອ​ເຊຍ​ກາງ​ດັ່ງກ່າວ​ສະຫຼອງວັນ​ເອກ​ກະລາດ.

ທ່ານ Karimov ​ໄດ້​ປົກຄອງ​ປະ​ເທດ​ມາ​ເປັນ​ເວລາ​ດົນ​ກວ່າ 25 ປີ.

ລູກ​ສາວ​ຫລ້າ​ຂອງ​ທ່ານ​ Karimov ນາງ Lola Karimova-Tillyaeva ​ໄວ້ອາ​ໄລ​ໃຫ້​ແກ່​ບິດາ​ຂອງ​ນາງໂດຍ​ສົ່ງ​ຂໍ້ຄວາມຜ່ານ​ທາງ​ອິນ​ເຕີ​ແນັດ​ວ່າ “ທ່ານ​ໄດ້​ຈາກ​ພວກ​ເຮົາ​ໄປ​ແລ້ວ ຂ້ອຍ​ກຳລັງ​ດີ້ນຮົນ​ຊອກ​ຫາ​ຄຳ​ເວົ້າຢູ່. ຂ້ອຍ​ເອງ​ກໍ​ບໍ່​ເຊື່ອເຊັ່ນ​ດຽວ​ກັນ.

ນາງ​ໄດ້​ຂຽນ​ລົງ​ ທາງ​ເຟສບຸກ​ ເປັນ​ພາສາ Uzbekistan ວ່າ “ຂໍ​ໃຫ້​ພະ​ເຈົ້າ ຈົ່ງ​ສະ​ແດງ​ຄວາມ​ເມດ​ຕາ​ກະລຸ​ນາ​ຕໍ່​ທ່ານດ້ວຍ”. ການ​ສົ່ງ​ຂ່າວ​ຂອງ​ນາງ ​ແມ່ນ​ໄດ້​ຮັບ​ການ​ຕອບ​ຮັບ ຈາກ​ຫລາຍໆ​ພັນ​ຄົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG