ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຳ​ປັ່ນ ບັນທຸກ​ເຮືອບິນ USS Ronald Reagan ເດີນທາງ ໄປເຖິງ ຍີ່ປຸ່ນ


ລູກເຮືອ ຂອງກຳ​ປັ່ນ ບັນທຸກ​ເຮືອບິນ USS Ronald Reagan ທີ່ໃຊ້ພະລັງນິວເຄລຍ ກັບຄືນມາພົບກັບຄອບຄົວ ທີ່ແສນຮັກຂອງຜູ້ກ່ຽວ ໃນເວລາເດີນທາງໄປເຖິງ ທ່າເຮືອ ປະຈຳການ ຢູ່ທີ່ຖານທັບເຮືອ Yokosuka ຂອງສະຫະລັດ ທາງພາກໃຕ້ຂອງໂຕກຽວ, ວັນພະຫັດ ທີ 1 ຕຸລາ 2015.
ລູກເຮືອ ຂອງກຳ​ປັ່ນ ບັນທຸກ​ເຮືອບິນ USS Ronald Reagan ທີ່ໃຊ້ພະລັງນິວເຄລຍ ກັບຄືນມາພົບກັບຄອບຄົວ ທີ່ແສນຮັກຂອງຜູ້ກ່ຽວ ໃນເວລາເດີນທາງໄປເຖິງ ທ່າເຮືອ ປະຈຳການ ຢູ່ທີ່ຖານທັບເຮືອ Yokosuka ຂອງສະຫະລັດ ທາງພາກໃຕ້ຂອງໂຕກຽວ, ວັນພະຫັດ ທີ 1 ຕຸລາ 2015.

ນຶ່ງ​ໃນກຳ​ປັ່ນບັນທຸກ​ເຮືອບິນ ​ທີ່​ທັນ​ສະ​ໄໝ​ທີ່​ສຸດ ຂອງສະຫະລັດ
​ໄດ້​ເຂົ້າຈອດ​ຢູ່​ເມືອງທ່າປະຈຳການແຫ່ງໃໝ່ໃນ​ຍີ່ປຸ່ນ ອັນ​ເປັນ​
ສັນຍານຫຼ້າສຸດ ຂອງ​ສາຍສຳພັນ​ທາງ​ທະຫານ​ທີ່ລົງເລີກຕື່ມຂຶ້ນ
​ລະຫວ່າງ ວໍ​ຊິງ​ຕັນ ​ແລະ ​ໂຕ​ກຽວ.

​ກຳ​ປັ່ນບັນທຸກເຮືອບິນພະລັງ​ນິວ​ເຄລຍ USS Ronald Reagan
​ໄດ້​ຖືກ​ຕ້ອນຮັບ​ໂດຍ ບັນດາ​ເຈົ້າໜ້າ​ທີ່​ຍີ່ປຸ່ນ ​ໃນ​ຂະນະ​ທີ່​ເດີນທາງ
ໄປ​ເຖິງ​ເມືອງທ່າ​ Yokosuka ​ໃນ​ວັນ​ພະຫັດ​ມື້​ນີ້ ນຶ່ງ​ມື້ ກ່ອນ​ກຳນົດ.

ຢູ່​ທີ່​ພິທີ​ຕ້ອນຮັບນັ້ນ ລັດຖະມົນຕີກອງທັບ​ເຮືອ ທ່ານ Ray
Mabus ​ໄດ້​ກ່າວ​ວ່າ ​ເນື້ອ​ໄນ ​ແລະ ສັນຍາ​ລັກ ຂອງ​ການ​ມີໜ້າ​ຂອງກຳ​ປັ່ນ ບັນທຸກ​ເຮືອ
ບິນນີ້ “​ແມ່ນ​ບໍ່​ສາມາດ ​ເວົ້າ​ເກີນ​ຄວາມ​ເປັນ​ຈິງ​ໄດ້.”

​ກຳ​ປັ່ນ USS Ronald Reagan ​ແມ່ນ​ນຶ່ງ​ຈຳນວນທັງໝົດ 10 ລຳ​ຂອງກຳ​ປັ່ນບັນທຸກ
ເຮືອບິນລຸ້ນ Nimitz ທີ່​ມີ​ຢູ່​ໃນ​ປັດຈຸບັນ​ນີ້. ກຳປັ່ນດັ່ງກ່າວແມ່ນມາແທນກຳ​ປັ່ນ USS George Washington ຊຶ່ງ​ກຳລັງມຸ້ງ​ໜ້າ​ກັບ​ຄືນ​ສູ່​ສະຫະລັດ ​ເພື່ອຮັບ​ການ​ບຳລຸງ​ສ້ອມ​ແປງ ​ແລະຍົກ​ລະດັບຕ່າງ​ໆ.

​ໃນ​ຖະ​ແຫລ​ງການສະບັບ​ນຶ່ງ ລັດຖະມົນ​ຕີຕ່າງ​ປະ​ເທດຍີ່ປຸ່ນ ​ໄດ້​ຕ້ອນຮັບການ​ເດີນທາງ
​ໄປ​ເຖິງ ຂອງກຳ​ປັ່ນບັນທຸກ​ເຮືອບິນ ​ໂດຍ​ກ່າວ​ວ່າ ມັນ​ຈະ “ປະ​ກອບ​ສ່ວນ​ເຂົ້າ​ໃນ
ຄວາມ​ໝັ້ນຄົງ ຂອງ​ຍີ່ປຸ່ນ ​ແລະ ຮັກສາ​ໄວ້​ຊຶ່ງ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ຂອງ​
ຂົງ​ເຂດ.”

ກຸ່ມ​ຕ່າງໆ​ຢູ່ໃນ​ທ້ອງ​ຖິ່ນ ​ໄດ້​ສະ​ແດງ​ການ​ຄັດຄ້ານ ຕໍ່​ການ​ມີໜ້າຂອງ ກຳ​ປັ່ນດັ່ງກ່າວ. ​ໃນ​ວັນ​ພະຫັດ​ມື້​ນີ້ ພວກ​ປະ​ທ້ວງ​ຈຳນວນ​ນຶ່ງ ຢູ່​ໃນ​ເຮືອ​ນ້ອຍ ໄດ້ແລ່ນເຂົ້າໄປຄຽງ ​ກຳ​ປັ່ນລົບ​
ທີ່ໃຫຍ່​ໂຕມະ​ໂຫລານ ​ໂດຍຕິດ ປ້າຍ​ທີ່​ອ່ານ​ວ່າ “​ເຈົ້າບໍ່​ຍິນ​ດີ​ຕ້ອນ​ຮັບ​ຢູ່​ແຫ່ງ​ນີ້.”

​ປະ​ຊາ​ຊົນ​ໃນ​ທ້ອງ​ຖິ່ນ​ຈຳນວນນຶ່ງ ​ໄດ້​ຕໍ່ຕ້ານ ເປັນ​ເວລາ​ດົນ​ນານ​ມາ​ແລ້ວ ຕໍ່ການ​ເປັນ​ພັນທະ​ມິດດ້ານ​ການ​ປ້ອງ​ກັນປະເທດ ລະຫວ່າງ​ສະຫະລັດ ​ແລະ ຍີ່​ປຸນ ຊຶ່ງ​ໄດ້​ມີ ທະຫານ​ອາ​ເມຣິກັນ ​ເກືອບ 50,000 ຄົນ ​ແລະ ອາວຸດຍຸດ​ໂທ​ປະກອນຕ່າງໆ ​ທີ່​ແພງ​ທີ່​ສຸດ​ຂອງ​ວໍຊິງ​ຕັນ ປະຈຳການ​ ຢູ່​ໃນ​ປະ​ເທດຍີ່ປຸ່ນນັ້ນ.

Japan US Military
please wait
Embed

No media source currently available

0:00 0:00:57 0:00

XS
SM
MD
LG