ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຊ ຮັກສາຄວາມປອດໄພ ພາຍໃນ ສຫລ ເລີ້ມຕົ້ນ ພິມລາຍມື ຂອງພວກອົບພະຍົບ


ພວກຜູ້ຊາຍຈຳນວນນຶ່ງ ກຳລັງແຖນວດ ສີແຂ້ວຢູ່ ແລະ ກຽມໂຕ ສຳລັບ ກິດຈະກຳປະຈຳວັນ ຢູ່ທີ່ສູນອົບພະຍົບ ໃນເກາະ ນາອູຣູ, ວັນທີ 21 ກັນຍາ 2001.
ພວກຜູ້ຊາຍຈຳນວນນຶ່ງ ກຳລັງແຖນວດ ສີແຂ້ວຢູ່ ແລະ ກຽມໂຕ ສຳລັບ ກິດຈະກຳປະຈຳວັນ ຢູ່ທີ່ສູນອົບພະຍົບ ໃນເກາະ ນາອູຣູ, ວັນທີ 21 ກັນຍາ 2001.

ບັນດາເຈົ້າໜ້າທີ່ ກະຊວງຮັກສາຄວາມປອດໄພພາຍໃນ ຂອງສະຫະລັດ ມີກຳນົດຈະ
ເລີ້ມຕົ້ນ ພິມລາຍມືພວກອົບພະຍົບ ທີ່ຖືກຄວບຄຸມຢູ່ໃນສອງເກາະ ໃນມະຫາສະໝຸດ
ປາຊີຟິກ.

ລາຍລະອຽດດ້ານຊີວະພາບຈາກພວກອົບພະຍົບດັ່ງກ່າວ ຈະຖືກລວບລວມເອົາໄວ້
ສຳລັບພວກທີ່ຈະຜ່ານການສຳພາດ ແລະ ກວດສຸຂະພາບນຳ.

ປະເທດອອສເຕຣເລຍ ຈ່າຍເງິນໃຫ້ແກ່ ເກາະ ນາອູຣູ ແລະ ປາປົວນິວກີເນຍ ເພື່ອໃຫ້
ທີ່ພັກອາໄສ ແກ່ພວກທີ່ສະແຫວງຫາການຂໍລີ້ໄພ ຈຳນວນ 2,000 ຄົນ ເຊິ່ງສະພາບ
ການເປັນຢູ່ຂອງພວກເຂົາເຈົ້າ ຢູ່ທີ່ເກາະດັ່ງກ່າວ ຕົກເປັນເລື່ອງທີ່ຖືກຕ້ອງຕິ ຈາກ
ບັນດາອົງການປົກປ້ອງສິດທິມະນຸດ.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ລັງເລໃຈ ທີ່ຈະຮັບເອົາພວກອົບພະຍົບ
ພາຍໃຕ້ຂໍ້ຕົກລົງທີ່ໄດ້ລົງນາມ ໂດຍປະທານາທິບໍດີ ຄົນກ່ອນ ຄືທ່ານບາຣັກ ໂອບາມາ
ແລະ ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ Malcolm Turnbull. ເຖິງຢ່າງໃດກໍຕາມ
ທ່ານທຣຳ ກໍກ່າວວ່າ ສົນທິສັນຍານີ້ ເປັນ “ຂໍ້ຕົກລົງທີ່ໂງ່ຈ້າ.”

ທ່ານທຣຳ ກ່າວວ່າ ພວກຄົນເຂົ້າເມືອງທັງຫຼາຍ ບັດນີ້ ຈະຕ້ອງໄດ້ຖືກ “ກວດກາຢ່າງ
ລະອຽດ ທີ່ສຸດ”
ກ່ອນທີ່ພວກເຂົາເຈົ້າ ຈະໄດ້ຮັບອະນຸຍາດ ເຂົ້າມາໃນສະຫະລັດ
ແຕ່ອັນທີ່ຈະຕິດຕາມມາພາຍຫຼັງທັງຫຼາຍ ແລະ ວ່າ ຈະໃຊ້ເວລາດົນປາໃດ ນັ້ນ ແມ່ນຍັງບໍ່ຈະແຈ້ງເທື່ອ.

US Australia Refugees
please wait
Embed

No media source currently available

0:00 0:00:52 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG