ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄະນະຜູ້ແທນຂັ້ນສູງລາວ ຢ້ຽມຢາມສະຫະລັດ


ທ່ານທອງລຸນ ສີສຸລິດ ລັດຖະມຸນຕີການຕ່າງປະເທດ ສປປລາວ ທ່ີກຳລັງຢ້ຽມຢາມ
ສະຫະລັດຢ່າງເປັນທາງການ ໃນລະຫວ່າງ ວັນທີ 12 ຫາ 14 ກໍລະກົດ 2010
ທ່ານທອງລຸນ ສີສຸລິດ ລັດຖະມຸນຕີການຕ່າງປະເທດ ສປປລາວ ທ່ີກຳລັງຢ້ຽມຢາມ ສະຫະລັດຢ່າງເປັນທາງການ ໃນລະຫວ່າງ ວັນທີ 12 ຫາ 14 ກໍລະກົດ 2010

ຄະນະຜູ້ແທນລະດັບສູງຂອງ ສປປ ລາວ ພາຍໃຕ້ການນຳພາຂອງລັດຖະມົນ ຕີການຕ່າງປະເທດເລີ້ມການຢ້ຽມຢາມ

ສະຫະລັດຢ່າງເປັນທາງການເທື່ອທຳອິດ ໃນວັນຈັນມື້ນີ້.ຮອງນາຍົກລັດຖະມົນຕີແລະລັດຖະມົນຕີການຕ່າງປະເທດ ສປປ ລາວ
ພະນະ ທ່ານທອງລຸນ ສີສຸລິດກ່າວຕໍ່ VOA ກ່ຽວກັບການຢ້ຽມຢາມ ຂອງພະນະທ່ານ ແລະຄະນະ ຊຶ່ງຈະມີຂຶ້ນໃນລະຫວ່າງ
ວັນທີ 12 ຫາ 14 ກໍລະກົດນີ້ວ່າ:

"ສຽງ"

ພະນະທ່ານທອງລຸນ ມີໝາຍກຳນົດທີ່ຈະພົບປະກັບລັດຖະມົນຕີການຕ່າງປະ ເທດສະຫະລັດ ທ່ານນາງຮິລລາຣີ ຄລິນຕັນ
ໃນວັນອັງຄານ ມື້ອື່ນ ນອກນັ້ນ ພະນະທ່ານຍັງເວົ້າວ່າ ພະນະທ່ານຈະໄດ້ໄປຢ້ຽມຢາມ ປະທານທະນາຄານ ໂລກ ແລະ
ໄປປະຖະກະຖາ ທີ່ສະພາການຄ້າສະຫະລັດ-ອາຊ່ຽນ.

ຕິດຕາມພະນະທ່ານທອງລຸນໃນຄັ້ງນີ້ ກໍມີເຈົ້າໜ້າທີ່ຂັ້ນສູງ ຂອງກະຊວງການ ຕ່າງປະເທດ ເຈົ້າໜ້າທີ່ຈາກກະຊວງແຜນການ ແລະການລົງທຶນ ແລະປະທານ ສະພາການຄ້າແລະອຸສາຫະກຳຂອງລາວນຳດ້ວຍ. ໃນແລງວັນທິດມື້ວານນີ້ ພະນະທ່ານທອງລຸນ ໄດ້ພົບປະແລະກ່າວຊີ້ແຈງກ່ຽວກັບ ການພັດທະນາສ້າງສາຢູ່ລາວ ໃຫ້ແກ່ຊາວລາວຈຳນວນນຶ່ງ
ທີ່ມາຈາກຫຼາຍໆລັດ ໄດ້ຟັງ ຢູ່ທີ່ສະຖານທູດລາວ ໃນກຸງວໍຊິງຕັນ.

ການຢ້ຽມຢາມ ດັ່ງກ່າວນີ້ ແມ່ນເປັນການຢ້ຽມຢາມ ສະຫະລັດ ເທື່ອທຳອິດ ຂອງເຈົ້າໜ້າທີ່ອະວຸໂສຂອງລາວ ນັບແຕ່ໄດ້ມີການ ປ່ຽນແປງການປົກຄອງ ໃນປີ 1975. ຄວາມສຳພັນສອງຝ່າຍເຖິງແມ່ນບໍ່ເຄີຍຖືກຕັດ ແຕ່ກໍມີຄວາມເຄັ່ງຕຶງຢູ່ຊົ່ວໄລຍະນຶ່ງ ແຕ່ ໃນໄລຍະສອງສາມປີມານີ້ໄດ້ດີຂຶ້ນເປັນລຳດັບ. ພະນະທ່ານທອງລຸນເວົ້າວ່າ ການຢ້ຽມຢາມຄັ້ງນີ້ ແມ່ນເປັນພາກສ່ວນນຶ່ງ ໃນ ການສະຫຼອງການສ້າງຄວາມສຳພັນຄົບຮອບ 55 ປີລະຫວ່າງລາວກັບສະຫະ ລັດ.

XS
SM
MD
LG