ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຈີນຕັດສິນໂທດ ນັກທໍລະນີວິທະຍາ ອະເມຣິກັນ


ຈີນ​ໄດ້​ຕັດສິນ​ລົງ​ໂທດ​ນັກ​ທໍລະນີວິທຍາ​ອະ​ເມຣິກັນ​ຄົນ​ນຶ່ງ​ໃຫ້​ຈຳ​ຄຸກ 8 ປີ​ ຫລັງ​ຈາກ​ກັກ​ຂັງ​ຜູ້ກ່ຽວ​ມາ​ເປັນ​ເວລາດົນ​ກວ່າ 2 ປີ​ເຄິ່ງ ​ໃນ​ຂໍ້​ຫາ​ຖານ​ລັກຂະ​ໂມ​ຍ​ຄວາມ​ລັບ​ຂອງ​ລັດ.

ສານ​ປະຊາຊົນ​ຊັ້ນ​ກາງ​ນຳ​ເບີ​ນຶ່ງ​ຂອງ​ກຸງ​ປັກ​ກິ​ງ​ ໄດ້​ຕັດສິນ​ໂທດ​ທ່ານ Xue Fen​g ວັຍ 44 ປີ​ ສັນຊາດ​ອະ​ເມຣິກັນ​ ​ໃນ​ຂໍ້​ຫາ​ລັກລອບຄ້າ ຂາຍ​ຄວາມ​ລັບ​ຂອງ​ລັດ ໃນ​ວັນ​ຈັນ​ມື້​ນີ້ ຊຶ່ງ​ເປັນ​ເວລາ 1 ປີຫລັງ​ຈາກເລີ່​ມດຳ​ເນີນ​ຄະດີ​ຜູ້ກ່ຽວ​ ​ແລະ​ປະມານ 6 ​ເດືອນ​ຫລັງ​ຈາກ​ຜູ້ກ່ຽວໄປ​ຂຶ້ນ​ສານ​ຄັ້ງ​ຫລ້າ​ສຸດ. ນອກ​ນັ້ນ ທ່ານ Xue ຍັງ​ຖືກ​ປັບ​ໄໝ​ເປັນ​ເງິນ​ ເກືອບ 3 ໝື່ນ​ດອນ​ລາ.

ທ່ານ Xue ​ຊຶ່ງເກີດ​ທ່ີ​ປະ​ເທດ​ຈີນ ຖືກ​ຈັບ​ກຸມ​ໃນ​ທ້າຍ​ປີ 2007 ຫລັງ​ ຈາກ​ທຳ​ການ​ເຈລະຈາ​ກັນ​ເລື້ອງ​ການ​ຂາຍ​ຖານ​ຂໍ້​ມູນ ​ກ່ຽວ​ກັບອຸດສາຫະ ກຳ​ນ້ຳມັນ​ໃຫ້​ນາຍ​ຈ້າງ​ຂອງທ່ານ​ ​ໃນ​ເວລາ​ນັ້ນ ຄືບໍລິສັດ​ທ່ີ​ປຶກສາ HIS ທ່ີ​ມີ​ສຳນັກງານ​ໃຫຍ່​ຕັ້ງ​ຢູ່​ໃນ​ລັດ Colorado ທ່ີສະຫະລັດ.

ພວກ​ທະນາຍຄວາມ​ຂອງຜູ້ກ່ຽວ​ເວົ້າ​ວ່າ​ ໃນ​ລະຫວ່າງ​ການ​ຄຸມ​ຂັງ​ນັ້ນ ທ່ານ Xue ​ໄດ້​ຖືກ​ທໍລະມານ​ ແລະ​ທາງ​ການ​ຈີນ​ກໍ​ໄດ້​ກວດກາເບິ່ງ​ຈົດ ໝາຍ​ຕ່າງໆ​ຈາກ​ພັນ​ລະ​ຍາ​ຂອງ​ທ່ານ ຊຶ່ງ​ເປັນ​ຄົນ​ອະ​ເມຣິກັນ​ເຊື້ອສາຍ​ຈີນ​ເຊັ່ນ​ກັນ ​ປັດຈຸບັນ​ນີ້​ອາ​ໄສ​ຢູ່​ໃນ​ລັດ Texas ​ໃນ​ພາກຕາ​ເວັນ​ຕົກ​ ສຽງ​ໃຕ້​ຂອງ​ສະຫະລັດ.

ບັນດາ​ເຈົ້າ​ໜ້າ​ທ່ີ​ສະຫະລັດ​ໄດ້​ກ່າວວ່າ ປະທານາທິບໍດີ​ໂອ​ບາ​ມາ​ໄດ້ຍົກ​ເລື້ອງຂອງ​ທ່ານ Xue ຂຶ້ນ​ມາ​ໂອ້​ລົມ​ ກັບ​ເຈົ້າ​ໜ້າ​ທ່ີ​ຈີນ​ໃນ​ລະຫວ່າງ​ ການ​ຢ້ຽມຢາມ​ຈີນ​ຂອງ​ທ່ານ ​ໃນ​ເດືອນ​ພະຈິກ​ປີ​ແລ້ວ​ນີ້.

XS
SM
MD
LG