ລິ້ງ ສຳຫລັບເຂົ້າຫາ

ລາຍງານປະຈຳປີຂອງ ກະຊວງຕ່າງປະເທດ ສຫລ ວ່າດ້ວຍການຄ້າມະນຸດ ກ່ຽວກັບລາວ ຕອນທີ 1

  • Phaysarn Vorachak

ລັດຖະມົນຕີກະຊວງຕ່າງປະເທດສະຫະລັດ ທ່ານນາງ Hilary Clinton ຍົກປືມລາຍງານ ວ່າດ້ວຍການຄ້າມະນຸດ ປະຈຳປີ 2012 ໃຫເບິ່ງ ທີ່ກະຊວງການຕ່າງປະເທດສະຫະລັດ (19 ມິຖຸນາ 2012)

ລັດຖະມົນຕີກະຊວງຕ່າງປະເທດສະຫະລັດ ທ່ານນາງ Hilary Clinton ຍົກປືມລາຍງານ ວ່າດ້ວຍການຄ້າມະນຸດ ປະຈຳປີ 2012 ໃຫເບິ່ງ ທີ່ກະຊວງການຕ່າງປະເທດສະຫະລັດ (19 ມິຖຸນາ 2012)

ໃນເດືອນມີຖຸນາຜ່ານມາ ກະຊວງການຕ່າງປະເທດສະຫະລັດ ໄດ້ອອກລາຍງານປະຈໍາປີ 2012 ວ່າດ້ວຍການ ຄ້າມະນຸດ ຢູ່ໃນທົ່ວໂລກ ຊຶ່ງໃນແລງມື້ນີ້ ໄພສານຈະນຳເອົາຕອນທີ 1 ໃນ ພາກສ່ວນທີ່ກຽວກັບ ສປປ ລາວ ຊຶ່ງຈະເວົ້າເຖິງສະພາບການ ໂດຍລວມ ມາສະເໜີທ່ານ.

ສປປ ລາວ ຍັງຖືກຈັດໄວ້ໃນກຸ່ມທີ 2 ຊຶ່ງມີທັງໝົດ 3 ກຸ່ມຂອງລາຍ

ງານປະຈຳປີ 2012 ຂອງກະຊວງການຕ່າງປະເທດສະຫະລັດ.

ພາຍໃນກຸ່ມທີ 2 ນີ້ ລາຍງານຂອງກະຊວງການຕ່າງປະເທດສະ

ຫະລັດ ເວົ້າວ່າ ສປປ ລາວ ແມ່ນເປັນແຫຼ່ງທີ່ມາແລະກໍເປັນທັງ

ທາງຜ່ານພ້ອມທັງປາຍທາງໃນຂອບເຂດທີ່ຫຼຸດລົງມາຂອງພວກ

ແມ່ຍິງ ເດັກນ້ອຍແລະຜູ້ຊາຍ ທີ່ຕົກເປັນເຫຍື່ອຂອງການຄ້າປະ

ເວນີ ແລະຕົກຢູ່ໃນສະພາບ ຖືກບີບບັງຄັບໃຊ້ແຮງງານ ຢູ່ຕາມ

ໂຮງຈັກໂຮງງານ. ພວກທີ່ຕົກເປັນເຫຍື່ອຂອງການຄ້າມະນຸດຢູ່

ລາວມັກຈະເປັນພວກທີ່ພາກັນຫຼົບໜີໄປຫາວຽກການເຮັດຢູ່ໃນ

ຕ່າງປະເທດ ຊຶ່ງໄດ້ປະເຊີນກັບສະພາບບີບບັງຄັບສວຍໃຊ້ ຫຼັງ

ຈາກເຂົາເຈົ້າໄປຮອດ ປະເທດປາຍທາງແລ້ວ ທີ່ສ່ວນໃຫຍ່ກໍ

ແມ່ນປະເທດໄທ.

ພວກຄົນລາວ ທີ່ພາກັນໄປຊອກວຽກ ໂດຍສະເພາະແລ້ວແມ່ນພວກແມ່ຍິງ ໄດ້ຈ່າຍຄ່າ ນາຍໜ້າເພື່ອໃຫ້ໄດ້ວຽກການເຮັດທີ່ປະເທດໄທ ຊຶ່ງຕາມປົກກະຕິແມ່ນໄດ້ຈ່າຍເງິນໃນ ລະຫວ່າງ 70 ຫາ 200 ໂດລາ ແຕ່ຕໍ່ມາພາຍຫຼັງ ໄດ້ຕົກຢູ່ໃນສະພາບເປັນຂ້າທາດທາງ ເພດໃນອຸດສາຫະກຳຄ້າປະເວນີຂອງໄທແລະໃນບາງກໍລະນີ ກໍຖືກບັງຄັບ ໃຊ້ແຮງງານ ເປັນຄົນຮັບໃຊ້ຢູ່ຕາມບ້ານເຮືອນ ຕາມໂຮງງານຕັດຫຍິບ ຫຼືອຸດສາຫະກຳ ການກະເສດ ຂອງໄທ.

ພວກຜູ້ຊາຍ ແລະເດັກນ້ອຍຜູ້ຊາຍລາວ ກໍໄດ້ຕົກຢູ່ໃນສະພາບ ຖືກບີບບັງຄັບ ໃຊ້ແຮງ

ງານຢູ່ໃນອຸດສາຫະກຳປະມົງແລະກໍ່ສ້າງຂອງໄທ. ພວກຊົນຊາດຊົນເຜົ່າກຸ່ມນ້ອຍຂອງ ລາວແມ່ນມີຄວາມຫລໍ່ແຫລມເປັນພິເສດ ຕໍ່ການຕົກເປັນເຫຍື່ອຂອງການຄ້າມະນຸດ ຢູ່ ໄທຍ້ອນພວກເຂົາເຈົ້າບໍ່ຮູ້ຈັກພາສາໄທແລະບໍ່ລຶ້ງເຄີຍຫຼືຮອບຮູ້ກ່ຽວກັບສັງຄົມໄທເລີຍ.

ລາຍງານ ເວົ້າຕື່ມວ່າ ເນື່ອງຈາກມີຊາຍແດນ ທີ່ຍັງບໍ່ມີການຄວບຄຸມຢ່າງເຄັ່ງຄັດ ລາວ

ຈຶ່ງໄດ້ກາຍເປັນທາງຜ່ານຫຼາຍຂຶ້ນນັບມື້ສຳລັບພວກແມ່ຍິງຫວຽດນາມຈີນແລະມຽນມາ ທີ່ຖືກບັງຄັບໃຫ້ຄ້າປະເວນີແລະຖືກບັງຄັບໃຊ້ແຮງງານຢູ່ໃນບັນດາປະເທດເພື່ອນບ້ານ. ມີແມ່ຍິງຫວຽດນາມ ແລະຈີນຈຳນວນນຶ່ງ ໄດ້ຖືກບັງຄັບ ໃຫ້ເປັນໂສເພນີຢູ່ລາ ຊຶ່ງຕາມ ປົກກະຕິແລ້ວແມ່ນຢູ່ໃນບໍລິເວນທີ່ຕັ້ງຢູ່ໃກ້ໆ ກັບບ່ອນຫຼິ້ນກາຊີໂນຫຼືເຂດເສດຖະກິດພິ ເສດ. ເຖິງແມ່ນໄດ້ມີລາຍງານ ໃນຈຳນວນທີ່ຫຼຸດລົງກໍຕາມ ແຕ່ການຄ້າແມ່ຍິງແລະຍິງ ສາວຢູ່ພາຍໃນລາວເອງ ກໍຍັງສືບຕໍ່ເປັນບັນຫາ.

ລາຍງານຂອງກະຊວງຕ່າງປະເທດສະຫະລັດກ່າວວ່າ ລັດຖະບານລາວບໍ່ໄດ້ປະຕິບັດ ຢ່າງຄົບຖ້ວນ ຕາມມາດຕະຖານທີ່ຕໍ່າສຸດ ໃນການລຶບລ້າງການຄ້າມະນຸດ ແຕ່ແນວໃດ

ກໍຕາມ ລາວ ກໍໄດ້ດຳເນີນຄວາມພະຍາຍາມ ທີ່ສຳຄັນ ເພື່ອໃຫ້ບັນລຸ ມາດຕະຖານດັ່ງ

ກ່າວ. ໃນໄລຍະຂອງລາຍງານນີ້ ລັດຖະບານລາວລາຍງານວ່າ ໄດ້ສືບສວນຄະດີການ

ຄ້າມະນຸດ 49 ກໍລະນີແລະໄດ້ຕັດສິນລົງໂທດພວກມີຄວາມຜິດໃນການຄ້າມະນຸດ 37

ຄົນ. ໃນຂະນະທີ່ຜູ້ຕົກເປັນເຫຍື່ອ ຈຳນວນນຶ່ງ ໄດ້ຮັບການບໍລິການ ຢ່າງເປັນການຊົ່ວ ຄາວຈາກລັດຖະບານກໍຈິງແຕ່ກົດໝາຍຕໍ່ຕ້ານການຄ້າມະນຸດບໍ່ໄດ້ໃຫ້ຄວາມຄຸ້ມຄອງ ຢ່າງເຕັມທີ່ ແກ່ພວກຕົກເປັນເຫຍື່ອທັງໝົດ. ຍັງບໍ່ທັນມີການດຳເນີນການຢ່າງໝັ້ນໃຈ ທັງມາດຕະການລະບຸໂຕແລະການຈັດຕັ້ງປະຕິບັດການດຳເນີນຄວາມພະຍາຍາມເພື່ອ ຕິດຕາມເບິ່ງພວກເຄາະຮ້າຍຢ່າງເປັນລະບົບໃນໄລຍະຂອງລາຍງານນີ້. ຕຳຫຼວດກວດ ຄົນເຂົ້າເມືອງ ທີ່ຄວບຄຸມໜ່ວຍຕໍ່ຕ້ານການຄ້າມະມຸດຢູ່ຕາມບໍລິເວນຊາຍແດ ລາວກັບ ໄທນັ້ນກໍບໍ່ມີລາຍງານຫຍັງຫຼາຍກ່ຽວກັບການລະບຸໂຕພວກທີ່ຕົກເປັນເຫຍື່ອໃນໝູ່ພວກ ຊາວລາວທີ່ເດີນທາງ ກັບຄືນມາຫຼືຖືກຜັກດັນຈາກປະເທດໄທ.

ລັດຖະບານລາວຍັງສືບຕໍ່ຮັກສາແລະບໍລິຫານສູນພັກເຊົາຊົ່ວຄາວທີ່ນະຄອນຫຼວງວຽງ

ຈັນ ສໍາລັບພວກໄດ້ຮັບເຄາະ ແລະໃຫ້ເງິນຊ່ອຍເຫຼືອແກ່ສູນກາງສົງເຄາະຂອງສະຫະ ພັນແມ່ຍິງລາວ ແຕ່ກໍຍັງສືບຕໍ່ກາງຕໍ່ຢ່າງໜັກນຳການຊ່ອຍເຫຼືອຂອງຕ່າງປະເທດເພື່ອ ໃຫ້ຄວາມສະໜັບສະໜຸນໄລຍະຍາວຕໍ່ພວກເຄາະຮ້າຍນັ້ນ. ໃນກາງປີ 2011 ກະຊວງ ຮັກສາຄວາມສະຫງົບຂອງລາວ ໄດ້ຍົກລະດັບໜ່ວຍຕໍ່ຕ້ານການຄ້າມະນຸດຂຶ້ນເປັນກົມ ເພື່ອໃຫ້ມີຄວາມສຳຄັນຕື່ມຂຶ້ນ. ແຕ່ແນວໃດກໍຕາມ ການຂາດປະສິດທິຜົນ ຢູ່ພາຍໃນ ລະບົບການບໍລິຫານງານຂອງລາວຍັງສືບຕໍ່ເຮັດໃຫ້ມີການຊັກຊ້າກ່ຽວກັບການໃຫ້ການ ອະນຸມັດຕໍ່ໂຄງການຕໍ່ໂຄງການຕໍ່ຕ້ານການຄ້າມະນຸດແລະຂໍ້ຕົກລົງຕ່າງໆ ຂອງບັນດາ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານໃນເຂດທ້ອງຖິ່ນແລະຈາກນາໆຊາດ. ນາຍົກລັດ

ຖະມົນຕີຍັງບໍ່ທັນໃຫ້ການອະນຸມັດເທື່ອ ຕໍ່ຮ່າງແຜນການປະຕິບັດງານແຫ່ງຊາດ ໃນ

ການ ຕໍ່ຕ້ານການຄ້າມະນຸດ. ກ່ຽວກັບການລົງໂທດພວກຄ້າມະນຸດນັ້ນ ລາຍງານຂອງ

ກະຊວງການຕ່າງປະເທດສະຫະລັດກ່າວວ່າ ລັດຖະບານລາວໄດ້ທໍາຄວາມກ້າວໜ້າ ໃນປີກາຍນີ້ ໃນການດຳເນີນຄວາມພະຍາຍາມ ກ່ຽວກັບການປະຕິບັດກົດໝາຍ ເພື່ອ ປາບປາມການຄ້າມະນຸດນັ້ນ. ລາວໄດ້ຫ້າມທຸກຮູບແບບຂອງການຄ້າມະນຸດຜ່ານການ ດັດແປງແກ້ໄຂມາດຕາ 134 ຂອງກົດໝາຍອາຍາໃນປີ 2006 ຊຶ່ງໄດ້ລະບຸໂທດຈຳຄຸກ ຕັ້ງແຕ່ 5 ປີ ເຖິງຕະຫຼອດຊີວິດ ການປັບໄໝ ທຽບເທົ່າກັບ 1,250 ໂດລາ ຫາ 12,500 ໂດລາແລະການຢຶດຊັບສິນ ທີ່ຖືວ່າໜັກພໍແລະທຽບເທົ່າກັນກັບໂທດສຳລັບຄວາມຜິດ ທາງອາຍາອື່ນໆເຊັ່ນການຂົ່ມຂືນສຳເລົາເປັນຕົ້ນ. ໃນລະດູໃບໄມ້ຫຼົ່ນ ປີກາຍນີ້ ລັດຖະ ບານໄດ້ໃຫ້ການອະນຸມັດ ຕໍ່ການສ້າງຕັ້ງຄະນະກຳມະການນຶ່ງຂຶ້ນເພື່ອຊັ່ງຊາຕີລາຄາ ເບິ່ງກົດໝາຍຕໍ່ຕ້ານການຄ້າມະນຸດສະບັບປັດຈຸບັນເພື່ອຢາກຮູ້ຈັກວ່າມີຊ່ອງຫວ່າງຢູ່ ບ່ອນໃດແລະຈະແກ້ໄຂແນວໃດ.

ລາຍງານເວົ້າຕື່ມວ່າການດຳເນີນຄະດີຂອງສານແມ່ນຂາດກະບວນການຍຸຕິທຳແລະ ຄວາມໂປ່ງໃສ ພ້ອມນີ້ຂະແໜງຍຸຕິທຳຂອງລາວ ກໍຍັງບໍ່ມີຄວາມເຂັ້ມແຂງ ແລະບໍ່ມີ ປະສິດທິພາບພຽງພໍ. ຄວາມລັງເລໃຈໂດຍທົ່ວໄປຂອງປະຊາຊົນ ທີ່ຈະດຳເນີນງານ ຮ່ວມກັບພວກເຈົ້າໜ້າທີ່ປະຕິບັດກົດໝາຍໄດ້ເປັນອຸບປະສັກຂັດຂວາງຕໍ່ຄວາມສາ ມາດຂອງລັດຖະບານໃນການຕິດຕາມຄະດີການຄ້າມະນຸດຢ່າງມີປະສິດທິພາບ ທັງ ຢູ່ພາຍໃນປະເທດຫຼືຂ້າມຊາຍແດນ. ການສໍ້ລາດບັງຫຼວງຍັງສືບຕໍ່ເປັນບັນຫາຊໍ້າເຮື້ອ ຢູ່ລາວ. ບັນດາອົງການຕໍ່ຕ້ານການຄ້າມະນຸດລາຍງາມວ່າ ເຈົ້າໜ້າທີ່ໃນບາງບ້ານໄດ້ ຮັບເງິນເພື່ອອຳນວຍຄວາມສະດວກໃຫ້ແກ່ການຄ້າມະນຸດ ຫຼືສົ່ງຍິງສາວລາວໄປຍັງ ປະເທດໄທ. ແຕ່ແນວໃດກໍຕາມ ລັດຖະບານລາວ ບໍ່ເຄີຍລາຍງານວ່າ ໄດ້ມີການສືບ

ສວນດຳເນີນຄະດີຫຼືລົງໂທດເຈົ້າໜ້າທີ່ຄົນໃດໃນຂໍ້ຫາພົວພັນກັບການຄ້າມະນຸດ.

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG