ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໂທລະ​ເລກ​ວ່າຈີນ​ທໍາ​ການ ​ເຄື່ອນ​ໄຫວຢ່າງ​ບໍ່​ມີ​ສິນລະ​ທໍາ ຢູ່​ໃນ​ອາ​ຟຣິກາ


Ieng Sary sits next to his wife during his defection ceremony, Pailin, Cambodia, November, 1996. (Youk Chhang/Documentation Center of Cambodia Archive)
Ieng Sary sits next to his wife during his defection ceremony, Pailin, Cambodia, November, 1996. (Youk Chhang/Documentation Center of Cambodia Archive)

ໂທລະ​ເລກ​ທາງ​ການ​ທູດຂອງ​ສະຫະລັດ​ສະບັບ​ນື່ງ ​ທີ່ WikiLeaks ​ນໍາ​ອອກ​ມາເປີດ​ເຜີຍ​ນັ້ນ ອ້າງ​ຄໍາ​ເວົ້າ​ຂອງເຈົ້າ​ໜ້າ​ທີ່​ຂັ້ນ​ອາວຸ​ໂສ​ຂອງ​ສະຫະລັດ​ທ່ານ​ນຶ່ງ​ ວ່າ ຈີນ​ທໍາ​ການ​ເຄື່ອນ​ໄຫວ​ຢ່າງ​ແຂງ​ຂັນແລະ​ໂດຍ​ບໍ່​ມີ​ສິນລະ​ທໍາຢູ່​ໃນ​ອາ​ຟຣິກາ.

ໂທລະ​ເລກດັ່ງກ່າວ ທີ່​ໄດ້​ມີ​ການ​ແຈກ​ຢາຍກັນ​ຢ່າງ​ແຜ່​ຫລາຍ​ໃນ​ວັນ​ພະຫັດ​ມື້​ນີ້ ​ໄດ້​ຖືກສົ່ງ​ໄປ​ໃນ​ຕົ້ນ​ປີ​ນີ້​ ໂດຍ​ກົງ​ສູນ​ສະຫະລັດປະ​ຈໍາ Lagos ​ນະຄອນຫລວງ​ດ້ານທຸລະ​ກິດຂອງ​ໄນ​ຈີ​ເຣຍ. ​ໂທລະ​ເລກ​ສະບັບ​ນີ້​ອ້າງ​ຄໍາ​ເວົ້າ​ຈາກ​ການ​ພົບ​ປະ ກັນ​ລະຫວ່າງທ່ານ Johnnie Carson ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດສະຫະລັດ​ວ່າ​ດ້ວຍ​ກິດຈະການ​ອາ​ຟຣິກາ ​ແລະ​ພວກ​ຫົວໜ້າ​ບໍລິຫານ​ບໍ​ລິ​ສັດ​ນໍ້າມັນ​ກຸ່ມ​ນຶ່ງ.

ຢູ່​ໃນ​ໂທລະ​ເລກ​ນັ້ນ ທ່ານ Carson ​ໄດ້​ບັນ​ລະ​ຍາຍ​ຈີນ​ວ່າ ​ເປັນ​ຜູ້​ແຂ່ງຂັນດ້ານ ​ເສດຖະກິດ​ທີ່​ແຂງ​ຂັນ​ແລະເປັນ​ອັນຕະລາຍ​ຮ້າຍ​ແຮງ ສ້າງ​ຄວາມ​ເສຍ​ຫາຍ​ໜັກ ທີ່​ສຸດ ​ແລະ​ກ່າວ​ຕື່ມ​ວ່າ ກຸງ​ປັກ​ກິ​ງບໍ່​ມີ​ສິນລະ​ທໍາ ​ແລະບໍ່ໄດ້​ເຂົ້າ​ໄປ​ພົວພັນໃນ​ອາຟຣິກາ​ ​ເພື່ອເຫດຜົນທີ່ເຫັນ​ແກ່​ຄົນ​ອື່ນ.

ຈີນ​ໄດ້​ເພີ່ມ​ທະວີ​ຂຶ້ນ​ຢ່າງ​ຫລວງຫລາຍ​ໃນ​ການ​ລົງທຶນ​ແລະ​ການ​ຊ່ອຍ​ເຫລືອ​ໃນ

ດ້ານ​ການ​ພັດທະນາ​ຂອງ​ຕົນ ​ໃນ​ທະວີບ​ອາ​ຟຣິກາ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້

ຊຶ່ງສູນ​ຄົ້ນ​ຄວ້າ​ແຫ່ງ​ນຶ່ງໄດ້ຕີ​ລາຄາ​ວ່າ ຈີນ​ໄດ້​ທຸ່ມ​ເທ​ເງິນ​ຈໍານວນ​ຫລາຍ​ກວ່າ 9 ພັນ​ລ້ານ​ໂດ​ລາໄປ​ແລ້ວໃນ​ທະວີບ​ດັ່ງກ່າວ ມາ​ຮອດ​ທ້າຍ​ປີແລ້ວ​ນີ້.

XS
SM
MD
LG