ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພາຍຸຫິມະໃຫຍ່ ຖະຫຼົ່ມ ພາກຕາເວັນອອກ ສຽງເໜືອ ສຫລ (ສະໄລດ໌/ວີດີໂອ)


US Weather 2-13-14
please wait
Embed

No media source currently available

0:00 0:00:24 0:00
ພາຍຸລະດູໜາວຮ້າຍແຮງ ທີ່ໄດ້ເຮັດໃຫ້ຫຼາຍກວ່າ 300,000
ຄົນ ໃນພາກຕາເວັນອອກສຽງໃຕ້ຂອງສະຫະລັດ ບໍ່ມີໄຟຟ້າ
ໃຊ້ ກໍາລັງພັດຜ່ານເຂດພາກກາງຂອງມະຫາສະມຸດແອັດ
ແລນຕິກ ແລະພາກຕາເວັນອອກສຽງເໜືອຂອງສະຫະລັດ.

ພາຍຸດັ່ງກ່າວໄດ້ຖອກເທຫິມະ ຫລາຍສິບຊັງຕີແມັດ ລົງສູ່ທົ່ວ
ຂົງເຂດນະຄອນຫລວງວໍຊິງຕັນ ໃນວັນພະຫັດມື້ນີ້ ຊຶ່ງຢູ່ໃນ
ບາງເຂດ ມີຫິມະຕົກຫລາຍ ຮອດ 46 ຊັງຕີແມັດ. ໂຮງການ
ລັດຖະບານກາງແມ່ນປິດໝົດ ພ້ອມກັບໂຮງການລັດຖະບານ
ທ້ອງຖິ່ນ ແລະໂຮງຮຽນ ຢູ່ຫລາຍສິບແຫ່ງ.

ທີ່ລັດ Carolina ເໜືອແລະ Carolina ໃຕ້ ທີ່ຢູ່ຕິດກັນນັ້ນ ລົມພາຍຸຫົວນີ້ ເຮັດໃຫ້ທາງ ຫລວງສາຍສຳຄັນໆ ໄປມາບໍ່ໄດ້ ຊຶ່ງໄດ້ບັງຄັບໃຫ້ຄົນຂັບລົດຈຳນວນຫຼວງຫຼາຍຕ້ອງໄດ້
ປະຖິ້ມລົດຂອງພວກເຂົາເຈົ້າໄວ້ ຢູ່ຕາມແຄມທາງ. ພວກພະຍາກອນອາກາດກ່າວວ່າ
ທັງລັດ Carolina ເໜືອແລະໃຕ້ ຄາດວ່າ ຈະມີຫິມະແລະນໍ້າກ້ອນຕົກ ໜາກວ່າ 20 ຊັງ
ຕີແມັດ ພາຍໃນຕອນເຊົ້າຂອງວັນພະຫັດມື້ນີ້.



ຖ້ຽວບິນຈຳນວນຫຼາຍພັນຖ້ຽວທັງບິນເຂົ້າແລະອອກຂົງເຂດດັ່ງກ່າວໄດ້ຖືກຍົກເລີກ ເຮັດໃຫ້ ພວກຜູ້ໂດຍສານຕົກຄ້າງຢູ່ຕາມສະໜາມບິນແຫ່ງຕ່າງໆ.

ເປັນທີ່ຄາດກັນວ່າ ລົມພາຍຸຫົວນີ້ ຈະພາໃຫ້ມີຫິມະຕົກຫລາຍກວ່າ 30 ຊັງຕີແມັດຢູ່ໃນເຂດ ນະຄອນຫຼວງວໍຊິງຕັນດີຊີໃນວັນພະຫັດມື້ນີ້. ລັດຖະບານກາງຂອງສະຫະລັດໄດ້ມີຄຳສັ່ງໃຫ້ ປິດພ້ອມໆກັນກັບລັດຖະບານທ້ອງຖິ່ນໃນ 10 ກວ່າເຂດຕະຫຼອດທັງບັນດາໂຮງຮຽນຕ່າງໆ.

ມີຜູ້ເສຍຊີວິດແລ້ວ ຢ່າງໜ້ອຍ 10 ກວ່າຄົນ ຢູ່ໃນເຂດພາກຕາເວັນອອກສຽງໃຕ້ຂອງສະຫະ
ລັດ ຍ້ອນລົມພາຍຸຫິມະຫົວນີ້ຮວມທັງ 3 ຄົນທີ່ເສຍຊີວິດເວລາລົດໂຮງໝໍຄັນນຶ່ງແລ່ນອອກ ນອກທາງທີ່ເປັນນໍ້າກ້ອນຢູ່ລັດເທັກຊັສ.

XS
SM
MD
LG