ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກ່ຳ​ປັ່ນ​ລົບ ສຫລ ​​ແລ່ນ​ເຂົ້າ​ໄປ ​ໃກ້ໆເກາະ ​ທີ່ຈີນຄວບຄຸມ​ ຢູ່​​ທະ​ເລ​ຈີນ​ໃຕ້


ກ່ຳ​ປັ່ນຂຸດດິນຂອງ​ຈີນ ເຫັນຢູ່ອ້ອມແອ້ມ ເກາະ Mischief ຂອງໝູ່ເກາະ Spratly ໃນທະເລຈີນໃຕ້, 21 ພຶດສະພາ, 2015.
ກ່ຳ​ປັ່ນຂຸດດິນຂອງ​ຈີນ ເຫັນຢູ່ອ້ອມແອ້ມ ເກາະ Mischief ຂອງໝູ່ເກາະ Spratly ໃນທະເລຈີນໃຕ້, 21 ພຶດສະພາ, 2015.

ກ່ຳ​ປັ່ນ​ລົບ​ຂອງ​ສະຫະລັດ ​ໄດ້ແລ່ນ​ເຂົ້າ​ໄປ​ໃກ້ໆເກາະ​ທີ່​ຈີນຄວບ​ຄຸມ​ ​ໃນ​ທະ​ເລ​ຈີນ​ໃຕ້ ​
ໃນ​ການ​ປະຕິບັດ​ງານ ທີ່​ເບິ່ງ​ກັນ​ວ່າ ​ເປັນການ​ທ້າ​ທາຍຕໍ່​ການ​ອ້າງ​ກຳມະສິດ​ເອົາ​ດິນ​
ແດນ​ຂອງປັກ​ກິ່ງ ​ໃນ​ເຂດ​ນ່ານນ້ຳ​ທີ່​ມີ​ການ​ຂັດ​ແຍ້​ງ​ກັນດັ່ງກ່າວ​.

ເຈົ້າ​ໜ້າ​ທີ່ກອງທັບ​ສະຫະລັດ ກ່າວ​ວ່າ ​ກ່ຳ​ປັ່ນ​ລົບ​ USS Dewey ທີ່​ຕິດລູກ​ສອນ​ໄຟ
​ນຳວິຖີ ​ໄດ້ແລ່ນ​ເຂົ້າ​ໄປ ​ໃນ​ລັດສະໝີ 22 ກິ​ໂລ​ແມັດ ​ໃກ້​ກັບເກາະ Mischief ​ໃນ​ໝູ່​
ເກາະ Spratly.

ພັນ​ຕີ Jamie Davis ​ໂຄ​ສົກ ​ກອງທັບ​ສະຫະລັດ ​ໄດ້​ອອກ​ຖະ​ແຫຼງການ ​ສະບັບ​ນຶ່ງ
ກ່າວ​ວ່າ ສະຫະລັດຈະ​ສືບ​ຕໍ່​ ການປະຕິບັດ​ງານ​ ທີ່​ແນ​ໃສ່​ເພື່ອ​ສະໜັບສະໜຸນ “ອິດ
ສະຫຼະພາບ​ໃນການ​ເດີນ​ເຮືອ​”
​ຢູ່ໃນ​ນ່ານນ້ຳ​ສາກົນ.

ທ່ານ Davis ກ່າວ​ວ່າ ​ກຳລັງ​ອາ​ເມຣິກັນ ປະຕິບັດ​ງານ ຢູ່ທະ​ເລ​ຈີນ​ໃຕ້ ພາຍ​ໃຕ້ລະ
ບົບການ​ປະຕິບັດ​ງານ​ໃນ​ແຕ່​ລະ​ມື້ ​ແລະ​ຈະ​ສືບ​ຕໍ່ “ສົ່ງ​ເຮືອບິນ ກຳ​ປັ່ນ​ລົບແລະ​ປະ
ຕິບັດ​ງານ ຢູ່​ບ່ອນ​ໃດ​ກໍ​ຕາມ ທີ່​ກົດໝາຍ​ສາກົນ​ອະ​ນຸຍາດ​ໃຫ້.”

ການ​ປະຕິບັດ​ງານໃນ​ວັນ​ພະຫັດມື້ນີ້ ​ແມ່ນ​ເປັນ​ຄັ້ງ​ທຳ​ອິດ ​ຂອງ​ການ​ປະຕິບັດ​ງານ
​ແບບ​ນີ້ ພາຍ​ໃຕ້​ລັດຖະບານທ່ານ ດໍ​ໂນ​ລ ທຣຳ.

ໂຄ​ສົກ​ຂອງ​ກະຊວງ​ການ​ຕ່າງປະ​ເທດຈີນ​ ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວໃນ​ວັນ​ພະຫັດ
​ມື້​ນີ້ວ່າການ​ລາດຕະ​ເວນ​ຂອງ​ສະຫະລັດ ແມ່ນ​ບ່ອນ​ທຳລາຍ​ຕໍ່ສັນ​ຕິພາບ​ແລະ​ສະ
ຖຽນລະ​ພາບໃນ​ທະ​ເລ​ຈີນ​ໃຕ້.

ສະຫະລັດ ​ແລະ​ບັນດາ​ປະ​ເທດ​ອື່ນ​ໆ ​ໄດ້​ຕຳ​ນິຕິ​ຕຽນປັກ​ກິ່ງ ​ໃນໂຄງການ​ສ້າງ​ເກາະ​
ທຽມຂອງ​ຕົນ​ຢູ່ໃນ​ຂົງ​ເຂດ ຊຶ່ງ​ເປັນ​ເສັ້ນທາງ​ເດີນ​ເຮືອ ​ທີ່ມີ​ກຳ​ປັ່ນ​ບັນທຸກ​ສິນຄ້າ​ແລ່ນ​
ຜ່ານ​ຫຼາຍ​ທີ່​ສຸດໃນ​ໂລກ. ​ໄຕ້​ຫວັນ ຟິລິບ​ປີນ ຫວຽດນາມ ​ແລະ​ປະ​ເທດ​ອາ​ຊຽນອື່ນໆ
ຕ່າງກໍ​ໄດ້​ອ້າງ​ເອົາກຳມະສິດແຂ່ງ​ກັນ ຢູ່​ທະ​ເລ​ຈີນ​ໃຕ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG