ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ສະຫະລັດ ເຕືອນຣັດເຊຍ ກ່ຽວກັບ ການບິນ ລາດຕະເວນ ໃກ້ຝັ່ງ ອາເມຣິກາ


ພາບຖ່າຍ ຂອງກອງທັບອາກາດອັງກິດ ທີ່ສະແດງໃຫ້ເຫັນ ເຮືອບິນຖິ້ມລະເບີດ ລະຍະໄກ ຂອງຣັດເຊຍ ທີ່ບິນຢູ່ເທິງນ່ານຟ້ານາໆຊາດ ເມື່ອວັນທີ 29 ຕຸລາ 2014.
ພາບຖ່າຍ ຂອງກອງທັບອາກາດອັງກິດ ທີ່ສະແດງໃຫ້ເຫັນ ເຮືອບິນຖິ້ມລະເບີດ ລະຍະໄກ ຂອງຣັດເຊຍ ທີ່ບິນຢູ່ເທິງນ່ານຟ້ານາໆຊາດ ເມື່ອວັນທີ 29 ຕຸລາ 2014.

ສະຫະລັດໄດ້ສະແດງຄວາມວິຕົກກັງວົນເທື່ອໃໝ່ກ່ຽວກັບຖ້ຽວບິນ
ຂອງກອງທັບຣັດເຊຍ ໃກ້ໆຊາຍແດນສະຫະລັດ ແລະ ໄດ້ເຕືອນ
ມົສກູໃຫ້ປະຕິບັດຕາມກົດໝາຍນາໆຊາດ.

ໃນການຖະແຫຼງສັ້ນໆ ເມື່ອວັນພະຫັດວານນີ້ ທ່ານນາງ Jen
Psaki ໂຄສົກ ກະຊວງການຕ່າງປະເທດສະຫະລັດ ຮັບຮູ້ເຖິງ
ຄວາມຈຳເປັນ ຂອງຣັດເຊຍໃນ ການເຝິກແອບທີ່ມີຂຶ້ນເປັນ
ປະຈຳນັ້ນ ແຕ່ທ່ານນາງກໍເວົ້າວ່າ ຈຳນວນຖ້ຽວບິນ ໃກ້ໆທະວີບ
ອາເມຣິກາເໜືອ ໄດ້ເພີ້ມຂຶ້ນເມື່ອສອງສາມເດືອນມານີ້ ແລະ
ສະຫະລັດ ບໍ່ຖືວ່າ ສະພາບການທາງດ້ານຄວາມໝັ້ນຄົງ ຂອງ
ຣັດເຊຍ ຕ້ອງການກິດຈະ ການໃນທຳນອງນີ້.

ສະຖາບັນຕາໜ່າງຜູ້ນຳຂອງຢູໂຣບ ຫຼື European Leadership Network ທີ່ມີສຳນັກງານ
ຢູ່ນະຄອນລອນດອນ ກ່າວວ່າ ເມື່ອຕົ້ນປີນີ້ ໄດ້ເຫັນເຮືອບິນລົບອາຍພົ່ນ ຂອງຣັດເຊຍ
ທຳການຊ້ອມລົບຢູ່ໃກ້ໆການາດາ ແລະຕາມເຂດຊາຍຝັ່ງຂອງ ລັດແຄລີຟໍເນຍ.

ຄຳຖະແຫຼງຂອງທ່ານນາງ Psaki ແມ່ນມີຂຶ້ນຫຼັງຈາກການເຕືອນ ຂອງວັງເຄຣັມລິນເມື່ອ
ໄວໆມານີ້ ທີ່ວ່າ ເຮືອບິນຖິ້ມລະເບີດໄລຍະໄກຂອງຣັດເຊຍ ຈະເລີ້ມບິນ ລາດຕະເວນແຕ່
ມະຫາສະມຸດອາກຕິກ ໄປຫາເຂດທະເລຄາຣິບບຽນ ແລະ ອ່າວເມັກຊິໂກ. ລັດຖະມົນຕີ
ກະຊວງປ້ອງກັນປະເທດຣັດເຊຍທ່ານ Sergei Shoigu ກ່າວວ່າ ການລາດຕະເວນໃໝ່
ນີ້ ແມ່ນພົວພັນກັບຄວາມຈຳເປັນ ທີ່ຈະຮັກສາ ການມີໜ້າຂອງກອງທັບຣັດເຊຍ ໃຫ້ "ຢູ່
ໃນສະຖານະການປັດຈຸບັນ"
ໃນອັນທີ່ປາກົດວ່າເປັນ ການອ້າງເຖິງການປະເຊີນໜ້າ
ທີ່ເພີ້ມຄວາມເຄັ່ງຕຶງຂຶ້ນ ລະຫວ່າງມົສກູ ແລະ ບັນດາປະເທດຕາເວັນຕົກ ກ່ຽວກັບພວກ
ກະບົດນິຍົມຣັດເຊຍ ໃນຢູເຄຣນ.

ສະຖາບັນຕາໜ່າງຜູ້ນຳຢູໂຣບ ກ່າວວ່າ ເຮືອບິນຣັດເຊຍ ໄດ້ບິນເຂົ້າໄປໃກ້ໆຫຼື ລ່ວງລະ
ເມີດຕໍ່ເຂດອາກາດ ຂອງອົງການເນໂຕ້ ເກືອບ 40 ເທື່ອ ໃນໄລຍະ 8 ເດືອນຜ່ານມານີ້.

XS
SM
MD
LG