ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປ. ໂອບາມາ ເຕືອນ ຈີນ ກ່ຽວກັບ ສາຍລັບ ຂອງຈີນ ທີ່ຢູ່ໃນ ສຫລ ແບບລັບໆ


ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ (ຊ້າຍ) ຈັບມື ກັບ ປະທານປະເທດຈີນ ທ່ານ ສີ ຈິ້ນຜິງ ຢູ່ຕໍ່ໜ້າ ທຸງຊາດສະຫະລັດ ແລະ ຈີນ ໃນລະຫວ່າງ ກອງປະຊຸມ ຖະແຫລງຂ່າວຮ່ວມ ຢູ່ທີ່ ຫໍສາລາ ປະຊາຊົນ ໃນນະຄອນຫຼວງປັກກິ່ງ, ວັນທີ 12 ພະຈິກ 2014.
ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ (ຊ້າຍ) ຈັບມື ກັບ ປະທານປະເທດຈີນ ທ່ານ ສີ ຈິ້ນຜິງ ຢູ່ຕໍ່ໜ້າ ທຸງຊາດສະຫະລັດ ແລະ ຈີນ ໃນລະຫວ່າງ ກອງປະຊຸມ ຖະແຫລງຂ່າວຮ່ວມ ຢູ່ທີ່ ຫໍສາລາ ປະຊາຊົນ ໃນນະຄອນຫຼວງປັກກິ່ງ, ວັນທີ 12 ພະຈິກ 2014.

ໜັງສື​ພິມ The New York Times ສະບັບ​ວັນ​ອາທິດວານ​ນີ້
ລາຍ​ງານ​ວ່າ ລັດຖະບານ​ທ່ານ ​ໂອ​ບາ​ມາ ​ໄດ້ເຕືອນ​ຈີນ​ ກ່ຽວ​ກັບ
​ການ​ມີ​ບັນດາ​ສາຍ​ລັບ​ຮັກສາ​ກົດ​ໝາຍຂອງຕົນ ຢູ່​ໃນ​ສະຫະລັດ
ຢ່າງ​ລັບໆ​ ​ເພື່ອ​ກົດ​ດັນ​ໃຫ້​ພົນລະ​ເມືອງ​ ທີ່​ຜູ້​ມີ​ຊື່ສຽງຂອງ​ຕົນ ກັບ
​ຄືນ​ປະ​ເທດອັນ​ເປັນ​ສ່ວນ​ໜຶ່ງ​ ຂອງການ​ປຸກລະດົມຕໍ່ຕ້ານ​ການ​
ສໍ້​ລາດ​ບັງຫຼວງຂອງ​ປັກ​ກິ່ງນັ້ນ. ​ຜູ້​ສື່​ຂ່າວ​ວີ​ໂອ Victor Beattie
ລາຍງານ ​ເລື້ອງ​ນີ້​ ທ່າມກາງ​ຄວາມ​ເຄັ່ງ​ຕຶງ​ ທີ່​ເພີ້​ມສູງ​ຂຶ້ນ
ລະຫວ່າງ​ສອງ​ຝ່າຍ ​ແລະ ພຽງ​ບໍ່​ເທົ່າ​ໃດ​ອາທິດ​ ກ່ອນ​ໜ້າ
ການ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການໂດຍ ປະທານ​ປະ​ເທດ​ຈີນ
ທ່ານ Xi Jinping.

ໜັງສື​ພິບດັ່ງກ່າວ ​ອ້າງ​ອີງ​ເຖິງ​ບັນດາ​ເຈົ້າໜ້າ​ທີ່​ອາ​ເມ​ຣິກັນຜູ້​ບໍ່ປະສົງ​ ​ອອກ​ຊື່ ທີ່ກ່າວ​ວ່າ
ປັກ​ກິ່ງ ​ໄດ້​ເອີ້ນ​ພາລະກິດ ປະຕິ​ບັດ​ການ​ດັ່ງກ່າວ​ນັ້ນວ່າ ລ່າ​ໝາ​ໄນ ຫຼື Fox Hunt ​ແລະ
​ເປັນ​ສ່ວນ​ໜຶ່ງ​ ຂອງ​ການ​ຕໍ່ຕ້ານ​ການ​ສໍ້​ລາດ​ບັງຫຼວງ ທີ່​ກວ້າງຂວາງ​ ອອກ​ໄປ​ຕື່ມ​ອີກ ຂອງ
ທ່ານ ​ສີ ປະທານ​ປະ​ເທດຈີນ ຊຶ່ງເປັນອັນ ​ທີ່​ນິຍົມ​ຊົມ​ຊື່ນ ໂດຍ​ສາທາລະນະ​ຊົນຈີນ.
ໜັງສື​ພິບ The Times ກ່າວ​ອີກ​ວ່າ ບັນດາ​ສາຍ​ລັບ ທີ່​ກ່ຽວຂ້ອງ ​ແມ່ນ​ມາ​ຈາກ​ກະຊວງ​
ຮັກສາ​ຄວາມ​ປອດ​ໄພ​ສາທາລະນະ​ຊົນ ​ແລະ ບໍ່​ໄດ້​ເຂົ້າມາ​ໃນ​ປະ​ເທດ ເພື່ອທຸລະ​ກິດ
​ທາງ​ລັດຖະການ​ ​ແລະ ອາດ​ເປັນ​ໄປ​ໄດ້​ວ່າ ​ເຂົ້າມາ​ໃນ​ສະຫະລັດ ​ໃນ​ຖານະ​ນັກ​ທ່ຽວ ຫຼື
ດ້ວຍວີ​ຊາດ້ານ​ການ​ຄ້າ.

ໜັງສື​ພິບ The Times ​ກ່າວ​ຕື່ມ​ວ່າ ນັບ​ຕັ້ງ​ແຕ່ 2014 ​ເປັນ​ຕົ້ນ​ມາ ຜູ້ຕ້ອງ​ສົງ​ໄສຫຼາຍ
ກວ່າ 930 ຄົນ​ ​ໄດ້​ຖືກ​ສົ່ງ​ກັບ​ຄືນ​ປະ​ເທດລວມທັງ ຜູ້​ທີ່​ສະໝັກ​ໃຈ​ກັບ​ຄືນ​ປະ​ເທດ​ເອງ
ຫຼາຍກວ່າ 70 ຄົນ ​ໃນ​ປີ​ນີ້. ໜັງສື​ພິບນັ້ນ ກ່າວ​ວ່າ ມັນ​ເປັນ​ສ່ວນ​ໜຶ່ງ​ຂອງ​ປະຕິບັດ​ການ​
ຂ້າມ​ຊາດ ​ເພື່ອ​ຕາມ​ລ່າ​ຫາ​ພວກລົບ​ໜີຄະດີ​ເສດຖະກິດ ​ແລະ ຊັກ​ຊວນ​ໃຫ້​ພວກ​ກ່ຽວ
ກັບ​ຄືນ​ປະ​ເທດ.

ທ່ານ Liu Dong ຊ່ຶງ ຄຳ​ເວົ້າຂອງ​ທ່ານ ຜູ້ອຳ​ນວຍການ ຂອງ​ໜ່ວຍປະຕິບັດ​ການ​ດັ່ງກ່າວ
​ໄດ້​ຖືກ​ອ້າງ​ເຖິງ​ ​ທີ່​ວ່າ​ພວກ​ສາຍ​ລັບ ​ແມ່ນ​ໄດ້​ຖືກ​ແນະນຳ​ໃຫ້​ເຄົາລົບ​ຕໍ່​ກົດໝາຍຂອງ​ທ້ອງ​ຖິ່ນ
​ແຕ່​ທ່ານ​ກ່າວ​ວ່າ “ຕາບ​ໃດ ທີ່​ມີ​ຂໍ້​ມູນ​ວ່າ ມີ​ຜູ້​ຕ້ອງ​ສົງ​ໄສ ເປັນອາ​ຊະ​ຍາ​ກອນ ພວກ​
ເຮົາ​ ຈະ​ຕິດຕາມ​ຫາ​ພວກ​ເຂົາ​ ພວກ​ເຮົາ​ຈະປະຕິບັດ​ວຽກ​ງານ​ຂອງ​ພວກ​ເຮົາ​ໄປ ​
ແລະ​ຕາມ​ຫາ​ພວກ​ເຂົາ ຢູ່​ທຸກ​ຫົນ​ແຫ່ງ.”

ທ່ານ Scott Harold ນັກລັດຖະສາດ ຈາກ ບໍລິສັດ RAND ກ່າວ​ວ່າ ການປະຕິບັດ​ການ
ທີ່​ກ່ຽວຂ້ອງ​ກັບ​ການ​ຕາມ​ລ່າ ອັນ​ທີ່​ບັນດາ​ເຈົ້າໜ້າ​ທີ່​ຈີນ ​ເອີ້ນ​ວ່າ ​ພວກ​ເສືອ ນັ້ນ ຫຼືວ່າ
ບັນດາ​ເຈົ້າໜ້າ​ທີ່​ຂັ້ນສູງ ທີ່​ໄດ້​ຖືກ​ກ່າວ​ຫາວ່າ​ສໍ້​ລາດ​ບັງຫຼວງ ​ແລະ ພວກ​ແມງວັນ ຫຼື ບັນດາ
​ເຈົ້າໜ້າ​ທີ່​ຂັ້ນຕ່ຳ. ທ່ານ​ກ່າວ​ວ່າ ບັນດາ​ເຈົ້າໜ້າ​ທີ່​ ຜູ້​ທີ່ສືບ​ຕໍ່​ທຳ​ງານ​ຢູ່​ໃນ​ຈີນ ​ແຕ່​ສົ່ງພວກ​
ຍາດຕິ​ພີ່ນ້ອງ​ທີ່​ຮັ່ງມີ​ ໄປ​ຍັງ​ປະ​ເທດ​ນອກ ​ເຊັ່ນ​ສະຫະລັດ ກາ​ນາ​ດາ ອອສ​ເຕຣ​ເລຍ ​ແລະ
ນິວຊີ​ແລນ ​ແມ່ນ​ຖືກອ້າງ​ເຖິງ​ຄື ພວກ​ງູ ​ໃນ​ຂະນະ​ທີ່​ບັນດາ​ເຈົ້າໜ້າ​ທີ່ ຜູ້​ທີ່​ອອກ​ຈາກ​ປະເທດ
​ພ້ອມ​ດ້ວຍ​ຊັບ​ສິນ​ຂອງ​ພວກ​ເຂົາ ​ແມ່ນ​ຮູ້ຈັກ​ກັນ​ຄື ພວກ​ໝາ​ໃນ.

XS
SM
MD
LG