ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ສະເໜີ ໃຫ້ລາງວັນ ແກ່ຜູ້ຮູ້ຂ່າວ ພວກສົງໄສ ເປັນ ອາດຊະຍາກອນ ສົງຄາມ (ວີດິໂອ)


ທ້າວ Joseph Kony ຜູ້ນໍາພວກກະບົດ Uganda ທີ່ເປັນຜູ້ຕ້ອງສົງໄສວ່າ ເປັນອາດຊະຍາກອນສົງຄາມຊາວອາຟຣິກາຄົນສໍາຄັນ
ທ້າວ Joseph Kony ຜູ້ນໍາພວກກະບົດ Uganda ທີ່ເປັນຜູ້ຕ້ອງສົງໄສວ່າ ເປັນອາດຊະຍາກອນສົງຄາມຊາວອາຟຣິກາຄົນສໍາຄັນ
ສະຫະລັດກໍາລັງສະເໜີໃຫ້ເງິນລາງວັນເຖິງ 5 ລ້ານໂດລາ ຖ້າ
ຜູ້ໃດມີຂ່າວ ທີ່ ພາໃຫ້ມີການຈັບຕົວຂອງທ້າວ Joseph Kony
ຜູ້ນໍາພວກກະບົດ Uganda ແລະຜູ້ຕ້ອງສົງໄສວ່າເປັນອາດຊະ
ຍາກອນສົງຄາມຊາວອາຟຣິກາອື່ນໆອີກສາມ ຄົນໄດ້.

ທ້າວ Kony ພ້ອມທັງທ້າວ Okot Odhiambo ແລະທ້າວ
DominicOngwen ຜູ້ຊ່ວຍຊັ້ນຈໍາຂອງລາວ ໄດ້ຖືກຈົດຊື່ເພີ້ມ
ເຂົ້າໃສ່ບັນຊີຂອງໂຄງການໃຫ້ລາງວັນ ເພື່ອຈັບພວກອາດຊະຍາ
ກອນສົງຄາມຂອງສະຫະລັດ ໃນວັນພຸດວານນີ້. ນອກນັ້ນ ທ້າວ
Sylvestre Mudacumura ຜູ້ນໍາກຸ່ມ ກະບົດ FDLR ຂອງ
Rwanda ທີ່ມີຖານປະຕິບັດງານຕັ້ງຢູ່ໃນປະເທດຄອງໂກ ກໍຖືກ
ຈົດຊື່ເຂົ້າໃນບັນຊີຂອງໂຄງການດັ່ງກ່າວນີ້ເຊັ່ນກັນ.

ທັງ 4 ຄົນ ລ້ວນແຕ່ຖືກປະກາດຊອກຫາຕົວ ໂດຍສານອາຍາສາກົນ ຫລື ICC ໃນຂໍ້ຫາກໍ່
ອາດຊະຍາກໍາສົງຄາມ ແລະໂທດກໍາຕ້ານມະນຸດຊາດຫຼາຍ ກະທົງດ້ວຍກັນ.

ໃນການຖະແຫຼງຢູ່ທີ່ກະຊວງການຕ່າງປະເທດສະຫະລັດນັ້ນ ທ່ານ Stephen Rapp ເອກ
ອັກຄະລັດຖະທູດຮັບຜິດຊອບດ້ານອາດຊະຍາກໍາສົງຄາມ ເວົ້າວ່າ ສະຫະລັດກໍາລັງທໍາການ
ຜັກດັນໃຫ້ມີການຍຸຕິການຍົກເວັ້ນໂທດ ແກ່ພວກທີ່ກໍ່ ອາດຊະຍາກໍາສົງຄາມ.

ໃນເດືອນມັງກອນຜ່ານມາ ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ເຊັນຮັບ
ຮອງເອົາກົດໝາຍສະບັບນຶ່ງ ທີ່ອະນຸຍາດໃຫ້ສະຫະລັດ ສະເໜີໃຫ້ ເງິນລາງວັນທີ່ນຳພາໄປ
ສູ່ການຈັບຕົວ ພວກທີ່ຖືກກ່າວຫາວ່າ ເປັນອາດຊະຍາ ກອນສົງຄາມ, ກໍ່ໂທດກຳຕ້ານມະນຸດ
ຊາດ ຫລືການຂ້າລ້າງເຊື້ອຊາດເຜົ່າພັນ ໂດຍສານອາຍາສາກົນ.

ສານ ICC ໄດ້ອອກໝາຍຈັບທ້າວ Kony ແລະບັນດາຜູ້ຊ່ວຍຂອງຜູ້ກ່ຽວ ຢູ່ໃນກຸ່ມກະບົດ
ກອງທັບຕໍ່ຕ້ານຂອງພະເຈົ້າ ໃນປີ 2005. ກຸ່ມດັ່ງກ່າວ ໄດ້ສັງຫານ ແລະລັກພາຕົວຫລາຍ
ພັນຄົນ ໃນຊ່ວງ 25 ປີຜ່ານມານີ້ ຢູ່ໃນ 4 ປະເທດ ເຂດພາກກາງຂອງທະວີບອາຟຣິກາ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG