ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກົາຫລີໃຕ້ ຈະເລີ້ມ ອອກອາກາດ ທາງໂທລະໂຄ່ງ ຄືນອີກ ເພື່ອຕອບໂຕ້ ຕໍ່ເກົາຫຼີເໜືອ


ທະຫານເກົາຫຼີໃຕ້ ຢືນຍາມທີ່ປ້ອມແຫ່ງນຶ່ງ ໃກ້ໆເຂດປອດທະຫານ
ທະຫານເກົາຫຼີໃຕ້ ຢືນຍາມທີ່ປ້ອມແຫ່ງນຶ່ງ ໃກ້ໆເຂດປອດທະຫານ

ເກົາຫຼີ​ໃຕ້​ປະກາດ​ວ່າ ຕົນ​ຈະ​ເລີ້ມການອອກ​ອາກາດ​ທາງ​ໂທລະ​
ໂຄ່ງ ເຂົ້າ​ໄປ​ໃນ​ເກົາຫຼີ​ເໜືອ​ຄືນ​ອີກ ໃນ​ວັນ​ສຸກ​ມື້ອື່ນ​ນີ້ ເພື່ອ​ເປັນ
​ການ​ຕອບ​ໂຕ້​ຕໍ່​ການ​ທົດ​ລອງ​ນິວ​ເຄລຍຂອງ​ພຽງ​ຢາງ​ທີ່​ມີ​ຂຶ້ນ​ໃນ
​ອາທິດ​ນີ້.

​ເຈົ້າໜ້າ​ທີ່​ຄົນ​ນຶ່ງ​ຂອງ​ທຳນຽບປະທານາທິບໍດີກ່າວ​ວ່າ ການ​ອອກ​
ອາກາດ​ຈະ​ເລີ້ມຂຶ້ນ ​ໃນ​ຕອນ​ທ່ຽງມື້ອື່ນ ຕາມ​ເວລາ​ທ້ອງ​ຖິ່ນ ຫຼື ​3 ​
ໂມງ​ຕາມ​ເວລາ​ມາດຕະຖານສາກົນ.

ປະ​ເທດ​ທັງ​ສອງ​ ຊຶ່ງ​ໃນ​ທາງ​ເຕັກນິກ​ແລ້ວ​ແມ່ນ​ຍັງ​ຢູ່​ໃນ​ພາວະ​ສົງ
ຄາມ​ຫຼັງຈາກ ​ໄດ້​ເກີດບັນຫາ​ຂັດ​ແຍ້​ງ ແຕ່ປີ 1950 ຫາ 1953​ ​ໄດ້
​ຍິງ​ປືນ​ໃຫຍ່​ໂຈມ​ຕີ ກັນ​ໃນ​ເດືອນສິງຫາ​ປີ​ກາຍຍ້ອນ​ການ​ອອກ​ອາກາດ​ດັ່ງກ່າວ​ນີ້.​ ​ເກົາຫລີ
ໃຕ້ໄດ້​ຢຸດ​ເຊົາ​ການ​ອອກ​ອາກາດ​ ລຸນ​ຫລັງ​ທີ່​ໄດ້​ຕົກລົງ​ກັບ​ພຽງ​ຢາງ ກ່ຽວ​ກັບ​ມາດ​ຕະການ
ຈຳນວນ​ນຶ່ງ ທີ່​ແນ​ໃສ່​ເພື່ອ​ຫລຸດຜ່ອນ​ການ​ເປັນ​ປໍ​ລະ​ປັກ​ລະຫວ່າງ​ກັນ​ລົງ.

​ທ່ານ Cho Tae-yong ​ເຈົ້າໜ້າ​ທີ່ອະ​ວຸ​ໂສ​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດຂອງ​ປະທານາທິ
ບໍດີ ກ່າວ​ຢູ່​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ວ່າ ເກົາຫຼີ​ເໜືອ​ກ່າວ​ອ້າງໃນ​ວັນ​ພຸດ​ວານ​ນີ້ວ່າ ຕົນ​
ໄດ້​ທົດ​ລອງ​ລະ​ເບີດ​ໄຮ​ໂດຣ​ເຈັນຊຶ່ງ​ເປັນ​ການລະ​ເມີດ​ທີ່ ຮ້າຍ​ແຮງ​ຕໍ່​ຂໍ້​ຕົກລົງ​ໃນ​ເດືອນ​ສິງ
ຫາ​.

North Korea Claims 'Successful' Hydrogen Bomb Test
please wait

No media source currently available

0:00 0:01:21 0:00

ທ່ານ Cho ​ເວົ້າວ່າ ກອງທັບ​ພວກ​ເຮົາ​ແມ່ນ​ຢູ່​ໃນ​ທ່າ​ກຽມພ້ອມ​ຢ່າງເຕັມທີ່​ແລະຖ້າ​ເກົາຫລີ​ເໜືອ​ຫາກ​ທຳ​ການ​ທ້າ​ທາຍ ກໍ​ຈະມີ​ການ​ລົງ​ໂທດ​ຢ່າງເໝາະ​ສົມ.

ການ​ປະກາດ​ດັ່ງກ່າວ​ມີ​ຂຶ້ນລຸນ​ຫລັງ​ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອບາ​ມາ​ໄດ້​
ໂອ້​ລົມ​ກັບ​ພວກ​ຜູ້ນຳ​ຂອງ​ເກົາຫຼີ​ໃຕ້​ ແລະຍີ່ປຸ່ນ​ ​ໂດຍ​ກ່າວ​ຢ້ຳ​ເຖິງ​ຄວາມ ​ໝາຍ​ໝັ້ນທີ່​ບໍ່​ມີ​
ການ​ສັ່ນ​ຄອນ​ຕໍ່​ຄວາມ​ປອດ​ໄພ​ຂອງ​ປະ​ເທດ​ທັງ​ສອງ​ຫລັງ​ຈາກເກົາຫລີ​ເໜືອ​ໄດ້​ທົດ​ລອງ​
ລະ​ເບີດ​ນິວ​ເຄລຍ.

ທຳນຽບຂາວ​ກ່າວ​ວ່າ ປະທານາທິບໍດີ​ໂອ​ບາ​ມາ ​ໄດ້​ໂອ້​ລົມ​ກັບ​ປະທານາທິບໍດີ​ເກົາຫລີໃຕ້
ທ່ານ​ນາງ Park Geun-hye ​ແລະ​ນາຍົກລັດຖະມົນຕີ Shinzo Abe ​ແຫ່ງ​ຍີ່ປຸ່ນ​ໃນ​ຕອນ
​ແລງ​ຂອງ​ວັນ​ພຸດ​ວານ​ນີ້.​ ທຳນຽບຂາວ​ກ່າວ​ວ່າ ພວກ​ຜູ້ນຳ​ທັງ​ສາມ​ ໄດ້​ຕົກລົງ​ຈະ​ເຮັດ​ວຽກ​
ຮ່ວມ​ກັນ​ ເພື່ອ​ຈັດຕັ້ງການ​ຕອບ​ໂຕ້​ ​ທີ່​ເປັນ​ນ້ຳ​ນຶ່ງ​ໃຈ​ດຽວ ​ແລະ​ເຂັ້ມ​ແຂງຂອງ​ນາໆ​ຊາດ ຕໍ່​
ການ​ກະທຳ​ແບບ​ຂາດ​ຄວາມ​ຮັບຜິດ​ຊອບຄັ້ງຫລ້າ​ສຸດຂອງ​ເກົາຫຼີ​ເໜືອ.

North Korea Nuclear
please wait
Embed

No media source currently available

0:00 0:01:53 0:00

XS
SM
MD
LG