ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ອາດ​ຊະ​ຍາ​ກຳ ທີ່ຮຸນ​ແຮງ​​ ໃນສະຫະລັດ ເພີ້ມຂຶ້ນ ໃນປີ 2015


ຕຳຫລວດນະຄອນນິວຢອກ ຕຽມປົກສົບ ຫລັງຈາກເກີດການ ຍິງກັນ ຢູ່ຄຸ້ມ midtown ເກາະ Manhattan ໃນນະຄອນ New York.
ຕຳຫລວດນະຄອນນິວຢອກ ຕຽມປົກສົບ ຫລັງຈາກເກີດການ ຍິງກັນ ຢູ່ຄຸ້ມ midtown ເກາະ Manhattan ໃນນະຄອນ New York.

ອາດ​ຊະ​ຍາ​ກຳທີ່ຮຸນ​ແຮງໄດ້​ເພີ້​ມຂຶ້ນ 3.9 ​ເປີ​ເຊັນ​ຢູ່​ໃນ​ສະຫະລັດປີ​ແລ້ວ​ນີ້ ​ແຕ່​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ອົງການສັນຕິ​ບານ​ກາງ ຫຼື FBI ກ່າວ​ວ່າ ຈຳນວນ​ຂອງ​ຜູ້​ກະທຳ​ຜິດ​ ​ແມ່ນຍັງຕໍ່າ​ກວ່າ​ຈຸດ​ທີ່​ສູງ​ສຸດ ໃນ​ຊຸມ​ປີ 1990.

ຫລັງ​ຈາກໄດ້ຫລຸດລົງ​ໃນ​ໄລຍະ​ສອງ​ປີ​ທີ່​ຜ່ານ​ມາ ​ໂຕ​ເລກ​ການ​ກໍ່ອາດ​ຊະ​ຍາ​ກຳ ທີ່​ຮຸນ​ແຮງ​ກໍ​ໄດ້​ເພີ້​ມຂື້ນ 1 ລ້ານ 2 ​ແສນກໍລະນີ​ໃນ​ປີ​ກາຍ​ນີ້ ຮວມ​ທັງ​ໄດ້​ໂດດ​ຂຶ້ນເກືອບ 11 ​ເປີ​ເຊັນ ຂອງໂຕ​ເລກ​ການ​ຄາດ​ຕະກຳ​ເປັນ 15,696 ກໍລະນີອີງ ​ຕາມ​ອົງການສັນຕິ​ບານ​ກາງ.

ລັດຖະມົນຕີ​ກະຊວງຍຸຕິ​ທຳ ທ່ານ​ນາງ Loretta Lynch ກ່າ​ວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ​ໂຕ​ເລກດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ “ພວກ​ເຮົາ​ຍັງ​ມີ​ວຽກ​ເຮັດ​ຢູ່​ຫລາຍ” ​ແຕ່​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ໂຕ​ເລກ​ທັງ​ໝົດຂອງ​ການ​ກໍ່ອາດຊະຍາ​ກຳທີ່​ຮຸນ​ແຮງ ​ຢູ່​ໃນ​ລະດັບ​ຕໍ່າ​ສຸດ​ອັນ​ດັບ​ສາມ ໃນ​ໄລຍະ​ສອງທົດ​ສະ​ວັດ ​ທີ່​ຜ່ານ​ມາ. ທ່ານ​ນາງ​ກ່າວ​ວ່າ ອາດຊະຍາ​ກຳ​ໄດ້​ຫລຸດ​ລົງ ຫລື​ບໍ່​ກໍ​ຢູ່​ໃນ​ລະດັບ​ທີ່​ບໍ່​ມີ​ການ​ປ່ຽນ​ແປງ ​ຢູ່​ໃນ​ຫລາຍໆ​ປະຊາ​ຄົມ​ຂອງສະຫະລັດ.

ລັດຖະມົນຕີກະຊວງຍຸຕິທຳ ທ່ານນາງ Loretta Lynch.
ລັດຖະມົນຕີກະຊວງຍຸຕິທຳ ທ່ານນາງ Loretta Lynch.

ກໍລະ​ນີ​ການ​ຂົ່ມຂືນຢູ່​ໃນ​ສະຫະລັດ ​ເພີ້​ມຂຶ້ນ 6.3 ​ເປີ​ເຊັນ​ໃນ​ປີ​ກາຍ​ນີ້ ​ໃນ​ຂະນະ​ທີ່​ການ​ກໍ່​ກວນ​ທຳຮ້າຍ​ໄດ້​ເພີ້​ມຂຶ້ນ 4.6 ​ເປີ​ເຊັນ​ແລະການ​ປຸ້ນ​ຈີ້​ເພີ້ມຂຶ້ນ 1.4 ​ເປີເຊັນ.

​ແຕ່​ອົງການ FBI ກ່າວ​ວ່າ ອາດ​ຊະ​ຍາ​ກຳປ​ະເພດລັກ​ຂະ​ໂມ​ຍຊັບ​ສິນ​ໄດ້​ຫຼຸດ​ລົງ 2.6 ​ເປີ​ເຊັນ​ ​ເປັນ​ປະມານ​ແປດ​ລ້ານກໍລະນີ​ແລະ​ໄດ້​ຫລຸດ​ລົງເປັນ​ປີ​ທີ 13 ລຽນ ຕິດ. ອົງ​ການ FBI ກ່າວ​ວ່າ ການ​ງັດ​ແງະໄດ້​ຫລຸດ​ລົງ 7.8 ​ເປີ​ເຊັນ ​ແລະລັກ ຂະ​ໂມ​ຍ 1.8 ​ເປີ​ເຊັນ ໃນ​ຂະນະ​ທີ່​ຈຳນວນ​ຄະດີ​ລັກ​ລົດ ໄດ້ເພີ້​ມຂຶ້ນ 3.1 ​ເປີ​ເຊັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG