ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ​ຮຽກຮ້ອງໃຫ້ ຫວຽດນາມ ປ່ອຍນັກໂທດ ການເມືອງ ກ່ອນ ປ. ໂອບາມາ ໄປຢ້ຽມຢາມ


Nguyen Van Dai (ຂວາ), ໃຫ້ການໃນເດືອນ ພຶດສະພາ 2013.
Nguyen Van Dai (ຂວາ), ໃຫ້ການໃນເດືອນ ພຶດສະພາ 2013.

ສະຫະລັດ​ຮຽກຮ້ອງໃຫ້ລັດຖະບານ­​ຫວຽດນາມ ປ່ອຍພວກ​ນັກ​ໂທດ​ທາງ​ການ​ເມືອງທັງ​ໝົດ ​ແລະ​ຢຸດ​ເຊົາ​ການ​ຮາວີ​ລົບ​ກວນ​ພວກ​ນັກ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ສັງຄົມ​ພົນລະ​ເຮືອນ. ​ເຈົ້າ​ໜ້າ​ ທີ່​ ກ່າວ​ວ່າ ​ໄດ້​ທຳ​ການ​ຮ້ອງ​ຮຽນ​ດັ່ງກ່າວ ​ກ່ອນໜ້າການ​ເດີນທາງໄປ​ຢ້ຽມຢາມ ຄັ້ງ​ທຳ​ອິດ ຂອງ​ປະທານາທິບໍດີ ​ໂອ​ບາ​ມາ ຕໍ່​ຫວຽດນາມ ​ໃນ​ເດືອນ​ພຶດສະພາຈະ​ມາ​ເຖິງ​ນີ້.

​ໂຄສົກ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ທ່ານ John Kirby ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້ ​ໃນ​ຂະ ນະທີ່​ສະຫະລັດ ​ແລະ​ຫວຽດນາມ​ ຈັດ​ກອງ​ປະຊຸມ​ຄັ້ງ​ທີ 20 ​ໃນ​ການ​ສົນທະນາ​ໂອ້​ລົມ​ເລື້ອງ​ການ​ນັບຖືສິດທິ​ມະນຸດ ​ທີ່​ນະຄອນຫຼວງ​ວໍ​ຊີງ​ຕັນ ວ່າ “ການ​ຊຸກຍູ້ສົ່ງ​ເສີມ​ເລື້ອງ​ສິດທິ​ມະນຸດ ຍັງ​ເປັນ​ພາກສ່ວນ​ທີ່​ຫຼໍ່​ແຫຼມ​ສຳຄັນ​ໃນນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ສະຫະ ລັດ ​ແລະ​ນັ້ນ​ແມ່ນ​ກຸນ​ແຈ​ສຳຄັນ ​ໃນ​ການ​ສົນ​ທະ​ນາ​ຫາລື​ທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ​ພາຍ​ໃນ​ການ​ເປັນ​ພາຄີ​ ໃນ​ຂອບ​ເຂດທີ່​ກ້ວາງ​ຂວາງລະຫວ່າງ​ສະຫະລັດ​ກັບ​ຫວຽດນາມ.”

ນັກຂຽນ blogger JB Nguyen Huu Vinh (ດ້ານໜ້າ) ຢືນຖ່າຍຮູບ ໃນນະທີ່ມີການຊຸມນຸມປະທ້ວງ ຕໍ່ຕ້ານ ຈີນ ໃນຮາໂນ໋ຍ.
ນັກຂຽນ blogger JB Nguyen Huu Vinh (ດ້ານໜ້າ) ຢືນຖ່າຍຮູບ ໃນນະທີ່ມີການຊຸມນຸມປະທ້ວງ ຕໍ່ຕ້ານ ຈີນ ໃນຮາໂນ໋ຍ.

ການ​ຫາລື​ດັ່ງກ່າວແມ່ນ​ກວມ​ເອົາ​ທັງ​ບັນຫາ​ຕ່າງໆຢ່າງ​ກວ້າງຂວາງກ່ຽວ​ກັບການ​ນັບຖື ສິດທິ​ມະນຸດ ຊຶ່ງ​ຮວມທັງ​ເລື້ອງ​ຄວາມ​ສຳຄັນ​ໃນ​ການ​ສືບ​ຕໍ່​ສ້າງ​ຄວາມ​ກ້າວໜ້າ​ໃຫ້​ແກ່​ຄວາມ​ພະ ຍາຍາມໃນການ​ປະຕິ​ຮູບກົດໝາຍ ການ​ປົກຄອງ​ດ້ວຍ​ຕົວ​ບົດ​ກົດໝາຍ ອິດ​ສະລະ​ໃນການ ສະ​ແດງ​ອອກຄວາມ​ຄິດ​ຄວາມ​ເຫັນ​ແລະການ​ໂຮມ​ຊຸມນຸມ ​ສິດ​ເສ​ລິ​ພາບ​ໃນ​ການ​ນັບຖື​ສາສະ ໜາ ສິດ​ທິ​ດ້ານແຮງ​ງານ ສິດທິຂອງ​ພວກ​ຮັກ​ຮ່ວມ​ເພດ​ແລະ​ພວກ​ປ່ຽນ​ເພດ ການ​ຮ່ວມ​ມື​ຫຼາຍ ຝ່າຍ ພ້ອມ​ທັງຄວາມ​ເປັນ​ຫວ່າງ​ເປັນ​ໃຍ​ຂອງ​ສ່ວນ​ບຸກຄົນ​ນຳ ອີງ​ຕາມກະຊວງ​ການ​ຕ່າງປະ​ເທດ.

ສະຫະລັດ ​ໄດ້​ສະ​ແດງ​ຄວາມ​ເປັນ​ຫວ່ງ​ເປັນ​ໃຍຢ່າງເລິກ​ເຊິ່ງ ກ່ຽວ​ກັບຄະດີ​ຂອງ​ທ່ານ Nguyen Van Dai ທະນາຍຄວາມ​ສິດທິ​ມະນຸດ ຜູ້​ຊຶ່ງ​ຖືກ​ຈັບ​ກຸມໂດຍ​ເຈົ້າ​ໜ້າ​ທີ່ ​ເມື່ອກາງ​ເດືອນ​ທັນວາ ປີ 2015 ຜ່ານ​ມາ​ນີ້.

ການ​ຈັບ​ກຸມ​ດັ່ງກ່າວ​ນີ້ ມີ​ຂຶ້ນ ​ໃນ​ຂະນະ​ທີ່​ທ່ານ​ກຳ​ລັງ​ຕຽມ​ການ​ທີ່​ຈະ​ພົບ​ປະ​ກັບ​ບັນດາ​ຜູ້ ຕາງໜ້າ​ຂອງສະຫະ​ພາບຢູ​ໂຣບ ທີ່​ທຳ​ການ​ຢ້ຽມ​ຍາມ​ນະຄອນ​ຮາ​ໂນ໋ຍ ເພື່ອໂອ້​ລົມ​ສົນ ທະນາ ກ່ຽວ​ກັບການ​ນັບຖືສິດທິ​ມະນຸດ ລະຫວ່າງສະຫະ​ພາບຢູ​ໂຣບ ​ແລະ​ຫວຽດນາມ.

ກະລະນາອ່ານຂ່າວເປັນພາສາອັງກິດ ກ່ຽວກັບເລື້ອງນີ້

XS
SM
MD
LG