ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ຮຽກຮ້ອງ​ໃຫ້ ອູ​ການ​ດາ ຍົກເລີກ ​ກົດໝາຍ​ ​ຕໍ່​ຕ້ານ​ ພວກ​ຮັກ​ຮ່ວມ​ເພດ (ວີ​ດີ​ໂອ)


ປະທານາທິບໍດີອູ​ການ​ດາ ທ່ານ Museveni
ປະທານາທິບໍດີອູ​ການ​ດາ ທ່ານ Museveni
ສະຫະລັດ​ຮຽກຮ້ອງ​ໃຫ້ອູ​ການ​ດາ ຍົກເລີກ​ກົດໝາຍ​ ທີ່ຖືວ່າ
ການ​ຮັກ​ຮ່ວມ​ເພດເປັນຄວາມຜິດ ທີ່ມີໂທດໜັກ ເຖິງຂັ້ນຕິດ
​ຄຸກ​ຕະຫຼອດ​ຊີວິດນັ້ນ.

ທໍານຽບຂາວ ​ໄດ້​ອອກ​ຖະ​ແຫຼ​ງການ​ສະບັ​ບນຶ່ງທີ່ກ່າວ​ວ່າ
ປະທານາທິບໍດີອູ​ການ​ດາ ທ່ານ Yoweri Museveni
“​ໄດ້ນໍາເອົາອູ​ການ​ດາ ຖອຍຫຼັງ​ໄປອີກກ້າວນຶ່ງ” ​ໂດຍ​
ການ​ລົງນາມ​ຮັບຮອງ​ເອົາກົດໝາຍດັ່ງກ່າວ​ໃນ​ວັນ​ຈັນ​ວານ
​ນີ້.

ຖະ​ແຫຼ​ງການ​ຍັງ​ກ່າວ​ອີກ​ວ່າ ກົດໝາຍສະບັບນີ້ ຍັງ​ໄດ້ດູຖູກ
ຢຽດຢາມແລະ​ເຮັດໃຫ້ພວກຮັກ​ຮ່ວມ​ເພດອູການດາຕົກຢູ່ໃນອັນຕະລາຍ ພ້ອມ​ນີ້ມັນ​ຍັງ​
ສະ​ທ້ອນໃນທາງທີ່ບໍ່ດີເຖິງ​ປະຫວັດການເຄົາລົບນັບຖືສິດທິມະນຸດຂອງ​ປະ​ເທດ​ນໍາດ້ວຍ.

​ໂຄສົກກະຊວງ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ Jen Psaki ​ໄດ້​ກ່າວ​ວ່າສະຫະລັດ​
ກໍາລັງທໍາ​ການທົບທວນ​ເບິ່ງ​ເຖິງ​ຄວາມສຳພັນ​ຂອງ​ຕົນ​ກັບອູ​ການ​ດາອັນເປັນຜົນເນື່ອງມາ
ຈາກການຮັບຮອງເອົາກົດໝາຍໃໝ່​ນີ້.

ທ່ານ​ນາງ Psaki ກ່າວ​ວ່າ: “ປະຈຸ​ບັນ​ ​ກົດໝາຍ​ສະບັບນີ້​ ໄດ້ມີ​ການຮັບຮອງເອົາແລ້ວ,
ພວກ​ເຮົາ​ກໍ​ໄດ້​ເລີ່​ມທຳການກວດ​ສອບ​ພາຍ​ໃນ ເບິ່ງຄວາມສຳພັນຂອງ​ພວກ​ເຮົາ​
ກັບລັດ ຖະບານອູ​ການ​ດາ ​ເພື່ອຄໍ້າປະກັນວ່າ ການພົວພັນ​ຂອງພວກເຮົາໃນທຸກໆ
ດ້ານ ຮວມທັງ ​ໂຄງການ​ຊ່ອຍ​ເຫຼືອ​ຕ່າງໆ ຍຶດໝັ້ນ​ຕໍ່​ນະ​ໂຍບາຍ​ແລະຫຼັກການ​
ຂອງ​ພວກ​ເຮົາ ​ທີ່​ຕໍ່ຕ້ານ​ການ​ຈຳແນກກີດ​ກັນ ​ແລະສະທ້ອນໃຫ້ເຫັນເຖິງ​ຄຸນຄ່າ​
ຂອງ​ພວກ​ເຮົາ.”


​ໃນ​ການ​ຊັ່ງຊາ​ຕີ​ລາຄາ​ຢ່າງ​ອື່ນໆ​ນັ້ນ ​ກົດໝາຍ​ໃໝ່​ດັ່ງກ່າວ​ນີ້ ແມ່ນໄດ້​ເພີ່ມ​ການ​ລົງ​ໂທດ
ຢ່າງໜັກ​ຕໍ່​ການ​ມີ​ເພດ​ສໍາພັນ​ໃນ​ໝູ່​ພວກຮັກ​ຮ່ວມເພດ ແລະເກື​ອດ​ຫ້າມ​ໃນ​ອັນ​ທີ່​ເອີ້ນ​ວ່າ
“ການຊຸກຍູ້ສົ່ງ​ເສີມພວກຮັກ​ຮ່ວມເພດ.”

ປະທານາທິບໍດີ Museveni ໄດ້​ກ່າວປົກ​ປ້ອງ​ຮ່າງ​ກົດໝາຍ​ໃໝ່ ​ໃນ​ພິທີ​ລົງ​ນາມ​ໃນ​ວັນ​ຈັນ
​ວານ​ນີ້ ໂດ​ຍເວົ້າວ່າ​ ພວກ​ກຸ່ມ​ດັ່ງ​ກ່າວ​ນີ້ ​ໄດ້​ພະຍາຍາມຊັກ​ຊວນເອົາໜຸ່ມນ້ອຍ​ເຍົາ​ວະ​ຊົນ
ອູ​ການ​ດາ ​ໃຫ້​ໄປໃຊ້​ຊີວິດ​ແບບພວກຮັກ​ຮ່ວມເພດ.

Uganda Anti
please wait
Embed

No media source currently available

0:00 0:00:31 0:00
XS
SM
MD
LG