ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຮຽກຮ້ອງ ໃຫ້ໄທ ປົກປ້ອງ ພວກທີ່ສົງໄສ ເປັນ ອົບພະຍົບ ຊາວວີເກີ້


ຮອງໂຄສົກ ກະຊວງການຕ່າງປະເທດ ສຫລ ທ່ານນາງ Marie Harf ໃນລະຫວ່າງການຖະແຫຼງຂ່າວ ທີ່ກະຊວງຕ່າງປະເທດສະຫະລັດ ໃນກຸງວໍຊິງຕັນ (28 ສິງຫາ 2013)
ຮອງໂຄສົກ ກະຊວງການຕ່າງປະເທດ ສຫລ ທ່ານນາງ Marie Harf ໃນລະຫວ່າງການຖະແຫຼງຂ່າວ ທີ່ກະຊວງຕ່າງປະເທດສະຫະລັດ ໃນກຸງວໍຊິງຕັນ (28 ສິງຫາ 2013)
ກະຊວງການຕ່າງປະເທດສະຫະລັດ ຮຽກຮ້ອງໃຫ້ປະເທດໄທ ຈົ່ງ
ໃຫ້ການປົກປ້ອງຄຸ້ມຄອງແກ່ຊາວມຸສລິມປະມານ 200 ຄົນທີ່ຖືກ ພົບເຫັນໃນຕົ້ນອາທິດນີ້ ຢູ່ໃນສູນແຫ່ງນຶ່ງ ທີ່ຢູ່ໃນປ່າ.

ຕຳຫຼວດ ໄດ້ພົບຊາວມຸສລິມຈຸນີ້ ໃນມື້ວັນພຸດແລ້ວ ຢູ່ໃນສູນທີ່ປ່າ
ສອກຫຼີກແຫ່ງນຶ່ງໃນຈັງຫວັດສົງຂລາ ທາງພາກໃຕ້ຂອງໄທ. ເຈົ້າ
ໜ້າທີ່ໄດ້ພະຍາຍາມທີ່ຈະລົງຄວາມເຫັນວ່າພວກກ່ຽວຖືສັນຊາດ
ຫຍັງ ແຕ່ກໍສົງໄສວ່າ ເຂົາເຈົ້າເປັນຊາວວີເກີ້ຈາກເຂດຊິນຈຽງ ຊຶ່ງ ເປັນເຂດປົກຄອງຕົນເອງ ໃນພາກຕາເວັນຕົກ ຂອງຈີນ. ກຸ່ມດັ່ງ
ກ່າວແມ່ນຮວມທັງພວກເດັກນ້ອຍ 82 ຄົນ.

ທ່ານນາງ Marie Harf ໂຄສົກກະຊວງການຕ່າງປະເທດສະຫະລັດກ່າວວ່າ ສະຫະລັດ ມີ
ຄວາມວິຕົກກັງວົນກ່ຽວກັບກຸ່ມດັ່ງກ່າວນີ້ ແລະຕ້ອງການຢາກໃຫ້ປະເທດໄທ ໃຫ້ການປົກ ປ້ອງຄຸ້ມຄອງ ຢ່າງເຕັມທີ່ ແກ່ພວກເຂົາເຈົ້າ ແລະຄ້ຳປະກັນວ່າ ໄດ້ມີການໃຫ້ຄວາມຊ່ອຍ ເຫຼືອທາງດ້ານມະນຸດສະທຳແກ່ພວກເຂົາເຈົ້ານຳດ້ວຍ.

ກຸ່ມປົກປ້ອງສິດທິມະນຸດ Human Rights Watch ຮຽກຮ້ອງໃຫ້ປະເທດໄທບໍ່ໃຫ້ສົ່ງເຂົາ ເຈົ້າກັບຄືນໄປຈີນບ່ອນທີ່ຊາວວີເກີ້ພວມປະເຊີນກັບການຖືກປະຫັດປະຫານຢູ່ນັ້ນ. ເຂດ ຊິນຈຽງ ແມ່ນເປັນສູນກາງຂອງຂະບວນການເຄື່ອນໄຫວໃນລະດັບຕ່ຳ ບໍ່ຮ້າຍແຮງ ຂອງ ຊາວມຸສລິມແບ່ງແຍກດິນແດນ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG