ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດາ​ ນາຍຈ້າງ ສະຫະລັດ ​ໄດ້​ສ້າງວຽກ​ງານ ເພີ້ມຂຶ້ນ 217,000 ໜ້າ​ວຽກ (ວີດີໂອ)


US Employers Add 217,000 Jobs; Unemployment Steady at 6.3%
please wait

No media source currently available

0:00 0:02:01 0:00

ບັນດາ​ນາຍຈ້າງສະຫະລັດ ​ໄດ້​ເພີ້​ມວຽກ​ງານຂຶ້ນ 217,000 ໜ້າ​ວຽກ ແຕ່ອັດຕາຂອງ​ການຫ​ວ່າງ​ງານ ບໍ່​ໄດ້​ມີ​ການ​ປ່ຽນ​ແປງ​ ​ແລະຍັງ​ຢູ່ໃນລະດັບ 6.3 ​ເປີ​ເຊັນ.

ບັນດາ​ນາຍຈ້າງສະຫະລັດ ​ໄດ້​ເພີ້​ມວຽກ​ງານຂຶ້ນ 217,000 ໜ້າ​
ວຽກ ​ໃນ​ເດືອນພຶດສະພາ​ປີ​ນີ້ ຊຶ່ງເປັນການ​ເພີ້​ມຂຶ້ນ 4 ເດືອນ
ລຽນຕິດ ​ໃນ ຈຳນວນທີ່​ເກີນ 200,000 ວຽກ​. ​ແລະການເພີ້​ມຂຶ້ນ​
ຂອງ​ໜ້າ​ວຽກ ໃນ​ເດືອນພຶດສະພານັ້ນ​ ໝາຍ​ຄວາມ​ວ່າ ດຽວ​ນີ້
ເສດຖະກິດ​ໄດ້​ກູ້​ເອົາຄືນ ມາ​ໝົດ​ແລ້ວ ວຽກ​ງານຕ່າງໆ ທີ່​ໄດ້​ເສຍ​
ໄປ​ ໃນ​ລະຍະທີ່ເສດຖະກິດຫົດ ໂຕເຂົ້າ​ນັ້ນ ​ແຕ່​ອິງ​ຕາມ​ລາຍ​ງານ
​ຂອງ Mil Arcega ຜູ້​ສື່​ຂ່າວ​ວີ​ໂອ​ເອ ກໍ​ແມ່ນ​ວ່າ ອັດຕາຂອງ​ການ
ຫ​ວ່າງ​ງານ ບໍ່​ໄດ້​ມີ​ການ​ປ່ຽນ​ແປງ​ ​ແລະຍັງ​ຢູ່ລະດັບ 6.3 ເປີ​ເຊັນ
​ເພາະວ່າມີຊາວ​ອາ​ເມຣິກັນ​ໃນ​ຈຳນວນຫຼາຍຂຶ້ນ ທີ່​ພາກັນອອກ​ມາ
ຊອກ​ຫາ​ວຽກເຮັດ ດັ່ງ​ທີ່ ໄຊ​ຈະ​ເຣີນສຸກ ຈະ​ນຳ​ມາສະ​ເໜີ​ທ່ານ​.

ຫຼັງຈາກ​ລະດູ​ໜາວ​ທີ່ມີ​ຄວາມ​ຫຍຸ້ງ​ຍາກ ຕະຫຼາດວຽກ​ງານຂອງ​ສະຫະ ລັດ ກໍ​ເລີ້ມ​ສະ​ແ​ດງ
ຮ່ອງຮອຍ​ຂອງ​ ການ​ມີ​ຊີວິດ​ຊີວາ​ຄືນ​ມາ​. ກະຊວງ​ແຮງ​ງານ​ສະຫະລັດ ກ່າວ​ວ່າ ການເພີ້​ມ
ຂຶ້ນ​ຂອງວຽກ​ງານ​ ໃນ​ເດືອນ ພຶດສະພານັ້ນ ​ແມ່ນ​ມີ​ພື້ນຖານ​ທີ່ກວ້າງຂວາງ ​ຄື​ມີ​ການ​ເພີ້​ມ
ຂຶ້ນທັງ​ໃນ​ພາກສ່ວນການ​ຮັກສາ​ສຸຂະ​ພາບ ການ​ພັກຜ່​ອນຢ່ອນ​ໃຈ ການ​ບໍລິການ ​ແລະ
ການ​ຜະລິດ.

ອັດຕາຂອງ​ການ ຫ​ວ່າງ​ງານ ໃນ ເດືອນ ພຶດສະພາ 2014.
ອັດຕາຂອງ​ການ ຫ​ວ່າງ​ງານ ໃນ ເດືອນ ພຶດສະພາ 2014.

ຢູ່​ທີ່ຕະຫລາດຮຸ້ນ Wall Street ໃນ​ນະຄອນນິວຢອກ ລາຄາ
​ເງິນ​ໂດ​ລາ​ໄດ້​ຖີບສູງ​ຂຶ້ນ ​ແລະ ບັນດາ​ດັດຊະນີທີ່​ສຳຄັນໆ ​ກໍ​ມີ​
ລາຄາ​ສູງຂຶ້ນຢ່າງ​ເປັນ​ປະຫວັດ​ການ.

​ແລະ​ເຖິງ​ແມ່ນ​ວ່າ ​ໄດ້​ມີ​ຄວາມ​ເປັນ​ຫ່ວງ​ກັນວ່າ ຮຸ້ນ​ຕ່າງໆ​ ຂອງ​
ສະຫະ ລັດ ອາດ​ຈະ​ມີການປັບ​ລາຄາ​ຢ່າງສຳຄັນກໍ​ຕາມ ນັກ
ຍຸ​ທະສາດ​ດ້ານ ການ​ລົງທຶນ ​ນາງ Kate Warne ຈາກ​ບໍລິສັດ
Edward Jones ກ່າວ​ວ່າ ການ​ເປັນ​ໄປ​ຢ່າງຊ້າໆ ​ແລະສ​ະໝ່ຳ
ສະ​ເໝີ ​ແມ່ນຈະສົ່ງ​ຜົນ​ດີ​ໃນ​ບັ້ນ​ສຸດ​ທ້າຍ.

ທ່ານນາງ Kate Warne ​ເວົ້າວ່າ “ນອກນັ້ນ ພວກ​ເຮົາ​ຄິດ​ວ່າ ​ແທ້ຈິງ​ແລ້ວ ຄວາມຮູ້ສຶກ
ແມ່ນກຳລັງ​ດີ​ຂຶ້ນນ້ອຍ​ໜຶ່ງ. ການ​ບໍ່ແນ່​ໃຈ​ ທີ່​ທຸ​ກໆ ຄົນຮູ້​ສຶກຢູ່​ໃນ​ຂະນະ​ນີ້​ ແທ້ຈິງ​
ແລ້ວ ແມ່ນ​ເປັນສິ່ງ​ບວກ ​ເພາະ​ມັນ​ໝາຍ​ຄວາມ​ວ່າ ​ບໍ່​ມີ​ໃຜມີ​ຄວາມ​ຮູ້ສຶກ​ຕື່​ນ​ເຕັ້ນ​
ຫຼືດີ​ໃຈ​ຫລາຍເກີນ​ໄປ ​ໃນ​ເວລາ​ຄື​ຈັ່ງ​ຊີ້.”


​ເຖິງ​ແມ່ນ​ວ່າ ພາບ​ພົດ​ຂອງ​ວຽກງານກຳລັງ​ດີ​ຂຶ້ນກໍ​ຕາມ ອັດຕາການ​ຫວ່າງ​ງານ​ກຍັງ​ຄົງ​ຢູ່​ໃນ​ລະດັບ​ເດີມ ​ໃນ​ຂະນະ​ທີ່​ບັນດາຊາວ​ອາ​ເມຣິກັນ ທີ່ຫ​ວ່າງ​ງານ ພາກັນ​ອອກ​ໄປ​ຊອກ​ຫາ​ວຽກ​ເຮັດຄືນໃໝ່. ບັນດາ​ນັກ​ເສດ ຖະສາດກ່າວ​ວ່າ ນັ້ນ​ແມ່ນ​ຮ່ອງຮອຍຂອງ​ຄວາມ​ໝັ້ນ​ໃຈ​ໃນເສດຖະກິດ. ​ແຕ່​ສິ່ງ​ໜຶ່ງ​ທີ່​ໜ້າ​ເປັນ​ຫ່ວງ​ ກໍແມ່ນວ່າ ​ຄ່​າ​ແຮງ​ງານ​ໂດຍ​ສະ​ເລ່ຍຍັງ​ບໍ່​ມີ​ການ​ປັບ​ຂຶ້ນ ເປັນສ່ວນ​ໃຫຍ່​ ຊຶ່ງ​ໄດ້ສົ່ງ​ຜົນ​ກະທົບ​ຕໍ່​ຄວາມ​ໝັ້ນ​ໃຈ​ຂອງ​ຜູ້​ບໍລິ​ໂພ​ກ ອິງ​ຕາມທ່ານ Mark Hamrick ທີ່ Bankrate.com​.

ທ່ານ Mark Hamrick ​ເວົ້າວ່າ “ສິ່ງ ​ໜຶ່ງ​ທີ່​ຈະ​ຊ່ອຍ​ເຮັດ​ໃຫ້ ​ບັນດາ​ຜູ້​ບໍລິ​ໂພ​ກ ມີອາລົມ
ທີ່​ດີ​ຂຶ້ນ​ໄດ້ ຢ່າງ​ແທ້​ຈິງນັ້ນ ກໍ​ຄື ຖ້າ​ຫາກ​ວ່າເງິນ​ເດືອນ​ຂອງ​ພວກ​ເຂົາ​ເຈົ້າ​ເພີ້ມຂຶ້ນ
​ເຂົາ​ເຈົ້າມີ​ເງິນ​ເພີ້​ມຂຶ້ນ​ໃນ​ຖົງ​ຂອງ​ ​ເຂົາ​ເຈົ້າ​ ​ແລະພວກ​ເຂົາເຈົ້າບໍ່​ຕ້ອງ​ໄດ້​ໃຊ້ຈ່າຍ​
ເງິນ​ນັ້ນ ສຳລັບ​ຄ່າ​ນ້ຳ ມັນລົດ ຄ່າ​ໄຟ​ຟ້າ ຫລືຄ່າ​ແກ໊ສ ເພື່ອ​ສະໜອງ​ຄວາມອຸ່ນ
ພາຍ​ໃນ​ເຮືອນ​ຂອງ​ພວກ​ເຂົາ​ເຈົ້າ ຄື​ກັນ​ກັບ​ທີ່ພວກ​ເຂົາ​ໄດ້​ໃຊ້​ຈ່າຍ​ໄປໃນ​ລະດູ​
ໜາວ​ທີ່​ຜ່ານ​ມານັ້ນ. ຂ້າພະ​ເຈົ້າຄິດ​ວ່າ ​ສິ່ງ​ນັ້ນ​ແມ່ນຈະ​ຊ່ອຍ​ຄວາມ​ໝັ້ນ​ໃຈ​ຂອງ​
ບັນດາຜູ້​ບໍລິ​ໂພ​ກ​ໄດ້​ແທ້ໆ.”


ຄວາມ ​ກັງວົນ​ອີກ​ປະການໜຶ່ງ ​ແມ່ນ​ວ່າ ການ​ຂະຫຍາຍ​ໂຕຂອງວຽກ​ງານນັ້ນ ຍັງ​ບໍ່​ສະ​ໝ່ຳສະ​ເໝີ. ລາຍ​ງານ​ໃໝ່ຂອງອົງການ ສະພາ​ແຫ່ງ​ຊາດ​ຂອງຊາວ​ລາຕິ​ນ National Council of La Raza ຫຼື NCLR ກ່າວ​ວ່າ ອັດຕາ​ການ​ຫວ່າງ​ງານ ຂອງ​ຊາວ​ລາຕິ​ນ​ໂດຍສະ​ເພາະ ​ແມ່ນ ຍັງສູງ​ກວ່າຂອງ​ພົນລະ​ເມືອງທົ່ວ​ໄປ. ນັກວິ​ເຄາະ​ດ້ານ​ນະ​ໂຍບາຍ ທ່ານ​ນາງ Alicia Criado ກ່າວ​ວ່າ ບໍ່​ພຽງ​ແຕ່​ເທົ່ານັ້ນ ວຽກ​ງານ​ທີ່​ໄດ້​ມາ​ຂອງ​ຊາ​ວລາຕີ​ນ ​ໂດຍສ່ວນໃຫຍ່​ແລ້ວ ​ແມ່ນ​ເປັນ​ໜ້າ​ວຽກ​ທີ່​ມີຄ່າ​ຈ້າງຕ່ຳ.

ທ່ານ​ນາງ Alicia Criado ​ເວົ້າວ່າ “ຫຼືບໍ່ ກໍ​ເປັນ​ພວກວຽກ​ງານ ທີ່​ບໍ່​ເຮັດ​ໃຫ້​ບັນດາ
ຄົນງານ ຫລຸດຜົ້ນຈາກ​ຄວາມທຸກ​ຍາກ​ໄປ​ໄດ້. ​ແລະ​ນັ້ນ ແນ່ນອນ ແມ່ນ​ກໍລະນີ​
ຂອງພວກ​ຄົນງານ​ຊາວ​ລາຕີ​ນ ຫຼາຍໆລ້ານ​ຄົນ ທີ່​ກຳລັງ​ເຂົ້າ​ໄປ​ເຮັດ​ວຽກຫລາຍ
ຂຶ້ນ​ເລື້ອຍໆ​ ຢູ່​ໃນ​ພາກ​ສ່ວນ​ວຽກ​ງານ​ທີ່​ມີຄ່າ​ຈ້າງ​ຕ່ຳ​.”


​ເຖິງ ​ແມ່ນ​ວ່າ ​ດຽວ​ນີ້ເສດຖະກິດ​ໄດ້​ກູ້​ເອົາ ວຽກ​ງານທີ່​ໄດ້​ເສຍ​ໄປ​ຕັ້ງ​ແຕ່​ເສດຖະກິດ​ຫົດ​ໂຕ​ເຂົ້ານັ້ນ ກັບ​ຄືນ​ມາ​ແລ້ວ​ກໍ​ຕາມ ​ແຕ່ການເຕີບ​ໂຕຂຶ້ນ​ຂອງ​ຈຳນວນ​ວຽກ​ງານ​ ກໍ​ຍັງບໍ່ທັນ
ກັບການ​ເຕີບ​ໂຕ​ຂອງ​ຈຳນວນພົນລະ ​ເມືອງ​ສະຫະລັດ ທີ່​ໄດ້​ຂະຫຍາຍ​ໂຕ​ຂຶ້ນ​ເກືອບ 7 ​
ເປີ​ເຊັນ​ ນັບຕັ້ງ​ແຕ່ ສະພາວະ​ເສດຖະກິດຕົກ​ຕ່ຳລົງຄັ້ງ​ໃຫຍ່ ຫຼື the Great Recession
​ໃນ​ຊຸມ​ປີ 1930 ​ໄດ້​ສິ້ນ​ສຸດ​ລົງ ​ເປັນ​ຕົ້ນ​ມາ.
XS
SM
MD
LG