ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ​ແລະ ສປຊ ​ຊົມ​ເຊີຍ ທີ່ສະມາຊິກ ສະພາລີ​ເບຍ ໃຫ້ການ​ສະໜັບສະໜຸນ ລັດຖະບານ ສາມັກຄີຊາດ


ສະມາຊິກ ທີ່​ໜຸນ​ຫຼັງ​ໂດຍ​ກອງ​ກຳລັງ​ລັດຖະບານ​ລີ​ເບຍ ຢືນ​ຢູ່​ຂ້າງລົດ​ຖັງ ​ໃນ​ເມືອງ Benghazi, ລີ​ເບຍ.
ສະມາຊິກ ທີ່​ໜຸນ​ຫຼັງ​ໂດຍ​ກອງ​ກຳລັງ​ລັດຖະບານ​ລີ​ເບຍ ຢືນ​ຢູ່​ຂ້າງລົດ​ຖັງ ​ໃນ​ເມືອງ Benghazi, ລີ​ເບຍ.

ສະຫະລັດ​ແລະ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ກ່ຽວ​ກັບ​ຄຳ​ປະກາດ ​ໂດຍລັດຖະສະພາ​ລີ​ເບຍທີ່​ໃຫ້ການ​ສະໜັບສະໜຸນຕໍ່​ຂໍ້​ສະ​ເໜີ​ການສ້າງຕັ້ງ​ລັດຖະບານ​ສາມັກ ຄີ​ຊາດ ​ແຕ່​ໄດ້​ສະ​ແດງ​ຄວາມ​ກັງວົນ ກ່ຽວ​ກັບລາຍ​ງານການ​ນາບ​ຂູ່ຕໍ່​ບັນດາ​ສະມາ​ຊິກ​ຂອງລັດຖະສະພາ ໂດຍ​ພວກທີ່​ຄັດຄ້ານຕໍ່​ຂໍ້​ຕົກລົງ​ດັ່ງກ່າວ.

ສະມາ​ຊິກ​ສ່ວນ​ໃຫຍ່ ປະມານ 100 ຄົນ​ໃນຈຳນວນ​ທັງ​ໝົດ 196 ຄົນຂອງລັດຖະສະພາທີ່​ຮັບ​ຮູ້​ຈາກ​ນາໆ​ຊາດ ທີ່​ເມືອງ Tobruk ​ໄດ້​ລົງ​ນາມ​ໃນຄຳ​ປະກາດ​ດັ່ງກ່າວ ​ໃນ​ວັນ​ອັງຄານ​ວານ​ນີ້ໂດຍ​ກ່າວ​ວ່າ ຕົນ​ເຫັນ​ດີ​ກ່ຽວ​ກັບ​ແຜນການ​ຕ່າງໆ​ໃນສ້າງຕັ້ງລັດຖະບານ​ສາມັກຄີ​ຊາດ ກັບ​ກຸ່ມ​ທີ່​ເປັນ​ປໍ​ລະ​ປັກ ທີ່​ມີ​ສຳນັກງານ​ຢູ່​ນະຄອນ Tripoli. ​ແຕ່​ວ່າ ການ​ລົງ​ຄະ​ແນນ​ສຽງ​ແມ່ນ​ບໍ່​ໄດ້​ມີ​ຂຶ້ນ ຍ້ອນ​ການ​ຂົ່ມ​ຂູ່​ຕໍ່​ພວກ​ເຂົາ​ເຈົ້າ.

ພວກ​ນັກ​ຕໍ່ສູ້ ທີ່​ເຫັນນີ້ ​ແມ່ນ ​ໄດ້​ໂຈມ​ຕີ​ລົດ ທີ່​ຕິດ​ອາວຸດ ນອກ​ເມືອງ Sidra, ລີ​ເບຍ ຊຶ່ງ​ວິ​ກິດການທາງ​ການ​ເມືອງ​ຍັງ​ສືບ​ຕໍ່ ຢູ່​ເລື້ອຍ​ມາ ນັບ​ຕັ້ງ​ແຕ່​ໄດ້ໂຄ່ນ​ລົ້ມ​ຜູ້ນຳ​ຜະ​ເດັດ​ການ Moammar Gadhafi.
ພວກ​ນັກ​ຕໍ່ສູ້ ທີ່​ເຫັນນີ້ ​ແມ່ນ ​ໄດ້​ໂຈມ​ຕີ​ລົດ ທີ່​ຕິດ​ອາວຸດ ນອກ​ເມືອງ Sidra, ລີ​ເບຍ ຊຶ່ງ​ວິ​ກິດການທາງ​ການ​ເມືອງ​ຍັງ​ສືບ​ຕໍ່ ຢູ່​ເລື້ອຍ​ມາ ນັບ​ຕັ້ງ​ແຕ່​ໄດ້ໂຄ່ນ​ລົ້ມ​ຜູ້ນຳ​ຜະ​ເດັດ​ການ Moammar Gadhafi.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ໄດ້ກ່າວໃນຖະ​ແຫຼງການສະ ບັບນຶ່ງ​ໃນວັນພຸດວານນີ້ວ່າ ສະຫະລັດແມ່ນໃຫ້ການສະໜັບສະໜຸນຢ່າງແຂງຂັນຕໍ່ “ບັນດາ ຊາວລີເບຍ ຜູ້ທີ່ກ້າຫານຊານໄຊ ໃນການເອົາບາດກ້າວເດີນໄປຂ້າງໜ້າ ກັບລັດຖະບານ
ແຫ່ງຄວາມ​ປອງ​ດອງຊາດ ນັ້ນ.”

ໃນການໃຫ້ການຕໍ່ລັດຖະສະພານັ້ນ ທ່ານ Kerry ໄດ້ເນັ້ນເຖິງວິກິດການທາງການເມືອງຢູ່
​ລີ​ເບຍ ຊຶ່ງຈຳ​ເປັນ​ຕ້ອງ​ໄດ້​ຮັບແກ້ໄຂຢ່າງຮີບດ່ວນ ທີ່ຍັງດຳເນີນຢູ່ຕໍ່ມາ ນັບຕັ້ງແຕ່ໄດ້ມີ​ການໂຄ່ນລົ້ມອະດີດຈອມຜະເດັດການ Moammar Gadhafi.

ທ່ານ Kerry ໄດ້ກ່າວວ່າ “ຖ້າຫາກວ່າພວກເຂົາເຈົ້າບໍ່ສາມາດທ້ອນໂຮມກັນໄດ້ນັ້ນ ແມ່ນແລ້ວ ມັນຈະກາຍມາເປັນປະເທດທີ່ລົ້ມແຫຼວ.”

XS
SM
MD
LG