ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ສະເໜີຍັດຕິ ແກ້ໄຂບັນຫາຊູດານ


ຜູ້ຄົນກຳລັງພາກັນຫຸ້ມເບິ່ງ ຕະຫຼາດແຫ່ງນຶ່ງທີ່ຖືກໄຟໄໝ້ ຍ້ອນການໂຈມຕີທາງອາກາດຂອງຊູດານ ທີ່ເມືອງ Rubkona ໃກ້ໆເມືອງ Bentiu ໃນຊູດານໃຕ້ (24 ເມສາ 2012)
ຜູ້ຄົນກຳລັງພາກັນຫຸ້ມເບິ່ງ ຕະຫຼາດແຫ່ງນຶ່ງທີ່ຖືກໄຟໄໝ້ ຍ້ອນການໂຈມຕີທາງອາກາດຂອງຊູດານ ທີ່ເມືອງ Rubkona ໃກ້ໆເມືອງ Bentiu ໃນຊູດານໃຕ້ (24 ເມສາ 2012)

ສະຫະລັດໄດ້​ສະ​ເໜີ​ຮ່າງ​ຍັດ​ຕິ​ສະບັບ​ນຶ່ງ ຕໍ່ສະພາ​ຄວາມ​ໝັ້ນຄົງ​ຂອງອົງກາ​ນສະຫະ​ປະຊາ​
ຊາດເຕືອນຊູ​ດານແລະຊູ​ດານໃຕ້ ​ກ່ຽວ​ກັບການ​ລົງ​ໂທດ ຖ້າ​ປະ​ເທດ​ທັງ​ສອງ​ຫາກ​ບໍ່ຈັດຕັ້ງ
ປະຕິບັດແຜນການ​ສັນຕິ​ພາບ ຂອງສະຫະພາບອາ​ຟຣິກາ ​ເພື່ອ​ຍຸຕິ​ການ​ສູ້​ລົບກັນ​ຕາມ​ບໍລິ​
ເວນຊາຍ​ແດນ​ຂອງ​ປະ​ເທດ​ທັງ​ສອງ.

ສະຫະພາບ​ອາຟຣິກາ ຕ້ອງການ​ໃຫ້​ສະພາ​ຄວາມ​ໝັ້ນ​ຄົງ ໜຸນ​ຫລັງ​ແຜນ​ການ​ສັນຕິພາບ
ຂອງ​ຕົນ ທີ່ໄດ້​ຖືກ​ຮັບຜ່ານ​ໃນ​ຕົ້ນ​ອາທິດ​ນີ້ ທີ່​ຮຽກຮ້ອງ​ໃຫ້​ສອງ​ປະ​ເທດ​ຊູ​ດານແກ້​ໄຂ​ບັນ
ຫາ​ຂັດ​ແຍ້​ງກ່ຽວ​ກັບ​ເລື່ອງ​ນໍ້າມັນ ການ​ຖືສັນຊາດ ແລະ​ບັນຫາເຂດ​ແດນ ພາຍ​ໃນ​ເວລາ
90 ວັນ.

ເອກ​ອັກຄະ​ລັດຖະທູດສະຫະລັດປະ​ຈໍາ​ສະຫະ​ປະຊາ​ຊາດທ່ານ​ນາງ Susan Rice ກ່າວ​ວ່າ​
ສະພາ​ຄວາມ​ໝັ້ນຄົງມີກຳນົດເລີ້ມ​ສົນທະນາຫາລືກ່ຽວ​ກັບ​ຮ່າງ​ຍັດຕິ​ ທີ່​ໄດ້​ຮັບ​ການໜຸນ​ຫລັງ
ຈາກສະຫະລັດ ໃນ​ວັນ​ພະຫັດ “​ເພື່ອ​ໃຫ້ການ​ສະໜັບ​ສະນຸນຢ່າງ​ວອງ​ໄວ​ ຕໍ່​ການ​ຕັດ​ສີນ​ໃຈ
ຂອງ​ສະຫະພາບ​ອາ​ຟຣິກາ​.”

XS
SM
MD
LG