ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ແລະ ສປຊ ປະນາມ ການໂຈມຕີ ໂດຍກຸ່ມ al-Qaida ໃນມາລີ


ແຜນທີ່ ປະເທດມາລີ.
ແຜນທີ່ ປະເທດມາລີ.

ສະຫະລັດ ​ໄດ້​ປະນາມ “ໂດຍ​ໃຊ້​ຄຳ​ເວົ້າ​ທີ່​ແຮງສຸດເທົ່າທີ່ເປັນ
ໄປໄດ້” ຕໍ່ການ​ດັກ​ສະກັດ​ໂຈມຕີ ຂະບວນລົດກຳລັງ​ຮັກສາ​ສັນ
ຕິພາບ ສະຫະ​ປະຊາ​ຊາດ ​ໃນ​ມາລີ ​ໃນ​ວັນ​ພະຫັດ​ວານ​ນີ້ ທີ່
​ເຮັດ​ໃຫ້​ຫົກ​ຄົນເສ​ຍຊີວິດ ​ແລະ​ອີກ​ຫ້າ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ການ​ໂຈມ​ຕີໄດ້​ເກີດ​ຂື້ນ​ຢູ່​ຖະໜົນແຫ່ງນຶ່ງ ປະມານ 45 ກິ​ໂລ​
ແມັດ​ທາງ​ພາກ​ຕາເວັນຕົກສຽງໃຕ້ ​ຂອງ​ເມືອງ Timbuktu
​ໃນ​ເຂດ​ທະ​ເລ​ຊາຍ​ ທີ່ວຸ້ນວາຍໃນພາກ ເໜືອຂອງມາລີ. ກຸ່ມ
​ຫົວ​ຮຸນ​ແຮງ​ຈັດ al-Qaida ຢູ່​ເຂດອິສລາມ Maghreb ​ໄດ້
​ອ້າງ​ເອົາ​ຄວາມ​ຮັບຜິດ​ຊອບ​ຂອງ​ການ​ດັກ​ສະກັດໂຈມຕີຄັ້ງນີ້.

ຢູ​ໃນ​ຖະ​ແຫລ​ງການ​ ໃນ​ຕອນແລງ​ວັນ​ພະຫັດ​ວານ​ນີ້ ​ເອກ​ອັກຄະ​ລັດຖະທູດ ສະຫະລັດ
ປະຈຳ​ສະຫະ​ປະ​ຊາ​ຊາດ ທ່ານ​ນາງ Samantha Power ​ໄດ້​ສະ​ແດງ​ຄວາມ​ເສົ້າສະຫລົດ​
ໃຈ ​ຕໍ່​ບັນດາ​ຄອບຄົວຂອງ​ຜູ້​ເຄາະ​ຮ້າຍ​ຫົກ​ຄົນ ຊຶ່ງທັງ​ໝົດ​ແມ່ນມາ​ຈາກ Burkina Faso
​ແລະ​ຕໍ່​ລັດຖະບານ Burkina Faso.

​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ ທ່ານ Ban ki-Moon ​ໄດ້ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ
ການ​ໂຈມ​ຕີ​ຈະ​ບໍ່​ປ່ຽນປ່ຽນຄວາມຕັ້ງ​ໃຈ​ຂອງສະຫະ​ປະຊາ​ຊາດ ​ເພື່ອ​ສະໜັບສະໜູນ​
ປະຊາຊົນມາລີ ​ແລະ​ຄວາມ​ພະຍາຍາມ​ເພື່ອຟື້ນຟູ​ສັນຕິ​ພາບ​ໃນ ປະເທດດັ່ງກ່າວ.

ບັນດາ​ສະມາຊິກ ສະພາ​ຄວາມໝັ້ນຄົງ ສະຫະ​ປະຊາ​ຊາດ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ໂຈມ
​ຕີ​ແນເປົ້າໝາຍ​ໃສ່ກໍາລັງ​ຮັກສາ​ສັນຕິພາບອາດ​ຈະເປັນ​ຄວາມ​ຜິດ​ຖານ ກໍ່ອາ​ຊະ​ຍາ​ກຳ​ສົງ​
ຄາມ ພາຍ​ໃຕ້​ກົດໝາຍ​ສາກົນ.

ຄະນະປະຕິບັດ​ງານ ສະຫະ​ປະຊາ​ຊາດ ກ່າວ​ວ່າ ຕົນໄດ້ຍົກຍ້າຍກຳລັງ​ຮັກສາ​ສັນຕິພາບ
ທັງ​ໝົດ​ອອກຈາກ​ເຂດດັ່ງກ່າວ. ລົດ​ສອງ​ຄັນ​ໄດ້​ຖືກ​ທຳລາຍ​ໃນ​ການໂຈມ​ຕີ. ຄະນະປະ
ຕິບັດງານ​ໄດ້​ສົ່ງ​ເຮືອ​ບິນ​ເຮ​ລິ​ຄອບ​ເຕີ ​ແລະກຳລັງສະໜັບສະ ໜຸນ​ໄປ​ຍັງ​ບ່ອນ​ເກີດ​ເຫດ.

ຄວາມ​ຮຸນ​ແຮງຍັງດຳ​ເນີນ​ຢູ່ຕໍ່ມາໃນ​ພາກ​ເໜືອ​ຂອງ​ມາລີ ​ເຖິງ​ແມ່ນ​ວ່າການປາບປາມ
ພາຍໃຕ້ການນຳພາຂອງ​ທະຫານຝຣັ່ງ​ໄດ້ເລີ້ມຂຶ້ນ​ໃນຕົ້ນ​ປີ 2013 ທີ່​ໄດ້​ປົດ​ປ່ອຍ​ພາກ
ເໜືອ​ຂອງມາລີ ຈາກການຄວບຄຸມຂອງກະບົດອິສາມ ທີ່ເປັນເຄືອຂ່າຍ ຂອງ al-Qaida.
ພວກ​ເຂົາ​ເຈົ້າ​ໄດ້​ເຂົ້າຄວບ​ຄຸມຂົງເຂດດັ່ງກ່າວຫລັງຈາກ​ການ ​ລຸກ​ຮື​ຂື້ນ​ຂອງພວກ Tuareg ທີ່ພາ​ໃຫ້ພວກທະຫານເຮັດລັດຖະປະ​ຫານ ແລະ ເຮັດ​ໃຫ້​ມາລີ​ ​ຕົກ​ໄປສູ່ສະ
ພາບ​ຄວາມ​ວຸ້ນວາຍ.​

XS
SM
MD
LG