ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ສົ່ງທະຫານ 200 ຄົນໄປ ຊີເຣຍ ເພື່ອຊ່ວຍ ປົດປ່ອຍເມືອງ Raqqa


ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter.
ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter.

ລັດຖະມົນຕີ​ກະຊວງປ້ອງ​ກັນ​ປະ​ເທດ​ສະຫະລັດກ່າວວ່າ ສະຫະລັດ​ກຳລັງ​ສົ່ງ​ທະ ຫານຕື່ມ​ອີກ 200 ຄົນ​ໄປ​ຊີ​ເຣຍ.

ທ່ານ Ash Carter ກ່າວ​ໃນ​ວັນ​ເສົາ​ມື້​ນີ້​ວ່າ ກຳລັງທະຫານ​ເຫລົ່ານີ້ຈະ​ນຳ​ໄປ​ໃຊ້ເພື່ອ​ຊ່ວຍ ໃນ​ການ​ຂັບ​ໄລ່​ພວກ​ຫົວ​ຮຸນ​ແຮງລັດ​ອິສລາມ ອອກ​ຈາກ​ເມືອງ Raqqa ທີ່​ໄດ້​ປະກາດ​ຕົນ​ເອງ​ວ່າ ​ເປັນ​ນະຄອນຫລວງ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ.

ທ່ານ Carter ກ່າວ​ວ່າ ກຳລັງ​ທະຫາ​ນ 200 ຄົນນີ້ ​ຈະ​ຮວມທັງຄູເຝິກ​ກຳລັງພິ​ເສດ ທີ່​ປຶກ ສາ ​ແລະ​ຄະນະເກັບ​ກູ້​ລະ​ເບີດ.

ການ​ປະຕິບັດ​ງານຂອງກຳລັງ​ພິ​ເສດ​ສາມ​ຮ້ອຍ​ຄົນ ​ເວລາ​ນີ້​ໄດ້​ຢູ່​ໃນ​ຊີ​ເຣຍ​ແລ້ວ.

ທ່ານ Carter ​ໄດ້ກ່າວ​ຢູ່​ທີ່ປະທດ Bahrain ​ໃນ​ກອງ​ປະຊຸມ ຫາລືດ້ານຄວາມ​ໝັ້ນຄົງໃນ ພາກຕາ​ເວັນ​ອອກ​ກາງ ທີ່​ເມືອງ Manama ບ່ອນ​ທີ່​ທ່ານ​ກ່າວ​ວ່າ ຣັດ​ເຊຍ ຊຶ່ງ​ເປັນ​ຜູ້​ສະ ໜັບສະໜູນ​ທາງ​ທະຫານຈາກ​ຕ່າງປະ​ເທດ​ທີ່​ສຳຄັນ​ສຸດຂອງປະທານາທິບໍດີ​ຊີ​ເຣຍທ່ານ Bashar al-Assad ພຽງ​ແຕ່ “​ເຮັດ​ໃຫ້ສົງ ຄາມ​ກາງ​ເມືອງລຸກໄໝ້​ເປັນ​ໄຟ​ແຮງ​ຂຶ້ນ ​ແລະແກ່ຍາວ​ຄວາມ​ເຈັບ​ປວດ​ຂອງ​ປະຊາຊົນ​ຊີ​ເຣຍ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US Syria
please wait
Embed

No media source currently available

0:00 0:01:31 0:00

XS
SM
MD
LG