ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຮຽກຮ້ອງໃຫ້ກຣິສ ຫາທາງຕົກລົງ ລາຍລະອຽດ ດ້ານການເງິນ


ລັດຖະມົນຕີການເງິນ ສະຫະລັດ ທ່ານ Jacob Lew ກ່າວຕໍ່ກອງປະຊຸມນັກຂ່າວ ທີ່ອົງການກອງທຶນສາກົນ.
ລັດຖະມົນຕີການເງິນ ສະຫະລັດ ທ່ານ Jacob Lew ກ່າວຕໍ່ກອງປະຊຸມນັກຂ່າວ ທີ່ອົງການກອງທຶນສາກົນ.

ລັດຖະມົນຕີກະຊວງການ​ເງິນສະຫະລັດ ທ່ານ Jack Lew ​
ໄດ້​ຮຽກຮ້ອງ​ໃຫ້ ກຣິສ ກວດສອບເບິ່ງ “ທຸກໆ​ແຖວ” ຢູ່​ໃນ
ງົບປະມານຂອງຕົນ ເພື່ອຮ່າງ​ແຜນ​ປະຕິ​ຮູບ ​ໃຫ້​ເປັນ​ທີ່​ພໍ​ໃຈ
​ແກ່ບັນດາ​ຜູ້​ໃຫ້​ເງິນ​ກູ້​ຢືມທຸກໆປະເທດ.

ທ່ານ Lew ກ່າວ​ຢູ່​ທີ່ ນະຄອນຫລວງວໍຊິງຕັນ ​ໃນ​ວັນ​ສຸກ​
ວານ​ນີ້ ​ວ່າ ທ່ານມີ​ຄວາມ​ເຊື່ອ​ວ່າ ​ລະດັບ​ລາຍ​ລະອຽດ​ແມ່ນ
ມີຄວາມຈຳເປັນ. “ນີ້​ບໍ່​ແມ່ນ​ການ​ແກ້​ໄຂ​ໂດຍ​ການ​ກ່າວ​ຖະ​
ແຫຼ​ງ ມັນບໍ່​ແມ່ນ​ການ​ແກ້​ໄຂ​ໂດຍທາງສຳນວນໂວຫານ.
ທ່ານໄດ້ກ່າວ​ເພີ້​ມ​ເຕີມວ່າ ມັນ​ເປັນການແກ້​ໄຂ​ໂດຍວຽກ
ງານທາງດ້ານເທັກນິກ ທີ່ລະ ອຽດ.

ທ່ານໄດ້ກ່າວຫລັງຈາກ​ໄດ້ພົບປະ​ກັບ ບັນດາ​ລັດຖະມົນຕີ​ການ​ເງິນ ຮວມທັງຂອງ​ກຣິສ
ທ່ານ Yanis Varoufakis ໂດຍເວົ້າວ່າ ​ມີ​ຄວາມ​ຈຳເປັນອັນ​ຮີບ​ດ່ວນ​ທີ່ ​ຕ້ອງໄດ້ຕົກລົງ
ກັນກ່ຽວກັບການແກ້​ໄຂ​ບັນຫາທີ່ລະອຽດ.

ທ່ານ Lew ​ໄດ້​ເນັ້ນ​ໜັກ​ວ່າ ຄວາມບໍ່ສາມາດໃນການບັນລຸ​ຂໍ້​ຕົກລົງກັນ​ອາດ​ຈະ “ນຳ​ໄປ
​ສູ່​ຄວາມ​ຍາກ​ລຳບາກ​ໂດຍ​ທັນ​ທີ ຢູ່​ໃນ​ກຣິສ ​ແລະ​ເພີ້​ມທະວີ​ຄວາມ​ບໍ່​ແນ່ ນອນ​ແກ່ຢູ​ໂຣບ ​ແລະ​ເສດຖະກິດ​ໂລກ.”

ທ່ານ Varoufakis ​ໄດ້​ກ່າວ​ຕໍ່​ບັນດາ​ແຂກທີ່ສະຖາບັນ Brooking ຊຶ່ງເປັນ ອົງການວິໄຈ
ໃນດ້ານ​ນະໂຍບາຍ​ ທີ່​ນະຄອນຫລວງວໍຊິ​ງຕັນ ​ໃນວັນ​ພະຫັດ​ທີ່​ຜ່ານ​ມາ​ວ່າ ກຣິສ ຈະ
“ປະນີ ປະນອມ ປະນີປະນອມ ປະນີປະນອມ ປາດ​ສະ​ຈາກການ​ປະນີປະນອມ” ​ເພື່ອຈະ
ໄດ້​ຢູ່​ໃນ​ເຂດທີ່ໃຊ້ເງິນ​ຢູໂຣຕໍ່ໄປ.

US Greece
please wait
Embed

No media source currently available

0:00 0:00:54 0:00

XS
SM
MD
LG