ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

12 ຄົນ ເສຍຊີວິດ ຍ້ອນ ລົມພາຍຸໃຫຍ່ ໃນສະຫະລັດ (ເບິ່ງສະໄລດ໌)


ລົມພາຍຸຕອກເນໂດ ປະທະສະຫະລັດ.
ວັນທີ 1 ມີນາ 2012.
ລົມພາຍຸຕອກເນໂດ ປະທະສະຫະລັດ. ວັນທີ 1 ມີນາ 2012.

ການ​ພັດ​ຖະຫຼົ່ມຂອງລະບົບ​ລົມພາຍຸ​ຂະໜາດ​ແຮງ ໄດ້​ສ້າງ​ຄວາມ​ເສຍ​ຫາຍໃນ​ຫລາຍ​
ແຫ່ງທົ່ວ​ພາກ​ກາງ​ແລະ​ພາກ​ໃຕ້​ຂອງ​ສະຫະລັດ​ ໃນ​ວັນ​ພຸດວານ​ນີ້ ​ເຮັດ​ໃຫ້​ປະຊາຊົນ​
ເສຍ​ຊີວິດ​ໄປ 12 ຄົນ.

ລະບົບລົມພາຍຸ​ດັ່ງກ່າວ​ ​ໄດ້​ກໍ່​ໃຫ້​ເກີດ​ລົມ​ຫົວກຸດ​ຂະ​ໜາດ​ແຮງ ​ຫຼື tornado​ ຊຶ່ງທໍາ​ອິດ
ໄດ້​ປະ​ທະ​ເມືອງ Harrisburg ຊຶ່ງ​ເປັນ​ເມືອງນ້ອຍໆ​ໃນ​ລັດ Illinois ເຮັດ​ໃຫ້​ຊາວ​ເມືອງ​
ດັ່ງກ່າວ​ເສຍ​ຊີວິດ​ໄປ 6 ຄົນ ແລະ​ໄດ້​ຮັບ​ບາດ​ເຈັບຕື່ມ​ອີກ 100 ຄົນ. ບັນດາ​ເຈົ້າ​ໜ້າ​ທີ່​
ກ່າວວ່າ ພວກ​ບ້ານ​ເຮືອນ​ໃນ​ຈໍານວນ​ລະຫວ່າງ 250 ຫາ 300 ຫລັງໄດ້​ຮັບ​ຄວາມ​ເສຍ
ຫາຍ ຫລື​ຖືກ​ທໍາລາຍ.

ລົມ tornado ​ໄດ້​ສັງຫານ​ປະຊາຊົນ​ຕື່ມ​ອີກ 3 ຄົນ ​ໃນ​ລັດ Missouri ​ແລະ​ໄດ້​ສ້າງ​
ຄວາມເສຍ​ຫາຍ​ຢ່າງຮ້າຍ​ແຮງ ​ໃຫ້​ແກ່​ເມືອງ Branson ຊຶ່ງ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​
ໃຫ້ຄວາມ​ເພີດ​ເພີນບ່ອນ​ທີ່ປະຊາຊົນ 37 ຄົນ​ໄດ້​ຮັບ​ບາດ​ເຈັບ​ແລະ​ພວກ​ໂຮງ​ມະຫໍລະ
ສົບ
ແລະໂຮງ​ແຮມ​ຫລາຍ​ແຫ່ງ​ທີ່​ໄດ້​ຮັບ​ຄວາມ​ເສຍຫາຍນັ້ນໄດ້​ປິດ​ລົງ​ໃນ​ຕອນ​ເລີ້ມ​ຕົ້ນ​ຂອງ​
ລະດູ​ທ່ອງທ່ຽວ. ລົມພາຍຸ​ທີ່​ມີ​ຄວາມ​ແຮງຫົວ​ນີ້​ຍັງໄດ້​ເຮັດ​ປະຊາຊົນ​ຕື່ມ​ອິກ 3 ຄົນ​ເສຍ
ຊີວິດ​ໃນ​ລັດ Tennessee ​ໃນ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ສະຫະລັດ.

ພວກ​ນັກ​ພະຍາກອນ​ອາກາດ​ກ່າວ​ວ່າ ລະບົບ​ລົມພາຍຸ​ດັ່ງກ່າວ​ ຍັງ​ໄດ້ກໍ່​ໃຫ້​ເກີດ​ລົມ tor
nados ໃນລັດ Kansas ​ແລະ​ລັດ Kentucky ​ເຊ່ນ​ກັນ ​ແຕ່​ຍັງ​ບໍ່​ທັນ​ມີ​ລາຍ​ງານ​ແຈ້ງ​
ໃຫ້​ຊາບ​ກ່ຽວ​ກັບຄວາມ​ເສຍ​ຫາຍ ​ຫຼືຜູ້​ບາດ​ເຈັບ​ລົ້ມ​ຕາຍ​ໃນ​ເວລາ​ນີ້​ເທື່ອ.

XS
SM
MD
LG