ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກການທູດ ລະດັບສູງ ສຫລ ຢ້ຽມຢາມ ໄນຈີເຣຍ ທ່າມກາງ ຄວາມສຳພັນທີ່ອົບອຸ່ນ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ລົງຈາກເຮືອບິນ ຫຼັງຈາກໄດ້ເດີນທາງໄປເຖິງ ສະໜາມບິນ Ciampino ຂອງ Rome, ວັນທີ 1 ກຸມພາ 2016.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ລົງຈາກເຮືອບິນ ຫຼັງຈາກໄດ້ເດີນທາງໄປເຖິງ ສະໜາມບິນ Ciampino ຂອງ Rome, ວັນທີ 1 ກຸມພາ 2016.

ເລື່ອງການສໍ້ລາດບັງຫລວງ ແລະຄວາມໝັ້ນຄົງ ຈະເປັນຫົວຂໍ້ໃຫຽ່ ຂອງລາຍການປະຊຸມ ເວລາລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ໄປຢ້ຽມຢາມ ປະເທດໄນຈີເຣຍ ໃນສັບປະດານີ້.

ນອກນັ້ນ ທ່ານ ແຄຣີ ຍັງຄາດວ່າຈະປຶກສາຫາລື ສະພາບການຂອງເສດຖະກິດ ກັບ ປະທານາທິບໍດີ ຂອງໄນຈີເຣຍ ທ່ານ Muhammadu Buhari ໃນລະຫວ່າງ ການເດີນ ທາງໄປຍັງນະຄອນຫຼວງ Abuja ແລະ ເມືອງ Sokoto ຢູ່ທາງພາກເໜືອຂອງປະເທດ.

ເບິ່ງຄືວ່າ ການຢ້ຽມຢາມປະເທດດັ່ງກ່າວໃນຄັ້ງນີ້ ຈະເປັນຄັ້ງສຸດທ້າຍ ໂດຍເຈົ້າໜ້າທີ່ ທີ່ສຳຄັນຂອງອາເມຣິກາ ໃນລັດຖະບານ ຂອງປະທານາທິບໍດີ ໂອບາມາ ຊຶ່ງໄດ້ມີຂຶ້ນ ໃນຂະນະທີ່ທັງສອງປະເທດ ເພີ່ມຂະຫຍາຍການຮ່ວມມືນຳກັນ ເທື່ອລະໜ້ອຍ ຫຼັງຈາກ ໄດ້ເກີດມີຄວາມຕຶງຄຽດກັນໃນຄວາມສຳພັນ.

ທ່ານ Matthew Page ເຈົ້າໜ້າທີ່ປະຈຳ ສະພາການພົວພັນລະຫວ່າງປະເທດ ກ່າວວ່າ “ສາຍສຳພັນ ຍັງຄົງຢູ່ຄືເກົ່າ ຢູ່ໃກ້ ຫຼື ເກືອບວ່າຢູ່ເຖິງຂີດສູງສຸດ ໃນປະຫວັດການ ເມື່ອບໍ່ດົນມານີ້.”

ຄວາມແຕກແຍກ ໄດ້ເປີດເຜີຍອອກມາ ລະຫວ່າງສອງປະເທດ ໃນລະຫວ່າງ ລັດຖະບານ ອະດີດປະທານາທິບໍດີ ທ່ານ Goodluck Jonathan. ບັນດາເຈົ້າໜ້າທີ່ຂອງໄນຈີເຣຍ ໄດ້ຈົ່ມວ່າ ສະຫະລັດ ບໍ່ໄດ້ນຳສົ່ງອາວຸດໃຫ້ເຂົາເຈົ້າ ຕາມຕ້ອງການເພື່ອຕໍ່ສູ້ກັບ ການກໍ່ ກະບົດຂອງກຸ່ມໂບໂກ ຮາຣາມ ຢູ່ໃນພາກຕາເວັນອອກສຽງເໜືອຂອງປະເທດ ໃນຂະນະ ດຽວກັນ ບັນດາເຈົ້າໜ້າທີ່ ຂອງອາເມຣິກາ ກໍໄດ້ກ່າວວ່າ ພວກເພິ່ນ ເປັນຫ່ວງວ່າ ທະຫານ ຈະໃຊ້ອາວຸດຂອງສະຫະລັດ ເພື່ອທຳການລະເມີດສິດທິມະນຸດ.

ກຸ່ມໂບໂກ ຮາຣາມ ຍັງຄົງເປັນກຸ່ມໜຶ່ງ ທີ່ເປັນໄພຂົ່ມຂູ່ສູງ ຕໍ່ຄວາມໝັ້ນຄົງຂອງໄນຈີເຣຍ. ກຸ່ມອິສລາມນີ້ ໄດ້ເຂັ່ນຂ້າປະຊາຊົນ ປະມານ 20,000 ຄົນ ແລະ ໄດ້ເຮັດໃຫ້ປະຊາຊົນ ຫຼາຍເຖິງ 2 ລ້ານ 7 ແສນຄົນ ຕ້ອງໄດ້ໜີອອກຈາກຖິ່ນຖານໄປ.

ນັບຕັ້ງແຕ່ ທ່ານ Buhari ໄດ້ເຂົ້າຮັບຕຳແໜ່ງ ສະຫະລັດໄດ້ເພີ່ມຄວາມໝັ້ນໝາຍ ໃນ ດ້ານຄວາມໝັ້ນຄົງຂອງຕົນ ໃຫ້ແກ່ໄນຈີເຣຍ ເຖິງແມ່ນວ່າ ຈະມີການກ່າວຫາໂດຍ ກຸ່ມປົກປ້ອງ ສິທິມະນຸດ ຂອງການລະເມີດສິດທິມະນຸດ ຂອງທະຫານໄນຈີເຣຍ ຢູ່ກໍ່ຕາມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Kerry Africa
please wait
Embed

No media source currently available

0:00 0:00:59 0:00

XS
SM
MD
LG