ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຈະໃຊ້ ຖານທັບແຫ່ງໃໝ່ ທີ່ໂຣເມເນຍ


ໂຣ​ເມ​ເນຍ ໄດ້​ເຫັນ​ດີ​ໃຫ້ ກອງທັບສະຫະລັດ ​ໃຊ້​ຖານ​ທັບ​ອາ
ກາດ​ແຫ່ງ​ນຶ່ງ ຢູ່​ໃກ້​ກັບ​ທະ​ເລ​ດໍາ ​ເປັນສູນ​ກາງ​ບໍາລຸງ​ແຫ່ງສໍາ
ຄັນ ເພື່ອ​ລໍາລຽງ ​ສະບຽງແລະ​ທະຫານ ​ເຂົ້າ​ອອກ​ ຈາກອັຟກາ
​ນິສຖານ.

ບັນດາ​ເຈົ້າ​ໜ້າ​ທີ່ ທໍາ​ນຽບຫ້າ​ແຈ ກ່າວ​ວ່າ ການ​ຕົກລົງ​ໄດ້​ບັນລຸ​
ກັນໃນ ວັນ​ສຸກ​ວານ​ນີ້ ທີ່​ຈະ​ອະນຸຍາດ​ໃຫ້​ເຂົາ​ເຈົ້າ ຍົກຍ້າຍ​ການ
​ປະຕິ​ບັດ​ງານ ອອກ​ຈາກປະ​ເທດ Kyrgystan ບ່ອນ​ທີ່​ບັນດາ​ຜູ້​
ແທນ​ສະພາ​ ​ໄດ້​ລົງ​ຄະ​ແນນ​ສຽງ ບໍ່​ຕໍ່​ສັນຍາ ໃຫ້​ສະຫະລັດ ໃຊ້
ຖານ​ທັບ Manas ກາຍ​ ເດືອນ​ກໍລະກົດ 2014 ​ໄປ.

ກະຊວງ​ປ້ອງກັນ​ປະ​ເທດ ກ່່າວ​ຢູ່​ໃນ​ຖະ​ແຫລ​ງການ​ວ່າ ຕົນ​ໄດ້​
ລົງມືດໍາ​ເນີນຂັ້ນ​ຕອນຍົກຍ້າຍອອກ​ຈາກ ສູນ​ກາງຢຸດ​ແວ່​ຊົ່ວຄາວ
ທີ່ເດີ່ນ​ບິນ​ນາໆ​ຊາດ Manas ນັ້ນ​ແລ້ວ ​ແລະ​ມີ​ແຜນ​ທີ່​ຈະເສັດ​
ສິ້ນ​ການ​ມອບໂອນສະຖານ​ທີ່​ຂອງ​ຕົນ​ ໃຫ້ລັດຖະບານ
Kyrgyzstan ​ພາຍໃນ​ເດືອນ​ກໍລະກົດ 2014.

ສະຫະລັດ ກໍາລັງ​ເຮັດ​ວຽກ​ ​ເພື່ອຖອນ​ກໍ​າລັງສູ້​ລົບ ​ແລະ​ອຸບປະ​ກອນ ສ່ວນ​ໃຫຍ່​ຂອງ​ຕົນ
ອອກ​ຈາກ​ອັ​ຟກາ​ນິສຖານ ພາຍ​ໃນ​ທ້າຍ​ປີໜ້າ​ນີ້.

ແຕ່ກຸງ​ວໍ​ຊິງ​ຕັນ ຫວັງ​ທີ່​ຈະ​ຮັກສາ​ກໍາລັງ​ທະຫານ​ຈໍານວນ​ຫລາຍ​ພັນ​ໄວ້ ໃນອັ​ຟກາ​ນິສຖານ
ຫລັງ​ຈາກ​ກໍາໜົດ​ເສັ້ນ​ຕາຍປີໜ້າ ​ແຕ່​ກໍຍັງ​ບໍ່ທັນ​ໄດ້ເຮັດ​ສັນຍາ​ ​ກັບລັດຖະບານຄາ​ບຸລ​ເທື່ອ.
XS
SM
MD
LG