ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ເຜີຍ ໂສມໜ້າໃໝ່ ຂອງທະນາ​ບັດ​ ໃບຮ້ອຍ (ວີດີໂອ)


US to Unveil New $100 Bill on Tuesday
please wait

No media source currently available

0:00 0:00:39 0:00
ລິງໂດຍກົງ

ໂສມໜ້າໃໝ່ ຂອງທະນາ​ບັດ ໃບຮ້ອຍ

ໃນວັນອັງຄານ​ມື້​ນີ້ ສະຫະລັດເປີດ​ໂສມ​ໜ້າ​ໃໝ່ຂອງ​ທະນາ​ບັດ​
ໃບ​ຮ້ອຍ​ໂດ​ລ່າ ທີ່​ຍັງ​ມີ​ຮ່ອງ​ຮອງ​ຂອງ​ຮູບແບບ​ເດີມ ​ແຕ່​ກໍມີ​ສັນຍາ​
ລັກ​ອັນ​ໃໝ່ຫລາຍ​ຢ່າງນໍາ ​ໃນ​ຄວາມ​ພະຍາຍາມ​ເພື່ອ​ປ້ອງ​ກັນ
ການ​ປອມ​ແປງ​ທະນາ​ບັດ​ນັ້ນ.

ຄື​ກັນ​ກັບ ​ເງິນ​ໃບ​ຮ້ອຍ​ໂດ​ລ່າ​ສີຂຽວຂອງ​ປະຈຸ​ບັນ​ນີ້ ທະນາ​ບັດ
ໃບ​ໃໝ່​ນີ້​ຈະ​ຍັງ​ມີ​ສັນຍາ​ລັກ​ຂອງ​ປະທານາທິບໍດີ Benjamin
Franklin ຜູ້​ນໍາຄົນ​ນຶ່ງໃນ​ການ​ປະຕິວັດຂອງ​ອາ​ເມຣິກາ​ຕ້ານ​
ຫົວ​ເມືອງ​ຂຶ້ນ​ອັງກິດ ​ເມື່ອຫຼາຍ​ກວ່າ 2 ສັດຕະ​ວັດ​ມາ​ແລ້ວ​ນັ້ນ.

​ແຕ່ວ່າ ທະນາ​ບັດ​ໃໝ່ນີ້​ຈະ​ມີ​ເສັ້ນ​ສີຟ້າ​ຍາວ​ລົງ​ມາ ທີ່​ເອີ້ນ​ກັນ​ວ່າ
security ribbon ທີ່​ຈະ​ສະແດງໃຫ້​ເຫັນຕົວ​ເລກ 100 ​ແລະ​ຍັງ​ຈະ​ມີ​ຮູບ​ສັນຍາ​ລັກອັນ​ນ້ອຍໆຂອງ​ລະຄັງ​ເສລີພາບ​ ເປັນ​ສີ​ຟ້າ​ເຂັ້ມ.

ຖັດ​ຈາກ​ຮູບ​ພາບ​ຂອງ​ປະທານາທິບໍດີ Franklin ຈະມີຮູບປາກກາຂົນນົກ ສີ​ນໍ້າຕານ ແລະກ່ອງ
ນໍ້າໝຶກສີ​ທອງ​ເຫລືອງ ທີ່ມີ​ຮູບ​ສັນຍາ​ລັກຂອງ​ລະຄັງ​ເສລີພາບຢູ່ຂ້າງໃນ ຊຶ່ງ​ຮູບລະຄັງ ນັ້ນຈະ
ປ່ຽນສີ ແລ້ວແຕ່ວ່າມອງມາຈາກຈຸດໃດ ຕອນທີ່ຖືທະນາບັດນັ້ນ.

ເຈົ້າໜ້າທີລັດຖະບານກ່າວວ່າ ທະນະບັດສະບັບໃໝ່ນີ້ ແມ່ນອອກແບບມາ ເພື່ອປ້ອງ​ກັນການ
ປອມແປງທະນະບັດ ທີ່ກ່າວ​ໜ້າແລະເກັ່ງຂຶ້ນນັບມື້ນັ້ນ ​ໃນ​ຂະນະ​ທີ່ ທະນາບັດອັນເກົ່ານັ້ນ
ກໍຍັງຈະໃຊ້ໄດ້ຢູ່ເໝືອນເດີມ.

ໃບຮ້ອຍ​ໂດ​ລ່າ ​ແມ່ນທະນາບັດທີ່​ສະຫະລັດ​ພິມ​ອອກ​ໃຊ້ໃນທົ່ວໂລກຫລາຍທີ່ສຸດ ຊຶ່ງມີ
ປະມານ ເຄິງນຶ່ງ ຫຼື 2 ສ່ວນ 3 ຂອງຈໍານວນ ຫຼາຍກວ່າ 8 ພັນລ້ານ​ໂດ​ລ່າ ທີ່​ນໍາ​ອອກ
ໝຸນໃຊ້ນັ້ນ ແມ່ນ​ໃຊ້​ກັນຢູ່ ນອກສະຫະລັດ.
XS
SM
MD
LG