ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ໄນຈີເຣຍ ຢ້ຽມຢາມ ສະຫະລັດ ເພື່ອພົບປະ ກັບ ປ. ໂອບາ​ມາ


ປະທານາທິບໍດີ ​​ໄນ​ຈີ​ເຣຍ ທ່ານມູຮາ​ມາ​ດູ ບູຮາຣີ ໄດ້ໃຫ້ການສຳພາດ ກັບຜູ້ສື່ຂ່າວວີໂອເອ Aliyu Mustapha, ເມື່ອວັນທີ 12 ມິຖຸນາ 2015 ໃນນະຄອນຫຼວງ ອາບູຈາ ປະເທດໄນຈີເຣຍ.
ປະທານາທິບໍດີ ​​ໄນ​ຈີ​ເຣຍ ທ່ານມູຮາ​ມາ​ດູ ບູຮາຣີ ໄດ້ໃຫ້ການສຳພາດ ກັບຜູ້ສື່ຂ່າວວີໂອເອ Aliyu Mustapha, ເມື່ອວັນທີ 12 ມິຖຸນາ 2015 ໃນນະຄອນຫຼວງ ອາບູຈາ ປະເທດໄນຈີເຣຍ.

ປະທານາທິບໍດີ ໄນ​ຈີ​ເຣຍ ທ່ານມູຮາ​ມາ​ດູ ບູຮາຣີ ໃນ​ວັນ​ອາທິດ
ມື້​ນີ້ ເລີ້ມ​ຕົ້ນການ​ເດີນທາງ​ຢ້ຽມຢາມ ວໍ​ຊິງ​ຕັນ ໄລຍະ 4 ມື້ ບ່ອນ
​ທີ່​ທ່ານ ຈະ​ພົບ​ປະ​ເຈລະຈາ​ ກັບ​ປະທານາທິບໍດີ ສະຫະລັດ​
ທ່ານ​ບາຣັກ ​ໂອ​ບາ​ມາ.

ຄາດ​ກັນ​ວ່າ ການ​ຂົ່ມຂູ່ຈາກກຸ່ມ​ພວກ​ຫົວ​ຮຸນ​ແຮງ​ຈັດ ​ໂບ​ໂກ​
ຮາຣາມ ແມ່ນ​ຈະ​ເປັນ​ເລື້ອງ ອັນດັບ​ສູງ​ສຸດ​ ໃນ​ລາຍການ​
ກອງ​ປະຊຸມ ​ໃນ​ເວລາ​ທ່ານໂອ​ບາ​ມາ ຕ້ອນຮັບ​ຜູ້ນຳ​ໄນ​ຈີ​ເຣຍ
ຢູ່​ທີ່​ທຳນຽບຂາວ ​ໃນ​ວັນ​ຈັນ​ມື້​ອື່ນ​ນີ້. ສະຫະລັດ ກຳລັງ​ຫາ​ທາງ​
ຈະ​ຂະຫຍາຍ ​ການ​ຊ່ອຍ​ເຫຼືອ ​ເພື່ອ​ຕໍ່ສູ້​ກັບ​ພວກ​ຫົວ​ຮຸນ​ແຮງ​
ດັ່ງກ່າວ ຊຶ່ງພວກ​ເຂົາ​ໄດ້​ທະວີ ຄວາມ​ຮຸນ​ແຮງ ​ໃນການ​ໂຈມຕີ
​ຫຼາຍໆ​ບັ້ນຂອງ​ພວກ​ເຂົານັບ​ຕັ້ງ​ແຕ່ ​ທ່ານ​ບູກາຣີ ​ໄດ້​ເຂົ້າດຳ​ລົງ​ຕຳ​ແໜ່​ງ ​ໃນ​ເດືອນ​
ພຶດສະພາ ເປັນຕົ້ນມາ​.

ຜູ້ນຳ​ທັງ​ສອງ ຍັງ​ມີ​ແນວ​ໂນ້ມທີ່ຈະ​ປຶກສາ​ຫາລື ກ່ຽວ​ກັບຂໍ້​ສະ​ເໜີ​ການ​ປະຕິ​ຮູບທາງດ້ານ​
ການ​ເມືອງ ​ແລະ ​ເສດຖະກິດ ​ໃນ​ປະ​ເທດ​ໄນ​ຈີ​ເຣຍ ທີ່​ແນ​ໃສ່​ເພື່ອ​ຢຸດຕິ ການ​ສໍ້​ລາດ​ບັງ​ຫລວງ ທີ່​ມີຢ່າງ​ກວ້າງ​ຂວາງນັ້ນ.

ການ​ເດີນທາງ​ມາ​ຢ້ຽມຢາມ ວໍ​ຊິງ​ຕັນ ​ໃນຄັ້ງນີ້ ​ເປັນ​ເທື່ອ​ທຳ​ອິດ ຂອງ​ທ່ານ​ບູຮາຣີ ນັບ​ຕັ້ງ​ແຕ່ ​ໄດ້​ຮັບ​ໄຊຊະນະ ​ໃນ​ການ​ເລືອກ​ຕັ້ງປະທານາທິບໍດີ ເມື່ອ​ເດືອນມີນາ​ຜ່ານ​ມາ ​ແລະ ​ໄດ້​ເຂົ້າ ດຳລົງ​ຕຳ​ແໜ່​ງ ​ທີ່​ມີ​ການໂອນ​ອຳນາດ​ຢ່າງ​ສັນຕິ ທີ່​ຫາ​ໄດ້​ຍາກ ​ໃນ​ປະ​ເທດດັ່ງກ່າວ.

US Nigeria Visit
please wait
Embed

No media source currently available

0:00 0:00:39 0:00

Nigerian President Muhammadu Buhari on Sunday begins a four-day visit to Washington, where he will hold talks with U.S. President Barack Obama.

The threat posed by Islamist extremist group Boko Haram is expected to top the agenda when Mr. Obama welcomes the Nigerian leader to the White House on Monday.The U.S. is seeking to expand assistance to Nigeria in fighting the militants, who have intensified their attacks since Mr. Buhari took office in May.

The two leaders will also likely discuss proposed political and economic reforms in Nigeria aimed at ending widespread corruption.

This is Mr. Buhari's first visit to Washington since winning the presidential election in March and assuming office in a rare peaceful transfer of power in Nigeria.

XS
SM
MD
LG