ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ສະຫະລັດ ເພີ່ມ​ການ​ເຈລະຈາ​ ກັບພັນທະ​ມິດ​ ໃນ​​ເອ​ເຊຍ ກ່ຽວກັບເກົາຫຼີເໜືອ (ວີດີໂອ)


ທະຫານເກົາຫຼີໃຕ້ ຢູ່ທີ່ປ້ອມຍາມທະຫານແຫ່ງນຶ່ງ ໃກ້ຊາຍແດນຕິດ ກັບເກົາຫຼີເໜືອ
ທະຫານເກົາຫຼີໃຕ້ ຢູ່ທີ່ປ້ອມຍາມທະຫານແຫ່ງນຶ່ງ ໃກ້ຊາຍແດນຕິດ ກັບເກົາຫຼີເໜືອ
ສະຫະລັດ​ເວົ້າ​ວ່າ ​ຕົນ​ກໍາລັງ​ເພີ່ມ​ລະດັບການ​ເຈລະຈາ​ ກັບ​ບັນດາ​ປະ​ເທດ​ພັນທະ​ມິດ​ໃນເອ​ເຊຍ ລຸນຫຼັງການ​ປະຫານ​ຊີວິດ​ຂອງ​ອາວທີ່​ເຄີຍ​ມີອິດ​ທິ ພົນ​ສູງ​ ຂອງ ​ກິມ ຈົ່ງ​ ອຸນ ​ຜູ້​ນໍາ​ໜຸ່ມ ຂອງ​ເກົາຫຼີ​ເໜືອ.

ທ່ານ​ນາງ Marie Harf ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ສະຫະລັດ​ ເວົ້າ​ເມື່ອວັນ​ສຸກ​ວານ​ນີ້ວ່າ
“ສະຖຽນ​ລະ​ພາບ​ໃນ​ແຫຼມ​ເກົາຫຼີ ຖື​ວ່າ​ສໍາຄັນທີ່​ສຸດ​ຕໍ່​ສະຫະລັດ ​
ແລະ​ວ່າວໍ​ຊິງ​ຕັນ ຈະ​ເພີ່​ມການ​ປຶກສາ​ຫາລື​ກັນ​ກັບ​ບັນດາປະ​ເທດ
​ພັນທະ​ມິດ​ ​ແລະ​ພາຄີຂອງ​ພວກ​ເຮົາໃນ​ຂົງ​ເຂດ ກ່ຽວ​ກັບ​ສະຖາ
ນະ​ການ​ພາຍ​ໃນເກົາຫຼີ​ເໜືອນັ້ນ.


ທ່ານ Jang Song Thaek ​ອາວ​ຂອງ​ຜູ້​ນໍາ​ເກົາຫຼີ​ເໜືອ ​ເຄີຍ​ເປັນ​ຮອງ​ປະທານ​ຄະນະ​ກໍາມາ​ທິການ​ປ້ອງກັນ​ຊາດ ທີ່​ ກິມ ຈົ່ງ​ ອຸນ ເປັນຫົວໜ້າ​ນັ້ນ. ນອກ​ນີ້​ແລ້ວ ຜູ້ກ່ຽວ​ຍັງຖືກ​ມອງ​ເຫັນ​ວ່າ​ ເປັນ​ຜູ້​ໃຫ້​ຄໍາ​ປຶກສາ ​ແລະ​ຜູ້​ຊ່ວຍ​ທີ່​ໃກ້ຊິດ ຂອງ ​ກິມ ຈົ່ງ​ອຸນ ອີກ.

ສື່ທາງ​ການ​ຂອງ​ເກົາຫຼີ​ເໜືອ ລາຍ​ງານ​ວ່າ ທ່ານ Jang ຖືກ​ກ່າວ​ຫາ​ວ່າ​ ​ໄດ້​ກໍ່​ອາ​ຊະ​ຍາ​ກໍາຫຼາຍໆ​ຢ່າງ​ທີ່ໃຫ້ອະ​ໄພ​ບໍ່ໄດ້ ​ແລະ​ຖືກ​ປະຫານ ​ໃນ​ທັນທີ ​ເມື່ອ​ວັນ​ພະຫັດ​ຜ່ານ​ມາ​ນີ້.

ລາຍ​ງານຂ່າວ​ຫຼາຍກະ​ແສຈາກ​ຂົງ​ເຂດ​ ​ເມື່ອ​ວັນ​ສຸກ​ວານ​ນີ້​ ເວົ້າ​ວ່າ ການ​ປະຫານ​ຊີວິດທ່ານ Jang ນັ້ນ ອາດ​ເປັນ​ການ​ສົ່ງ​ສັນຍານແຫ່ງ​ຄວາມບໍ່​ທຸ່ນ​ທ່ຽງ​ຢູ່​ໃນ​ປະ​ເທດ​ຄອມ​ມີວ
ນີສແຫ່ງນີ້ ​ແລະ​ຄວາມ​ຢ້ານ​ກົວ​ຂອງ​ຜູ້​ນໍາ ໜຸ່ມ ຕໍ່​ອິດ​ທິພົນ​ຂອງຜູ້​ເປັນ​ອາວ. ນັກ​ສັງ​ເກດ​
ການບາງ​ຄົນ​ເວົ້າວ່າ ການ​ປະຫານ​ຊີວິດ​ທ່ານ Jang ອາດ​ສົ່ງ​ສັນຍານ​ແຫ່ງ​ຄວາມ​ບໍ່ສະ
ຫງົບ​ຢູ່​ໃນ​ເກົາຫຼີ​ເໜືອ​ກໍ​ເປັນໄດ້ ​ແລະ​ວ່າ​ ພຽງ​ຢາງ​ອາດ​ມີ​ປະຕິກິລິຍາ​ຕອບ ຖ້າ​ຫາກ​ມີ
ການເກາະ​ຜິ​ດຈາກ​ພາຍ​ນອກ​ ກ່ຽວ​ກັບ​ເລື້ອງ​ນີ້.

​ທາງຝ່າຍເຈົ້າໜ້າ​ທີ່​ເກົາຫຼີ​ໃຕ້ນັ້ນເວົ້າ​ວ່າ ລັດຖະບານ​ຕົນ​ຢູ່​ໃນ​ທ່າ​ຕຽມ​ລະວັງ​ໄພ ສໍາລັບ ການ​ເຄຶ່ອນ​ໄຫວ​ທີ່​ຜິດ​ປົກກະຕິ​ໃດໆ​ຢູ່ໃນ​ເກົາຫຼີ​ເໜືອ. ​ແຕ່​ກະຊວງ​ທ້ອນ​ໂຮມ​ຊາດ​ຂອງ​ເກົາຫຼີ​ໃຕ້ ​ເວົ້າ​ວ່າ ​ເວລາ​ນີ້​ ຈະ​ບໍ່​ມີ​ການ​ປ່ຽນ​ແປງ​ໃດໆ​ໃນ​ທັນທີ​ນີ້​ເທື່ອ ​ໃນ​ນະ​ໂຍບາຍ​ກ່ຽວ​ກັບ​ປະ​ເທດ​ເພື່ອນ​ບ້ານ​ພາກ​ເໜືອນັ້ນ.

ອົງການ​ຂ່າວ​ຢົນຮັບຂອງ​ເກົາຫຼີ​ໃຕ້ ລາຍ​ງານ​ເມື່ອ​ວັນ​ສຸກ​ວານ​ນີ້​ວ່າ ຜູ້​ແທນ​ຂອງ​ສອງ​ເກົາຫຼີຈະ​ພົບ​ປະກັນ​ໃນ​ອາທິດ​ໜ້າ​ນີ້ ​ເພື່ອ​ປຶກສາ​ຫາລື​ກັນ​ເລື້ອງ ການ​ປັບປຸງ​ເຂດ​ອຸດ ສາຫະກໍາ​ຮ່ວມ​ ໃຫ້​ທັນ​ສະ​ໄໝ ຢູ່ເມືອງ Kaesong ໃນເກົາຫຼີ​ເໜືອ ທີ່​ຕັ້ງ​ຢູ່​ໃກ້​ຊາຍ​ແດນ ​ຕິດ​ກັບ​ເກົາຫຼີ​ໃຕ້​ນັ້ນ.

ພັນທະ​ມິດ​ໃກ້ຊິດ​ທີ່​ສຸດແລະ​ຜູ້​ຊ່ວຍ​ເຫຼືອລາຍ​ໃຫຍ່​ຂອງເກົາ​ຫຼີ​ເໜືອ ກໍ​ຄືຈີນ ເອີ້ນ​ການ​ປະຫານ​ຊີວິດ​ທ່ານ Jang ວ່າ ​ເປັນ​ເລຶ່ອງພາຍ​ໃນຂອງ​ເກົາຫຼີ​ເໜືອ. ທ່ານ​ຮົງ​ເລ ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ຈີນ ບອກ​ພວກນັກ​ຂ່າວໃນ​ມື້ວານ​ນີ້​ວ່າ ປັກ​ກິ່ງ​ຍັງ​ຈະ​ສືບ​ຕໍ່​ເພີ່ມ​ການ​ຮ່ວມ​ມື​ດ້ານ​ທຸລະ​ກິດ​ກັບ​ພຽງ​ຢາງ​ຢູ່​ຕໍ່​ໄປ.

ທ່ານ​ນາງ Marie Harf ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ສະຫະລັດ​ ຖະແຫຼງ:

North Korea
please wait
Embed

No media source currently available

0:00 0:00:30 0:00
XS
SM
MD
LG