ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຈະທົບທວນ ທາງເລືອກຄືນໃໝ່ ຫຼັງຈາກ ຄຳຖະແຫຼງ ຂອງ ຜູ້ນຳອິສຣາແອລ


ນາຍົກລັດຖະມົນຕີອິສຣາແອລ ທ່ານ Benjamin Netanyahu (ກາງ) ໂບກມືແກ່ບັນດາຜູ້ສະໜັບສະໜູນ.
ນາຍົກລັດຖະມົນຕີອິສຣາແອລ ທ່ານ Benjamin Netanyahu (ກາງ) ໂບກມືແກ່ບັນດາຜູ້ສະໜັບສະໜູນ.

ປະ​ທານາ​ທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້​ກ່າວ​ຕໍ່
ນາຍົກລັດຖະມົນຕີ ອິສຣາ​ແອ​ລ ທ່ານ Benjamin Netanyahu
ວ່າ ທ່ານ​ຈະ “ທົບທວນຄືນໃໝ່” ​ເບິ່ງຄວາມສຳ​ພັນລະຫວ່າງ
ສະຫະລັດ ແລະອິສຣາ​ແອ​ລ ຫລັງ​ຈາກການ ໃຫ້ຄວາມເຫັນຂອງ
​ຜູ້ນຳ​ອິສຣາ​ແອ​ລ ​ໄດ້ປະຕິ​ເສດຕໍ່ການ​ແກ້​ໄຂ​ແບບມີ​ສອງ​ປະເທດ
ຄຽງຄູ່ກັນໄປ.

​ເຈົ້າ​ໜ້າ​ທີ່​ທຳນຽບຂາວຄົນນຶ່ງ ທີ່​ບໍ່​ປະ​ສົງ​ບອກ​ຊື່ ກ່າວວ່າ ທ່ານ
Obama ​ໄດ້​ແຈ້ງເລື້ອງດັ່ງກ່າວ ​ໃນ​ວັນ​ພະຫັດ​ວານ​ນີ້ ​ລະຫວ່າງ​
ການ​ໂທລະສັບໄປສະ​ແດງ​ຄວາມຍິນ​ດີ​ ຕໍ່ທ່ານ Netanyahu ​ທີ່
ໄດ້ຮັບໄຊຊະນະ​ໃນການ​ເລືອກ​ຕັ້ງ​ອາທິດ​ນີ້.

​ເຈົ້າໜ້າທີ່ຄົນນີ້ ກ່າວ​ວ່າ “ປະ​ທາ​ນາ​ທິບໍດີ ​ໄດ້​ກ່າວ​ຕໍ່ນາຍົກລັດຖະມົນຕີ ວ່າ ພວກ​ເຮົາ
​ຕ້ອງ​ໄດ້ທົບທວນຄືນ ທາງ​ເລືອກ​ຂອງ​ພວກ​ເຮົາ ຫລັງ​ນາຍົກລັດຖະ ມົນຕີໄດ້ເອົາ
ທ່າທີໃໝ່ ​ແລະ​ໃຫ້ຄວາມເຫັນກ່ຽວ​ກັບການ​ແກ້​ໄຂ​ແບບມີສອງປະ​ເທດຄຽງຄູ່ກັນນັ້ນ.”

​ກ່ອນໜ້າການ​ເລືອກ​ຕັ້ງ ​ໃນ​ວັນ​ອັງຄານ​ທີ່​ຜ່ານ​ມານີ້ ນາຍົກລັດຖະມົນຕີ Netanyahu
ກ່າວຕໍ່​ສື່ມວນຊົນອິສຣາ​ແອ​ລວ່າ ທ່ານ​ຈະ “ບໍ່” ສະໜັບສະໜຸນ ການ​ສ້າງ​ຕັ້ງປະເທດ​ປາ​
ແລ​ສໄຕ​ນ໌ ​ເພື່ອ​ເປັນ​ຊ່ອງ​ທາງ​ແກ້​ໄຂ​ວິ​ກິດ​ການ ທີ່​ມີ​ມາເປັນເວລາດົນນານ ລະຫວ່າງ
ອິສຣາ​ແອ​ລ ແລະປາ​ແລ​ສ​ໄຕ​ນ໌.

​ໃນ​ວັນ​ພະຫັດ​ວານ​ນີ້ ທ່ານ​ປາກົດ​ວ່າ ​ໄດ້​ຖອຍ​ຫ່າງ​ອອກ​ຈາກ​ຄວາມເຫັນ​ຕ່າງໆ​ເຫລົ່າ​ນັ້ນ
ໂດຍຖະແຫຼງຕໍ່ສື່ມວນຊົນ ສະຫະລັດ ຈຳນວນ​ນຶ່ງ ວ່າ ທ່ານ​ບໍ່​ໄດ້ຄັດຄ້ານຕໍ່ “ການ​ສ້າງ​ຕັ້ງ​
ລັດ​ປາ​ແລ​ສ​ໄຕ​ນ໌ທີ່ບໍ່ຕິດອາວຸດ” ​ແຕ່ກໍ​ໄດ້​ກ່າວ​ເພີ້ມຕື່ມ​ວ່າ ມັນຈະ​ບໍ່​ສາມາດບັນລຸ​ຜົນໄດ້
ໃນປັດ​ຈຸ​ບັນ​ນີ້. ​

US Israel
please wait
Embed

No media source currently available

0:00 0:01:35 0:00

XS
SM
MD
LG