ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ຈະກົດດັນໃຫ້ ມຽນມາ ເບິ່ງແຍງຊາວ ໂຣຮິງຢາ ດີກວ່າເກົ່າ


ຮອງລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ Antony Blinken ກ່າວຖະແຫຼງການທີ່ ລັດຖະສະພາ
ຮອງລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ Antony Blinken ກ່າວຖະແຫຼງການທີ່ ລັດຖະສະພາ

ນັກ​ການ​ທູດ​ອາວຸ​ໂສສະຫະລັດ​ ແມ່ນ​ກຳລັງ​ເດີນ​ທາງ​ໄປ​ຍັງ​ປະ​ເທດ​ມຽນມາ, ​ເຊິ່ງທ່ານ​ຈະຮຽກ​ຮ້ອງໃຫ້​ມີ​ການ​ເບິ່ງ​ແຍງພວກ​ຊົນ​ກຸ່ມນ້ອຍ ໂຣຮິ​ງຢາ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ, ນຶ່ງ​ມື້ືຫຼັງ​ຈາກ​ທີ່ Washington ໄດ້ໃຫ້ ສັນຍານວ່າ ຕົນຍິນດີທີ່ຈະຊ່ວຍສະໜອງບ່ອນລີ້ໄພ ໃຫ້ແກ່ ພວກ ຊົນເຜົ່າຫຼາຍພັນຄົນ ທີ່ຖືກປ່ອຍໃຫ້ລ່ອງລອຍຢູ່ໃນທະເລ.

ຮອງລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ Antony Blinken ກ່າວວ່າທ່ານຈະປຶກສາ ກັບບັນດາຜູ້ນຳມຽນມາ ໃນວັນພະຫັດມື້ນີ້ “ກ່ຽວກັບຄວາມຮັບຜິດຊອບຂອງພວກເຂົາເອງ ເພື່ອເຮັດໃຫ້ ສະຖານະ ການໃນລັດ Rakhine ດີຂຶ້ນ ດັ່ງນັ້ນປະຊາຊົນຈຶ່ງຈະ ບໍ່ຮູ້ສຶກວ່າ ທາງເລືອກດຽວຂອງພວກເຂົາແມ່ນເອົາຊີວິດຂອງຕົນ ໄປສ່ຽງໃນການຫຼົບໜີ ແລະ ອອກ ໄປທາງທະເລ.”

ມີຊາວອົບພະຍົບ ແລະ ແຮງງານຍ້າຍຖິ່ນຖານປະມານ 3000 ຄົນ ສ່ວນໃຫຍ່ແມ່ນ ຊາວ ໂຣຮິງຢາ ແລະ ບັງກລາແດັສ, ໄດ້ຖືກ ຊ່ວຍເຫຼືອ ຫຼືລອຍຂຶ້ນຝັ່ງໃນບັນດາປະເທດ ເອເຊຍ ຕາເວັນອອກສຽງໃຕ້ ໃນໄລຍະ 10 ມື້ທີ່ຜ່ານມານີ້ຫຼັງຈາກຖືກປະປ່ອຍໃນທະເລໂດຍພວກ
ລັກລອບຄ້າມະນຸດ. ຄິດກັນວ່າມີອີກຫຼາຍພັນຄົນຍັງລ່ອງລອຍຢູ່ໃນທະເລ ພ້ອມກັບສະບຽງ ອາຫານທີ່ກຳລັງຈະໝົດລົງ.

ຫຼັງຈາກໄດ້ປະຕິເສດທີ່ຈະຊ່ວຍເຫຼືອ ໃນອັນທີ່ເອີ້ນວ່າ ອົບພະຍົບທາງເຮືອ ໃນຕອນທຳ ອິດນັ້ນ, ໃນວັນພຸດວານນີ້ ອິນໂດເນເຊຍ ແລະ ມາເລເຊຍ ໄດ້ຕົກລົງກັນທີ່ຈະໃຫ້ການ ຊ່ວຍເຫຼືອດ້ານ ມະນຸດສະທຳ ແລະທີ່ພັກອາໄສຊົ່ວຄາວໃຫ້ກັບຊາວ ອົບພະຍົບທີ່ຕົກຄ້າງ ຊຶ່ງຄາດວ່າມີປະມານ 7000 ຄົນ, ໂດຍມີຂໍ້ຈຳກັດວ່າ ພວກອົບພະຍົບເຫຼົ່ານີ້ຈະຕ້ອງໄດ້ ໄປຕັ້ງຖິ່ນຖານໃໝ່ພາຍໃນ ໜຶ່ງປີ ດ້ວຍການຊ່ວຍເຫຼືອຂອງ ປະຊາຄົມນາໆຊາດ.

SE Asia Boat People
please wait
Embed

No media source currently available

0:00 0:02:05 0:00

XS
SM
MD
LG