ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Cater ​ຮຽກຮ້ອງ​ໃຫ້​ ສະພາ​ການ​ຮ່ວມມື ​​ເຂດ​ອ່າວ​ເປີ​ເຊຍ ​ຕໍ່ສູ້​ຕ້ານ​ກຸ່ມລັດ​ອິສລາມ


ຜູ້ຊາຍຄົນນຶ່ງຍ່າງຜ່ານຮູບພາບບັນດາຜູ້ນຳ Saudi Arabia ຢູ່ທີ່ ຕຶກກຳລັງກໍ່ສ້າງ ໃນນະຄອນ Riyadh ປະເທດ Saudi Arabia.
ຜູ້ຊາຍຄົນນຶ່ງຍ່າງຜ່ານຮູບພາບບັນດາຜູ້ນຳ Saudi Arabia ຢູ່ທີ່ ຕຶກກຳລັງກໍ່ສ້າງ ໃນນະຄອນ Riyadh ປະເທດ Saudi Arabia.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ສະຫະລັດ ທ່ານ Ash Cater ​ໄດ້ຮຽກຮ້ອງ​ໃຫ້​ ສະພາ​ການ ​ຮ່ວມມືໃນເຂດ​ອ່າວ​ເປີ​ເຊຍ ຫລື GCC ພົວພັນ​ເພີ້​ມຂຶ້ນ ​ເພື່ອ​ຕໍ່ສູ້​ຕ້ານ​ກຸ່ມລັດ​ອິສລາມ.

​ໃນ​ການ​ຖະ​ແຫລ​ງ ໃນ​ວັນ​ພຸດມື້ນີ້ ​ທີ່ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ຂອງສະພາ GCC ທີ່ພະລາດ​ຊະ​ວັງ Diriyah ​ໃນນະ​ຄອນຫລວງ Riyardh ປະ​ເທດ Saudi Arabia ນັ້ນ ທ່ານ Carter ກ່າວ​ວ່າ ສະຫະລັດ ແລະບັນດາ​ປະ​ເທດສະມາຊິກ​ ຂອງສະພາ GCC ​ໄດ້ “ສ້າງ​ຕັ້ງ​ຢູ່ຄູ່ຮວມງານ​ທີ່ໜັກ​ແໜ້ນ” ມາ​ໄດ້​ຫລາຍ​ທົດ​ສະ​ວັດ​ແລ້ວ.

​ເຈົ້າໜ້າ​ທີ່​ອະ​ວຸໂສດ້ານປ້ອງ​ກັນ​ປະ​ເທດຄົນ​ນຶ່ງ​ກ່າວ​ວ່າ ການ​ເນັ້ນ​ໜັກ​ທີ່​ສຳຄັນ​ສອງ​ຢ່າງ ໃນ​ການ​ຢ້ຽມຢາມຂອງທ່ານ Carter ​ແມ່ນຕໍ່ຕ້ານ​ກິດຈະກຳ​ທຳລາຍ ຄວາ​ມໝັ້ນຄົງ​ຂອງ​ ອີຣ່ານ ​ແລະ​ເອົາຊະນະກຸ່ມ​ລັດ​ອິສລາມ.

ທ່ານ Carter ​ໄດ້​ຮຽກຮ້ອງ​ໃຫ້ບັນດາ​ປະ​ເທ​ດສະມາຊິກ​ຂອງ​ສກະພາ GCC ​ພົວພັນ​ເພີ້​ມ ຂຶ້ນ ​ເພື່ອ​ໃຫ້ການ​ຊ່ວຍເຫລື​ອ​ແກ່ລັດຖະບານ​ອີຣັກ ຕໍ່ສູ້​ກັບ​ລັດກຸ່ມ​ອິສລາມ ​ແລະ​ສ້າງສາ ​ເຂດພັດທະນາ​ຄືນ​ໃໝ່ ​ເຂດທີ່​ພວກ​ຫົວ​ຮຸນ​ແຮງ​ໄດ້​ຖືກ​ຂັບ​ໄລ່ໃຫ້​ຖອນອອກ​ໄປນັ້ນ.

ບັນດາ​ປະ​ເທດ​ສະມາຊິກ​ສະພາ GCC ມາ​ຮອດ​ປັດຈຸບັນນີ້ ຍັງ​ມີ​ຄວາມລັງ​ເລ​ໃຈ ທີ່​ຈະ​ ໃຫ້ການ​ຊ່ວຍ​ເຫລືອ​ແກ່​ນາຍົກລັດຖະມົນຕີອີຣັກ ທ່ານ Haider al-Abadi ​ເພາະວ່າ “ບັນດາ​ປະ​ເທດ​ໃນ​ເຂດອ່າວ​ເປີ​ເຊ​ຍ​ທັງ​ໝົດຍັງມີ​ຄວາ​ມ​ເປັນ​ຫ່ວງ​ກ່ຽວ​ກັບ​ເລື້ອງ​ການ​ເມືອງ ​ແລະການ​ແຊກ​ແຊງຂອງອີຣ່ານຢູ່​ທີ່​ນັ້ນ” ​ອີງ​ຕາມ​ເຈົ້າ​ໜ້າທີ່​ອະ​ວຸໂສ​ດ້ານປ້ອງ​ກັນ ​ປະເທດຄົນ​ນຶ່ງ.

​ເຈົ້າ​ໜ້າ​ທີ່ທ່ານ​ນີ້​ໄດ້​ກ່າວ​ເພີ້​ມວ່າ “ຈຸດ​ມຸ້ງໝາຍ​ຂອງ​ເຮົາ​ໄປ​ຫາ​ເຂົາ​ເຈົ້າ​ກໍ​ຄື ຖ້າ​ຫາກ​ທ່ານ​ ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ອິດ​ທິພົນ​ຂອງພາຍ​ນອກ​ໃນ​ອີຣັກ ທາງທີ່​ດີທີ່​ສຸດທີ່ຈະ​ຕ້ານອິດ ​ທິພົນ​ດັ່ງກ່າວກໍ​ຄືການ​ເຂົ້າ​ໄປແລະ​ພົວພັນ​ດ້ວຍໂຕ​ທ່ານ​ເອງ.”

US Carter GCC
please wait
Embed

No media source currently available

0:00 0:00:36 0:00

ອ່ານຂ່າວພາສາອັງກິດ

XS
SM
MD
LG