ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຫຼຸດຜ່ອນ ຄວາມພະຍາຍາມ ຊ່ອຍເຈລະຈາ ສັນຕິພາບ ໃນຊູແດນໃຕ້ລົງ


ພວກທະຫານຝ່າຍກະບົດ ຍົກປືນຂອງພວກເຂົາຂຶ້ນ ຢູ່ທີ່ຄ້າຍທະຫານ ໃນນະຄອນຫຼວງ Juba ຂອງ
ປະເທດຊູແດນໃຕ້, ວັນທີ 7 ເມສາ 2016.
ພວກທະຫານຝ່າຍກະບົດ ຍົກປືນຂອງພວກເຂົາຂຶ້ນ ຢູ່ທີ່ຄ້າຍທະຫານ ໃນນະຄອນຫຼວງ Juba ຂອງ ປະເທດຊູແດນໃຕ້, ວັນທີ 7 ເມສາ 2016.

ສະຫະລັດ ແມ່ນພ້ອມ ທີ່ຈະເອົາບົດບາດ ທີ່ບໍ່ສຳຄັນປານໃດ ໃນການເຈລະຈາສັນຕິພາບ ລະຫວ່າງ ລັດຖະບານຂອງຊູແດນໃຕ້ ກັບ ບັນດາຜູ້ນຳກຸ່ມກະບົດ ຫຼັງຈາກທີ່ທັງສອງຝ່າຍ ບໍ່ຍິນຍອມ ຈະປະຕິບັດຕາມຂໍ້ຕົກລົງ ທີ່ຈະຕ້ອງຈັດຕັ້ງລັດຖະບານໄລຍະຂ້າມຜ່ານ.

ທ່ານ John Kirby ໂຄສົກຂອງກະຊວງການຕ່າງປະເທດ ໄດ້ກ່າວໃນຖະແຫລງການ ສະບັບວັນອາທິດວານນີ້ ວ່າ ໃນວັນເສົາຜ່ານມາ ລັດຖະບານຊູແດນໃຕ້ ບໍ່ອະນຸຍາດໃຫ້ ເຮືອບິນທີ່ບັນຈຸ ຜູ້ນຳຝ່າຍຄ້ານ ທ່ານ Riek Machar ລົງຈອດ ເພາະວ່າ ຜູ້ນຳກະບົດນັ້ນ ໄດ້ສະເໜີ “ຂໍ້ຮຽກຮ້ອງໂດຍບໍ່ມີເຫດຜົນ” ເພື່ອນຳເອົາອາວຸດ ແລະ ພວກທະຫານ ມາ ນຳທ່ານ ຫຼາຍກວ່າທີ່ ທັງສອງຝ່າຍໄດ້ຕົກລົງກັນໄປແລ້ວ ໃນເມື່ອກ່ອນ.

ທ່ານ Kirby ກ່າວວ່າ “ໂດຍການກະທຳຂອງທັງສອງຝ່າຍ ເພື່ອກີດກັນ ຫຼື ທ່ວງເວລາ ບໍ່ ໃຫ້ທ່ານ ກັບຄືນມາ ນັ້ນ ບັດນີ້ມັນເຖິງເວລາແລ້ວ ທີ່ທັງສອງຝ່າຍ ຈະຕ້ອງຮັບໜ້າທີ່ຫຼັກ ເພື່ອຮັບຜິດຊອບຕໍ່ການຈັດແຈງ ນຳເອົາທ່ານ Riek Machar ກັບຄືນມາຍັງເມືອງ Juba ແລ້ວຈັດຕັ້ງລັດຖະບານໄລຍະຂ້າມຜ່ານ ແລະ ສະແດງໃຫ້ເຫັນວ່າ ພວກເຂົາ ມີຄວາມຈິງໃຈ ຕໍ່ຄຳໝັ້ນສັນຍາ ສັນຕິພາບ.”

ທ່ານ Kirby ກ່າວອີກວ່າ ການເຄື່ອນໄຫວໄປໜ້າ ອັນເປັນຂອບເຂດ ຂອງການພົວພັນ ຂອງສະຫະລັດ ໃນການຊ່ອຍເຫຼືອ ໃຫ້ຊູດານໃຕ້ ຮັບມືກັບເລື້ອງ ຄວາມໝັ້ນຄົງ ແລະ ບັນຫາຕ່າງໆ ດ້ານເສດຖະກິດ ນັ້ນ ແມ່ນຈະ “ກາງຕໍ່ທຸກຝ່າຍ ທີ່ຈະຕ້ອງສະແດງໃຫ້ ເຫັນເຖິງຄວາມໝາຍໝັ້ນ ທີ່ຈະເຮັດວຽກຮ່ວມກັນ ເພື່ອຈັດຕັ້ງປະຕິບັດ ຂໍ້ຕົກລົງ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG