ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ຈະອະນຸມັດ ສັນຍາການກໍ່ສ້າງ ກຳແພງ ຢູ່ຊາຍແດນ ເມັກຊິໂກ


ພວກພະນັກງານ ດຳເນີນຕັ້ງຝາຮົ້ວໃຫ້ສູງຂຶ້ນ ຢູ່ຕາມຊາຍແດນ ສະຫະລັດ ແລະເມັກຊິໂກ.
ພວກພະນັກງານ ດຳເນີນຕັ້ງຝາຮົ້ວໃຫ້ສູງຂຶ້ນ ຢູ່ຕາມຊາຍແດນ ສະຫະລັດ ແລະເມັກຊິໂກ.

ລັດຖະບານ​ສະຫະລັດ ວາງ​ແຜນ​ທີ່​ຈະໃຫ້​ການ​ອະນຸມັດ​ໃນ​ຂັ້ນ​ຕົ້ນກ່ຽວ​ກັບ​ສັນຍາ
​ຕ່າງໆ​ໃນ​ເດືອນ​ເມສາທີ່ຈະ​ມາ​ເຖິງ​ນີ້ ເພື່ອ​ກໍ່ສ້າງ​ກຳ​ແພງຢູ່​ເລາະ​ຕາມ​ຊາຍ​ແດນ​
ສະຫະລັດ​ຕິດ​ກັບເມັກ​ຊິ​ໂກ ໃນ​ການ​ປະຕິບັດ​ຕາມນຶ່ງ​ໃນ​ການ​ໃຫ້​ຄຳ​ໝັ້ນສັນຍາ​ທີ່​ສຳຄັນຂອງປະທານ​າທິບໍດີ Donald Trump ​ໃນລະຫວ່າງ​ການ​ໂຄສະນາ​ຫາ​ສຽງ.

ອົງການພາສີ ​ແລະ ປ້ອງ​ກັນຊາ​ຍ​ແດນ​ສະຫະລັດ ກ່າວ​ວ່າ ຕົນ​ຈະ​ຮັບ​ເອົາ “ຮ່າງ​
ເອກ​ກະສາ​ນ” ການ​ອອກ​ແບບ​ກຳ​ແພງ​ ເລີ້ມ​ແຕ່​ອາທິດ​ໜ້າ​ເປັນ​ຕົ້ນ​ໄປ ​ແລະ​ຈະ
​ເລືອກ​ເອົາ​ການ​ອອກ​ແບບ​ທີ່ດີ​ເລີດ​ ພາຍໃນ​ວັນ​ທີ 20 ມີນາ​ຈະ​ມາ​ເຖິງ​ນີ້. ຫລັງ​ຈາກ
​ນັ້ນ ທາງອົງການ​ກໍຈະຊັກຖາມບັນດາຜູ້​ສະ​ເໜີ​ກ່ຽວ​ກັບ​ການຄາດ​ຄະ​ເນ​ໃນ​ຄ່າກໍ່ສ້າງ
​ແລະ​ຫລັງ​ຈາກ​ນັ້ນກໍຈະ​ທົບ​ທວນເບິ່ງ​ການ​ປະມູນ ແລະ​ເລີ້ມໃຫ້ການ​ສຳ​ປະມານ ​ໃນ​
ກາງ​ເດືອນ​ເມສາ ຊຶ່ງ​ເປັນ​ກຳນົດ​ເວລາ​ທີ່​ວ່ອງ​ໄວ ຢ່າງ​ໜ້າ​ສັນລະ​ເສີນ​ສຳລັບໂຄງ
ການ​ກໍ່ສ້າງ​ຂອງ​ລັດຖະບານ.

ປະທານາທິບໍດີ Trump ກ່າວ​ຕໍ່​ກອງ​ປະຊຸມການ​ເອົາ​ບົດບາດທາງ​ການ​ເມືອງ ຂອງ
ພວກນິຍົມ​ແນ​ວທາງ​ເດີມຫລື CPAC ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ​ໂຄງການ​ສ້າງ​ກຳ​ແພງ
​ໄດ້ດຳ​ເນີນ​ໄປ “​ໄວ​ກ່ອນກຳໜົດ.”

ປະທານາທິບໍດີ Trump ​ໄດ້​ກ່າວ​ຕໍ່​ຝູງ​ຊົນ​ທີ່​ພາກັນ​ຮ້ອງ​ໂຮ​ສະໜັບສະໜູນ​ທ່ານ ​ວ່າ
“ພວກ​ເຮົາ​ຈະ​ພາກັນ​ສ້າງ​ກຳ​ແພງ ບໍ່​ຕ້ອງ​ມີ​ຄວາມ​ເປັນ​ຫ່ວງ. ພວກ​ເຮົາ​ຈະ​ສ້າງ​ກຳ​
ແພງ ພວກ​ເຮົາ​ຈະ​ສ້າງ​ກຳ​ແພງ. ຄວາມ​ຈິງ​ແລ້​ວມັນ​ຈະ​ເລີ້ມ​ໃນ​ບໍ່​ຊ້າ​ນີ້.”

ອົງການ​ພາສີ ​ແລະ​ປ້ອງ​ກັນ​ຊາຍ​ແດນ ທີ່​ເປັນ​ໜ່ວຍ​ປະ​ຕິ​ບັດ​ງານນຶ່ງຂອງ​ກະ​ຊວງ​
ຮັກສາ​ຄວາມ​ປອດ​ໄພພາຍ​ໃນ​ຂອງສະຫະລັດ ບໍ່​ໄດ້ແຈ້ງ​ໃຫ້​ຊາບ​ວ່າ ​ຂັ້ນ​ຕອນການ
ກໍ່​ສ້າງທຳ​ອິດ​ນັ້ນຈະ​ເລີ້ມ​ຢູ່​ໃສ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US Border Wall
please wait
Embed

No media source currently available

0:00 0:01:06 0:00

XS
SM
MD
LG