ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຈະຮັບເອົາ ອົບພະຍົບ ຊາວຊີເຣຍ 10,000 ຄົນ ໃນປີໜ້ານີ້


US to Accept 10,000 Syrian Refugees in the Coming Year
please wait

No media source currently available

0:00 0:01:59 0:00

ຊົມວີດີໂອ ລາຍງານນີ້

ສະຫະລັດ​ກ່າວ​ວ່າ ຕົນ​ຈະ​ຮັບ​ເອົາ​ ອົບພະຍົບຊາວ​ຊີ​ເຣຍ
ຢ່າງ​ນ້ອຍ 10,000 ຄົນ ​ໃນ​ປີທີ່​ຈະ​ມາ​ເຖິງ​ນີ້ ​ແລະ ​ເພີ້​ມການ​
ຊ່ວຍ​ເຫຼືອດ້ານ​ມະນຸດສະທຳ ​ແກ່ພວກ​ທີ່ຫລົບໜີ ຈາກຄວາມ
​ຮຸນ​ແຮງ ​ໃນ​ຊີ​ເຣຍ. ການ​ປະກາດ​ດັ່ງກ່າວ​ມີ​ຂຶ້ນ ​ໃນ​ຂະນະ​ທີ່​
ບັນດາ​ສະມາຊິກ ​ສະພາ​ສະຫະລັດ ຈຳນວນ​ນຶ່ງ ພວມ​ກົດ​ດັນ​
ລັດຖະບານ ​ທ່ານ​ໂອ​ບາມາ ​ໃຫ້​ເຮັດຫຼາຍຂຶ້ນຕື່ມ ​ເພື່ອ​ຮັບ​ມື​ກັບ
​ວິ​ກິດ​ການ​ອົບ​ພະຍົບ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Mike Richman ມີ
​ລາຍ​ງານ​ຕື່ມ ​ຊຶ່ງ​ໄຊ​ຈະ​ເລີ​ນສຸກຈະ​ນຳ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ
​ຕໍ່​ໄປ.


ສະຫະລັດ ​ໄດ້​ຮັບ​ເອົາ​ອົບ​ພະຍົບຊາວ​ຊີ​ເຣຍ ປະມານ 1,500
ຄົນແລ້ວ ນັບ​ຕັ້ງ​ແຕ່ ສົງຄາມ ​ກາງເມືອງຂອງ​ປະ​ເທດ​ດັ່ງກ່າວ ​ໄດ້​ລະ​ເບີດ​ຂຶ້ນ ​ເມື່ອຫຼາຍກວ່າ ​ສີ່​ປີຜ່ານມາ.

​ໃນ​ວັນ​ພະຫັດ​ທີ 10 ກັນຍາ ຜ່ານ​ມາ ສະຫະລັດ​ໄດ້​ປະກາດ​ແຜນການ ​ເພື່ອຊ່ວຍ​ເຫຼືອອົບ​
ພະຍົບຊາວ​ຊີ​ເຣຍ ຕື່ມ​ອີກ ​ໂດຍ​ກ່າວ​ວ່າ ຕົນ​ຈະ​ຮັບ​ເອົາ​ຢ່າງ​ນ້ອຍ 10,000 ຄົນ ​ໃນ​ປີ​ໜ້ານີ້.

ທຳນຽບຂາວ​ກ່າວ​ວ່າ ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ຕົກລົງ​ໃຫ້​ຊາວອົບ​ພະຍົບ​ເຂົ້າມາ​
ໃນ​ປະ​ເທດ​ໄດ້ ໂດຍເລີ້ມ​ຕົ້ນ​ໃນ​ເດືອນ​ໜ້າ​ນີ້.

​ໂຄສົກ​ທຳນຽບຂາວ ທ່ານ Josh Earnest ​ເວົ້າວ່າ “ປະທານາທິບໍດີ ​ໄດ້​ແນະນຳ​ໃຫ້​ທິມງານ ຂອງທ່ານ ພິຈາລະນາ ວິທີເພີ້​ມຂະໜາດ ການ​ຕອບ​ສະໜອງ ​ທີ່​ພວກ​ເຮົາສາມາດ​ເຮັດ​ໄດ້.​ ​ແລະ ສິ່ງ​ນຶ່ງ​ທີ່​ສະຫະລັດ ຈະສາມາດ​ເຮັດ ກໍ​ແມ່ນ​ເລີ້ມ​ຕົ້ນ ຮັບ​ເອົາອົບພະຍົບຊາວ
​ຊີ​ເຣຍ ເຂົ້າມາ​ໃນ​ສະຫະລັດ ຫຼາຍຂຶ້ນ.”

ທຳນຽບຂາວ ​ໄດ້​ຖືກ​ກົດ​ດັນ​ໃຫ້​ເຮັດຫຼາຍຂຶ້ນ ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ ​ດ້ານ​ມະນຸດສະທຳ
ໃນ​ຢູ​ໂຣບ.

​ໃນ​ວັນ​ພຸດ​ທີ 9 ກັນຍາ ຜ່ານ​ມາ ສະມາຊິກ​ສະພາສູງ ສະຫະລັດ ທ່ານ John McCain ສັງກັດ​ ພັກຣີພັບ​ບລີ​ກັນ​ ໄດ້​ກ່າວ​ຄຳ​ປາ​ໄສທີ່​ສະ​ເທືອນ​ໃຈ ຮຽກຮ້ອງ​ ​ສະຫະລັດ ​ໃຫ້ການຊ່ວຍ​ເຫຼືອ ທີ່ດີກ​ວ່າ​ນີ້ ​ແກ່ຊາວອົບ​ພະຍົບ. ທ່ານ​ຢືນ​ຢູ່​ຄຽງ​ຂ້າງ​ພາບ​ຂະຫຍາຍ ​ຂອງ​ສົບ ເດັກຊາຍ​ອາຍຸ
3 ປີ ຊາວຊີ​ເຣຍ ທີ່​ຖືກ​ຄື້ນທະ​ເລພັດ​ຂຶ້ນຝັ່ງ ຫຼັງຈາກ​ທີ່​ລາວຈົມ​ນ້ຳຕາຍ ພ້ອມ​ກັນ​ກັບ ອ້າຍ​ ແລະ ​ແມ່​ ຂອງ​ລາວ ​ໃນ​ເວລາ​ເຮືອ​ລຳ​ນ້ອຍ​ຂອງ​ພວກ​ເຂົາ​ເຈົ້າ ​ໄດ້​ຂວ້ຳ ​ໃນ​ຂະນະ​ທີ່​ມັນ​ມຸ້ງ​ໜ້າ​ໄປ​ຍັງ
​ປະ​ເທດ​ກຣິສ.

ທ່ານ ​ແມັກ​ເຄນ ກ່າວ​ວ່າ ພາບ​ອັນ​ນັ້ນ ​ໄດ້ “ຫຼອກຫຼອນຊາວ​ໂລກ.”

ທ່ານ ​ແມັກ​ເຄນ ​ເວົ້າວ່າ “​ແຕ່ ​ເຮັດ​ວິທີ​ໃດ ຊາວ​ອາ​ເມຣິກັນ ຈຶ່ງຈະເຮັດ​ໃຫ້ຄຳ​ເວົ້າ​ພວກນີ້ ​ເຂົ້າ​ກັບ​ຮູບ​ພາບຂອງ​ພວກເດັກນ້ອຍ​ທີ່​ເສຍ​ຊີວິດ ​ແລະ ຊາວ​ອົບ​ພະຍົບ ຜູ້ໝົດຫວັງ ທີ່​ກຳລັງແລ່ນ​ໜີພ່າຍ​ ​ຕາຍ​ເພື່ອ​ເອົາ​ຊີວິດ​ລອດຢູ່​ນັ້ນ? ປະທານາທິບໍດີ ໂອບາ​ມາ​ເວົ້າ​ໄດ້​
ຈັ່ງ​ໃດ​ວ່າ ມັນ​ເປັນ​ພັນທະ​ທາງ​ດ້ານ​ສິນ​ທຳ​ ຂອງ​ພວກ​ເຮົາ​ທີ່​ຈະ​ຕ້ອງ​ເຮັດ ສິ່ງ​ທີ່​ພວກ​ເຮົາ​ສາມາດ​ເຮັດໄດ້ ​ເພື່ອ​ສະກັດກັ້ນ​ບໍ່​ໃຫ້​ເກີດ​ຄວາມ​ໂຫດຮ້າ​ຍທີ່​ສຸດຕ່າງໆ​ໃນ​ໂລກ​ ​ແຕ່ປະຕິ​ເສດ ບໍ່​ເຮັດ​ຫຍັງ​ເລີຍ ​ເພື່ອ​ຍຸຕິຄວາມ​ໂຫດຮ້າຍ​ ທີ່ກໍາລັງ​ເກີດ​ຂຶ້ນ ​ໃນ​ທຸກໆ​ມື້ ຢູ່​ທີ່​ຊີ​ເຣຍ ​ແລະ ​ໃນ​ທົ່ວ​ຕາ​ເວັນ​ອອກ​ກາງນັ້ນ?”

ການປະ​ກາດ​ໃນ​ວັນ​ພະຫັດ​ທີ 10 ກັນຍາ ຜ່ານ​ມາ ຂອງ​ທຳນຽບຂາວ ​ມີ​ຂຶ້ນ ​ໃນ​ຂະນະ​ທີ່​ຊາວ​ອົບ​ພະຍົບຈຳນວນຫຼວງຫຼາຍ​ເປັນ​ປະຫວັດການ ​ໄດ້​ຫລັ່ງ​ໄຫລ ​ເຂົ້າ​ໄປ​ໃນ​ເຂດ Balkan ຜ່ານ​ໄປ​ຍັງ ຮັງ​ກາຣີ ຊຶ່ງ​ໄດ້​ກົດ​ດັນ​ອອສ​ເຕຣຍ ໃຫ້ໂຈະ​ການ​ບໍລິການ ຂະ​ບວນລົດ​ໄຟ​ຂ້າມ​ຊາຍ​ແດນຕ່າງໆ ຍ້ອນ “​ການເຕົ້າ​ໂຮມທີ່​ໜາ​ແໜ້ນຫຼາຍເກີນ​ໄປ.”

ຮັງ​ກາຣີ ​ເປັນ​ຈຸດ​ຜ່ານ​ທີ່​ສຳຄັນ ສຳ​ຫລັບ​ຊາວ​ອົບ​ພະຍົບ ຜູ້​ຫວັງ​ທີ່ຈະເດີນທາງ​ໄປ​ເຖິງ​ເຢຍຣະມັນ ​ແລະ ບັນດາປະ​ເທດອື່ນໆ​ ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ສະຫະພາບ​ຢູ​ໂຣບ.

The United States says it will accept at least 10,000 Syrian refugees in the coming year and increase humanitarian assistance for those fleeing the violence in Syria.This comes as some U.S. lawmakers are pressing the Obama administration to do more to address the refugee crisis. VOA's Mike Richman has more.

The U.S. has taken in about 1,500 Syrian refugees since the civil war broke out in that country more than four years ago.

On Thursday, the United States announced plans to help Syrian refugees more, saying it will accept at least 10,000 of them in the coming year.

The White House said President Barack Obama agreed to let the refugees in the country starting next month.

(JOSH EARNEST, WHITE HOUSE SPOKESMAN)
"The president has directed his team to consider how we can further scale up our response.And one thing that the United States can do is to begin to admit more Syrian refugees into the United States."

The White House has been under pressure to do more to address the humanitarian crisis in Europe.

On Wednesday, Republican U.S. Senator John McCain made an emotional speech urging the U.S. to better assist the Syrian refugees.He stood next to an enlarged photo of a 3-year-old Syrian boy whose body washed up on shore after he drowned, along with his brother and mother, when their small boat capsized as it headed for Greece.

McCain said that image has "haunted the world."

(JOHN McCAIN, US SENATOR)
"But how can the American people reconcile these words with pictures of dead children and desperate refugees literally running for their lives?How can President Obama say it is our moral obligation to do what we can to prevent the worst atrocities in our world, but refuses to do anything to stop the atrocities that are occuring every single day in Syria and across the Middle East.?"

The White House announcement Thursday came as record numbers of migrants streamed through the Balkans into Hungary, forcing Austria to suspend cross-border train services because of "massive overcrowding."

Hungary is a major transit point for refugees hoping to reach Germany and other Western European countries.

XS
SM
MD
LG