ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພາກຕາເວັນອອກສຽງເໜືອ ສະຫະລັດ ໄດ້ຮັບ ໄພຂົ່ມຂູ່ຈາກ ພາຍຸເຮີຣິເຄນ ເຮີມີນ


ຜູ້ໄປທ່ຽວທະເລ ຢືນຢູ່ຂອບນຳ້ໃນເມືອງ Bridgehampton, ລັດ ນິວຢອກ. 4 ກັນຍາ, 2016.
ຜູ້ໄປທ່ຽວທະເລ ຢືນຢູ່ຂອບນຳ້ໃນເມືອງ Bridgehampton, ລັດ ນິວຢອກ. 4 ກັນຍາ, 2016.

ພາຍຸຫົວໜຶ່ງ ທີ່ເປັນລົມພາຍຸເຮີຣິເຄນ ຫົວທຳອິດ ທີ່ໄດ້ພັດຂຶ້ນ ລັດຟໍລິດາ ທາງພາກຕາ ເວັນອອກສຽງໃຕ້ ຂອງສະຫະລັດ ໃນຫຼາຍກວ່າໜຶ່ງທົດສະວັດຜ່ານມານັ້ນ ແມ່ນຍັງຄົງກໍໍ່ ໃຫ້ເກີດບັນຫາຫຼາຍຢ່າງ ຢູ່ຕາມແຄມຝັ່ງທະເລທາງພາກຕາເວັນອອກສຽງເໜືອຂອງປະ ເທດຢູ່.

ບັນດານັກພະຍາກອນອາກາດ ໄດ້ກ່າວວ່າ ຄວາມແຮງທີ່ຫຼົງເຫຼືອຢູ່ ຂອງເຮີຣິເຄນ Hermine ຈະບໍ່ຂົ່ມຂູ່ລັດ Massachusetts Connecticut ແລະ New York ຫຼາຍປານ ໃດ ໂດຍຈະມີຝົນຕົກຢ່າງໜັກຢູ່ໃນພື້ນທີ່ດັ່ງກ່າວ ແຕ່ອາດຈະຍັງກໍ່ໃຫ້ເກີດສະພາບຂອງ ຄື້ນຟອງທະເລແຮງຢູ່ຕາມແຄມຝັ່ງ ທີ່ຈະເປັນໄພຂົ່ມຂູ່ຕໍ່ຊີວິດຂອງປະຊາຊົນ. ນອກນັ້ນ ພວກເພິ່ນຍັງໄດ້ເຕືອນ ວ່າ ຄື້ນຟອງທະເລໃຫຍ່ອາດເຊາະຊາຍຫາດ ໃນຫຼາຍໆແຫ່ງນຳ ດ້ວຍ.

ສະພາບການດັ່ງກ່າວເຫຼົ່ານັ້ນ ຈະລົບກວນແຜນການຕ່າງໆ ສຳບັນວັນພັກວັນແຮງງານ ໃນວັນຈັນມື້ນີ້ ທີ່ຈັດໃຫ້ເປັນການສິ້ນສຸດຂອງລະດູການພັກຮ້ອນ ທີ່ບໍ່ເປັນທາງການ.

ສູນກາງເຮີຣິເຄນແຫ່ງຊາດ ບໍ່ໄດ້ຄາດໝາຍວ່າ ພາຍຸຫົວນີ້ ຈະພັດຂຶ້ນຝັ່ງທາງພາກຕາ ເວັນອອກສຽງເໜືອ ຂອງສະຫະລັດ. ບັນດານັກພະຍາກອນອາກາດໄດ້ກ່າວວ່າ ມັນຍັງ ຄົງມີຄວາມແຮງໃນລະດັບເຮີຣິເຄນຢູ່ ໃນວັນຈັນມື້ນີ້ ໃນຂະນະທີ່ມັນ ໄດ້ເຄື່ອນໄປທາງ ທິດເໜືອ ຕໍ່ຈາກນັ້ນ ຄາດກັນວ່າ ຈະອ່ອນກຳລັງລົງ ຂະນະທີ່ມັນຫັນປ່ຽນໄປທາງທິດຕາ ເວັນອອກສຽງເໜືອ ແລ້ວ ອອກໄປສູ່ທະເລ.

ເຮີຣິເຄນ Hermine ໄດ້ເຮັດໃຫ້ມີຄົນເສຍຊີວິດຜູ້ໜຶ່ງຢູ່ໃນ ລັດ Florida ແລະ ອີກຄົນໜຶ່ງ ຢູ່ໃນລັດ North Carolina.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG