ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫົວໜ້າ CIA ກ່າວວ່າ ອິຣ່ານມີຄວາມເຕັມໃຈ ຫລາຍຂຶ້ນ ທີ່ຈະທໍາການໂຈມຕີ ໃນດິນແດນສະຫະລັດ


ທ່ານ James Clapper ຜູ້ອໍານວຍການອົງການສືບລັບສະຫະລັດ
ທ່ານ James Clapper ຜູ້ອໍານວຍການອົງການສືບລັບສະຫະລັດ

ຫົວໜ້າ​ອົງການ​ສືບ​ລັບ​ຂອງ​ສະຫະລັດ​ກ່າວ​ວ່າ ​ເວລາ​ນີ້​ມີ​ການ​ຂົ່ມຂູ່ເພີ່ມ​ຂຶ້ນວ່າ​ອິຣ່ານ
ອາດ​ທໍາ​ການ​ໂຈມ​ຕີ​ຢູ່ໃນດິນແດ​ນ ຂອງ​ສະຫະລັດ ຫຼັງຈາກ ​ປະສົບຄວາມ​ລົ້ມ​ແຫຼວ​ ໃນ
ແຜນການ​ລອບ​ສັງຫານ​ເອກ​ອັກຄະ​ລັດຖະທູດ ຊາ​ອູ​ດິ ອາ​ເຣ​ເບຍ ປະ​ຈໍາ​ສະຫະລັດເມື່ອ
ປີຜ່ານມາ.

ທ່ານ James Clapper ຜູ້​ອໍານວຍ​ການອົງການ​ສືບ​ລັບ​ແຫ່ງ​ຊາດຂອງ​ສະຫະລັດ ​ໄດ້
ນໍາ​ສະ​ເໜີ​ລາຍ​ງານ ​ຜົນການ​ຊັ່ງ​ຊາຕີ​ລາຄາ​ປະຈໍາປີ​ຂອງ​ທ່ານ ​ກ່ຽວ​ກັບ​ໄພ​ຂົ່ມຂູ່ຈາກ​ທົ່ວ
ໂລກ​ຕໍ່​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ສະຫະລັດ​ຕໍ່​ຄະນະ​ກໍາມະການສືບລັບ​ສະພາ​ສູງ​ສະຫະລັດ
ເມື່ອ​ວັນ​ອັງຄານ​ວານ​ນີ້ ຊຶ່ງ​ອິຣ່ານ​ເປັນ​ຫົວ​ຂໍ້​ລະດັບ​ນໍາ​ໜ້າ​ຂອງ​ການ​ປຶກສາ​ຫາລື​ກັນ.

ທ່ານ Clapper ກ່າວໃນ​ການ​ໃຫ້​ຄໍາ​ເຫັນທີ່​ມີ​ການ​ກະ​ຕຽມ​ລ່ວງ​ໜ້າ​ວ່າບັດ​ນີ້​ພວກ​ຜູ້ນໍາ
ອິຣ່ານ ມີ​ຄວາມ​ເຕັມ​ໃຈເພີ່ມ​ຂຶ້ນ​ທີ່ຈະ​ທໍາ​ການ​ໂຈມ​ຕີ​ສະຫະລັດ ​ໃນ​ກໍລະນີ​ທີ່ມີ​ການຂົ່ມຂູ່
ທີ່​ແທ້​ຈິງ ຫລື​ລ່ວງ​ຮູ້ ​ໂດຍ​ສະຫະລັດ​ຈາກ​ອຳນາດ ການ​ປົກຄອງ​ຂອງອິຣ່ານນັ້ນ.

ເມື່ອ​ເດືອນ​ຕຸລາ​ປີ​ຜ່ານມາ​ນີ້ ກະຊວງ​ຍຸຕິ​ທໍາ​ສະຫະລັດ​ໄດ້​ກ່າວ​ຫາ​ຊາ​ວອິຣ່ານສອງ​ຄົນ ​ທີ່
ສົມຮູ້​ຮ່ວມ​ຄິດ​ກັນ​ກັບ​ວົງ​ການ​ລັດຖະບານ​ອິຣ່ານ​ເພື່ອ​ສັງ ຫານ​ເອກ​ອັກຄະ​ລັດຖະທູດ​ຊາ​ອຸ​
ດິອາ​ເຣ​ເບຍ​ປະ​ຈໍາ​ສະຫະລັດ.

ການ​ຊັ່ງຊາ​ຕີ​ລາຄາ​ທີ່​ວ່ານີ້ ມີ​ຂຶ້ນ​ໃນ​ຂະນະ​ທີ່​ປະ​ເທດ​ມະຫາ​ອຳນາດ​ຕາ​ເວັນ ຕົກ​ພວມ​ລົງ​
ໂທດ​ໜັກ​ກວ່າ​ເກົ່າ​ຕໍ່​ອີຣ່ານ ​ເພື່ອ​ໃຫ້​ຢຸດ​ເຊົາ​ກິດຈະກຳ​ນິວ​ເຄຼຍ ທີ່​ສຳຄັນ ທີ່​ປະ​ເທດ​ຕາ​ເວັນ​
ຕົກ​ສົງ​ໄສ​ວ່າ ​ແນ​ໃສ່​ເພື່ອ​ສ້າງ​ອາວຸດ​ນິວ​ເຄລຍນັ້ນ. ອີຣ່ານຢຶນຢັດ​ວ່າ ໂຄງການ​ນິວ​ເຄລຍ
ຂອງ​ຕົນ​ມີ​ຈຸດ​ປະສົງ​ໃນ​ທາງ​ສັນຕິ.

XS
SM
MD
LG