ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ຊາຍຄົນນຶ່ງ ຖືກຕັດສິນ ຈຳຄຸກ 17 ປີ ຍ້ອນວາງແຜນ ກໍ່ການຮ້າຍ


ຕຶກຫໍລັດຖະສະພາສະຫະລັດ
ຕຶກຫໍລັດຖະສະພາສະຫະລັດ
ຜູ້ພິພາກສາສານທ່ານນຶ່ງຂອງສະຫະລັດ ໄດ້ຕັດສິນລົງໂທດຈໍາ
ຄຸກຜູ້ຊາຍຄົນນຶ່ງ ໃນລັດ Massachusetts ເປັນເວລາ 17 ປີໃນ
ຖານວາງແຜນທີ່ຈະສົ່ງເຮືອບິນໃຊ້ເຄື່ອງບັງຄັບຄວບຄຸມ ຕິດລະ
ເບີດແລ້ວບິນເຂົ້າໂຈມຕີ ທໍານຽບຫ້າແຈ ແລະຕຶກລັດຖະສະພາ
ສະຫະລັດ.

ທ້າວ Rezwan Ferdaus ອ່ານຄໍາໃຫ້ການຂອງລາວຕໍ່ສານທີ່
ນະຄອນ Boston ໃນວັນພະຫັດວານນີ້. ທ້າວ Ferdaus ບໍ່ໄດ້
ຂໍຂະມາໂທດກ່ຽວກັບການກະທຳຂອງລາວແຕ່ໄດ້ກ່າວວ່າ ລາວ
ຍິນດີຮັບເອົາຊະຕາກໍາຂອງລາວ ແລະພວມລໍຖ້າ ອະນາຄົດອັນ
ແຈ່ມໃສກວ່າເກົ່າ.

ເຈົ້າໜ້າທີ່ຂອງລັດຖະບານກາງ ໄດ້ຈັບທ້າວ Ferdaus ປີກາຍ
ນີ້ ຫລັງຈາກລາວ ໄດ້ເປີດເຜີຍແຜນຂອງລາວໃຫ້ແກ່ພວກນັກສືບທີ່ປອມຕົວເປັນສະມາ ຊິກຂອງກຸ່ມກໍ່ການຮ້າຍ al-Qaida.

ຄະນະໄອຍະການກ່າວວ່າ ທ້າວ Ferdaus ຕ້ອງການຢາກຈະເຮັດສົງຄາມສັກສິດທາງ ສາສໜາ ຕ້ານສະຫະລັດ.
XS
SM
MD
LG