ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຈັບຜູ້ຕ້ອງຫາ ກໍ່ການຮ້າຍ


ທັດສະນີຍະພາບ ນະຄອນຫຼວງວໍຊິງຕັນ ຮວມທັງ ອະນຸສາວະລີວໍຊິງຕັນ ອະນຸສາວະລີລິນຄອນ ແລະຫໍລັດຖະສະພາ ສະຫະລັດ
ທັດສະນີຍະພາບ ນະຄອນຫຼວງວໍຊິງຕັນ ຮວມທັງ ອະນຸສາວະລີວໍຊິງຕັນ ອະນຸສາວະລີລິນຄອນ ແລະຫໍລັດຖະສະພາ ສະຫະລັດ

ເຈົ້າໜ້າທີ່ສະຫະລັດ ໄດ້ຈັບຜູ້ຊາຍອະເມຣິກັນ ເຊື້ອສາຍ
ປາກິສຖານຄົນນຶ່ງໃນຂໍ້ຫາວາງແຜນໂຈມຕີລະບົບລົດໄຟ
ໃຕ້ດິນທີ່ກຸງວໍຊິງຕັນ ແລະແບ່ງປັນຂໍ້ມູນກັບຜູ້ຄົນທີ່ລາວ
ເຊື່ອວ່າ ມີຄວາມສຳພັນກັບກຸ່ມກໍ່ການຮ້າຍອາລກາຍດາ.

ເຈົ້າໜ້າທີ່ກະຊວງຍຸດຕິທຳຂອງສະຫະລັດກ່າວວ່າ ນາຍ
Farooque Ahmed ໄວ 34 ປີ ໄດ້ທຳການຖ່າຍຮູບ
ສະຖານີລົດໄຟໃຕ້ດິນແຫ່ງຕ່າງໆ ໃນບໍລິເວນອ້ອມແອ້ມ
ນະຄອນຫຼວງຂອງສະຫະລັດແລະວາງແຜນໂຈມຕີດ້ວຍ
ລະເບີດພ້ອມໆກັນ. ເຈົ້າໜ້າທີ່ ເວົ້າວ່າ ລາວເລີ້ມໄປສັງ
ເກດເບິ່ງ ສະຖານທີ່ຕ່າງໆ ໃນຕົ້ນເດືອນເມສາປີນີ້ແລະ
ເຈົ້າໜ້າທີ່ສືບສວນຂອງລັດຖະບານກາງສະຫະລັດ ໄດ້ ຕິດຕາມການເຄື່ອນໄຫວຂອງລາວ ຢ່າງໃກ້ຊິດ.

ລັດຖະມົນຕີຊ່ອຍວ່າການກະຊວງຍຸດຕິທຳຂອງສະຫະລັດຮັບຜິດຊອບກ່ຽວກັບຄວາມ
ໝັ້ນຄົງແຫ່ງຊາດ ທ່ານ David Kris ກ່າວວ່າ ຄະດີ​ທີ່​ວ່ານີ້ ແມ່ນໄດ້ເນັ້ນໃຫ້ເຫັນເຖິງ
ຄວາມຈຳເປັນໃນການສືບຕໍ່ເຝົ້າລະວັງ ກ່ຽວກັບໄພຂົ່ມຂູ່ຂອງພວກກໍ່ການຮ້າຍ.

XS
SM
MD
LG