ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດເຊຍ ປະກາດຢຸດຍິງ ຄັ້ງໃໝ່ ທີ່ເມືອງ Aleppo


ຄວັນໄຟ ພຸ່ງຂຶ້ນສູ່ທ້ອງຟ້າ ຈາກເມືອງ Manbij, ແຂວງ Aleppo, ຊີເຣຍ. 8 ມິຖຸນາ, 2016.
ຄວັນໄຟ ພຸ່ງຂຶ້ນສູ່ທ້ອງຟ້າ ຈາກເມືອງ Manbij, ແຂວງ Aleppo, ຊີເຣຍ. 8 ມິຖຸນາ, 2016.

ຣັດເຊຍ ໄດ້ປະກາດການຢຸດຍິງ ​ເປັນ​ເວລາ 48 ຊົ່ວ​ໂມງ ທີ່ເມືອງ Aleppo ໃນຕອນຄ່ຳຂອງວັນພຸດວານນີ້, ບໍ່ເທົ່າໃດຊົ່ວໂມງຫຼັງຈາກ ສະຫະລັດ ໄດ້ຮຽກຮ້ອງໃຫ້ ຣັດເຊຍ ແລະ ປະທານາທິບໍດີ ຊີເຣຍ ທ່ານ Bashar al-Assad ເຄົາລົບນັບຖືຂໍ້ຕົກລົງຢຸດ​ຍິງ​ທົ່ວປະເທດ ທີ່ໄດ້ບັນລຸ​ກັນໃນ ເດືອນກຸມພາທີ່ຜ່ານມາ.

ກະຊວງປ້ອງກັນປະເທດ ຣັດເຊຍ ໄດ້ກ່າວໃນຖະແຫຼງການສະບັບໜຶ່ງວ່າ “ໃນການລິ ເລີ່ມຂອງ ຣັດເຊຍ, ການ​ຢຸດ​ຍິງ ໄດ້ຖືກນຳສະເໜີ ທີ່ເມືອງ Aleppo ເປັນເວລາ 48 ຊົ່ວໂມງຈາກ ນັບ​ແຕ່ວິນາທີ​ທຳອິດ​ຫຼັງຈາກທ່ຽງ ຄືນຂອງວັນທີ 16 ເດືອນມິຖຸນາ​ເປັນ ຕົ້ນ​ໄປດ້ວຍເປົ້າໝາຍ​ແນ​ໃສ່ການ ຫຼຸດຜ່ອນລະດັບຂອງຄວາມຮຸນແຮງຈາກການໃຊ້ ອາວຸດ ແລະ ເຮັດໃຫ້ ສະຖານະການໝັ້ນຄົງຂຶ້ນ.”

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ໄດ້ກ່າວຫາ ຣັດເຊຍ ແລະ ລັດຖະບານ ຊີເຣຍ ກ່ຽວກັບ ການເລືອກປະຕິບັດໃຊ້ສັນ ຍາການຢຸດຍິງ, ໃນຂະນະທີ່ກອງ ກຳລັງຕ່າງໆຂອງທ່ານ Assad ຍັງສືບຕໍ່ ການບຸກ​ໂຈມ​ຕີ ເພື່ອຍຶດຄືນເມືອງ Aleppo ເຊິ່ງ ເປັນເມືອງທີ່ໃຫຍ່ທີ່ສຸດ ໃນປະເທດ ແລະ ເປັນເມືອງມໍລະດົກໂລກຂອງອົງການ UNESCO.

ທ່ານ Kerry ໄດ້ກ່າວໃນວັນພຸດວານນີ້ທີ່ນະຄອນຫຼວງ Oslo ປະເທດ Norway ວ່າ “ມັນມີຄວາມຊັດເຈນຫຼາຍຂຶ້ນວ່າ ການຍຸຕິ​ຄວາມ​ເປັນ​ປໍລະ​ປັກ​ກັນແມ່ນ ໄດ້ຊຸດໂຊມລົງ ແລະ ຕົກຢູ່ໃນຄວາມສ່ຽງ ເຊິ່ງມັນມີຄວາມສຳຄັນສຳລັບການ ມີຂໍ້ຕົກລົງຢຸດຍິງອັນ ແທ້ຈິງ.”

ທ່ານ ໄດ້ກ່າວເພີ່ມເຕີມວ່າ “ຣັດເຊຍ ຕ້ອງເຂົ້າໃຈ​ເຖິງ ຄວາມອົດທົນຂອງ ພວກເຮົາ ບໍ່ແມ່ນວ່າ ບໍ່ມີຂອບເຂດ, ແຕ່ວ່າມັນມີຂີດຈຳກັດຫຼາຍກັບການ ທີ່ວ່າທ່ານ Assad ຈະປະຕິບັດມັນໄດ້ ຫຼື ບໍ່.”

ທ່ານ Kerry ກ່າວວ່າ “ດັ່ງນັ້ນພວກເຮົາໄດ້ເຮັດໃຫ້ມັນມີຄວາມກະຈ່າງແຈ້ງ ແລ້ວວ່າ, ຍົກເວັ້ນແຕ່ພວກເຮົາຈະໄດ້ຮັບຄຳນິຍາມທີ່ດີກວ່າ ກ່ຽວກັບວິທີ ທີ່ຈະເຮັດຂໍ້ຕົກລົງການ ຢຸດຍິງນີ້ໃຫ້ໄດ້ຜົນແນວໃດ, ວີທີທີ່ມັນຈະຖືກບັງຄັບ ໃຊ້, ມັນໃຊ້ໄດ້ກັບໃຜ, ມັນໃຊ້ແນວໃດ, ພວກເຮົາຈະບໍ່ນັ່ງຢູ່ທີ່ນັ້ນໃນຂະນະ ທີ່ທ່ານ Assad ສືບຕໍ່ການໂຈມຕີໃນ ເມືອງ Aleppo ແລະ ໃນຂະນະທີ່ ຣັດເຊຍ ສືບຕໍ່ທີ່ຈະສະໜັບສະໜູນການປະຕິບັດ ການດັ່ງກ່າວ."

ທ່ານ Kerry ໄດ້ກ່າວວ່າ ສະມາຊິກຝ່າຍຄ້ານຂອງ ຊີເຣຍ ກໍຍັງຈະສືບຕໍ່ການ ຕໍ່ສູ້ຂອງ ພວກເຂົາເຈົ້າ.

ຂໍ້ຕົກລົງການຢຸດຍິງໃນເດືອນກຸມພາທີ່ຜ່ານມາ ສ່ວນໃຫຍ່​ແມ່ນ​ໄດ້​ພັງ ທະລາ​ຍລົງ​ແລ້ວ ແລະ ມີຄວາມກ້າວໜ້າພຽງໜ້ອຍດຽວທີ່ຈະເຈລະຈາ ກ່ຽວກັບ ການປ່ຽນແປງທາງດ້ານ ການເມືອງ ທີ່ຄວນຈະເລີ່ມຕົ້ນຂຶ້ນໃນວັນທີ 1 ເດືອນສິງຫານີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG