ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຳລັງ​ ຮັກສາ ຄວາມ​ປອດ​ໄພ​​ ໄນ​ຈີ​ເຣຍ ​ໄດ້​ຮັບ​ຄຳເຕືອນ ລ່ວງໜ້າ ກ່ອນ​ຈັບ ໂຕ​ປະ​ກັນ (ສະໄລດ໌/ວີດີໂອ)


NIGERIA KIDNAPPING CNPK
please wait

No media source currently available

0:00 0:01:57 0:00

ເບິ່ງວີດີໂອເລື້ອງ ພວກກຸ່ມຫົວ​ຮຸນ​ແຮງອິສລາມ​ Boko Haram ໄດ້ລັກພາໂຕ ພວກນັກຮຽນຍິງ​ໄປ ຫຼາຍກວ່າ 300 ຄົນ.

ກຸ່ມປົກປ້ອງ​ສິດ​ທິມະນຸດ ກຸ່ມນຶ່ງກ່າວ​ວ່າ ກອງ​ກຳລັງ​ ຮັກສາ
ຄວາມ​ປອດ​ໄພ ໄນ​ຈີ​ເຣຍ ​ໄດ້​ຮັບ​ຄຳເຕືອນລ່ວງໜ້າ ​ກ່ຽວ​ກັບ
​ການ​ໂຈມ​ຕີ ໂຮງຮຽນ​ກິນນອນຜູ້​ຍິງ ຊຶ່ງ​ພວກກຸ່ມຫົວ​ຮຸນ​ແຮງ
ອິສລາມ​ ໄດ້ລັກພາ​ໂຕ ພວກນັກຮຽນຍິງ​ໄປ ຫຼາຍກວ່າ 300
ຄົນນັ້ນ.

ອົງການ​ນິລະ​ໂທດ​ກຳ​ສາກົນ ກ່າວ​ວ່າ ກອງ​ກຳລັງ​ຮັກສາຄວາມ
​ປອດ​ໄພ ໄນ​ຈີ​ເຣຍ ບໍ່ໄດ້ດຳເນີນການໃດໆ ເພື່ອຮັບມື​ກັບຄຳ
​ເຕືອນ ​ທີ່​ໄດ້ມີການສົ່ງໄປໃຫ້ 4 ຊົ່ວ​ໂມງກວ່າໆ ກ່ອນທີ່ກຸ່ມຫົວ​ຮຸນ
​ແຮງອິສລາມ Boko Haram ທຳ​ການ​ໂຈມ​ຕີ​ສະຖານ​ທີ່​ດັ່ງກ່າວ
ທີ່ເມືອງ Chibok ໃນຕອນ ແລງຂອງ​ວັນ​ທີ 14 ເມສາ​ຜ່ານ​ມາ.

ກຸ່ມປົກປ້ອງສິດທິມະນຸດ​ດັ່ງກ່າວໄດ້ຖິ້ມໂທດໃສ່ ການບໍ່ມີການເຄື່ອນໄຫວ ຍ້ອນ​ຄວາມບໍ່
ສາມາດ ໃນການຮວບຮວມກຳລັງທະຫານ ເນື່ອງບໍ່ມີຊັບພະຍາກອນພຽງພໍ ​ແລະ ເປັນ
ໄປໄດ້ ຢ້ານເກີີດການປະທະກັນ ​ກັບກຸ່ມຫົວ​ຮຸນ​ແຮງອິສລາມດັ່ງກ່າວ ​ທີ່ມີ​ອາ​ວຸດ​ຍຸດ​ໂທ
ປະກອນ ທີ່ດີກວ່າ.

​ອົງການ​ນິລະ​ໂທດກຳສາກົນ​ ກ່າວໃນ​ວັນ​ສຸກ ວານນີ້ວ່າ ເຂົາເຈົ້າ​ຮູ້ ເລື່ອງ ຄຳເຕືອນຂອງ
ພວກຫົວ​ຮຸນ​ແຮງອິສລາມ ຈາກ​ເຈົ້າໜ້າ​ທີ່ທ້ອງຖິ່ນ ແລະ ເຈົ້າ​ໜ້າ​ທີ່​ທະຫານຂັ້ນອາວຸ​ໂສ
2 ທ່ານ. ຍັງບໍ່ມີປະຕິກິລິຍາໃດໆ ຈາກລັດຖະລານ ໄນຈີເຣຍ.

ໃນມື້ວັນສຸກວານນີ້ ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ໄດ້ສະແດງຄວາມ
ໂກດແຄ້ນ ກ່ຽວກັບການລັກພາໂຕ ພວກນັກຮຽນດັ່ງກ່າວ ແລະ ກໍໄດ້ສະແດງຄວາມຊົມ
ເຊີຍ ຕໍ່ການດຳເນີນ ຄວາມພະຍາຍາມ ຂອງປະຊາຄົມນາໆຊາດ ເພື່ອສະໜອງການຊ່ວຍ
ເຫຼືອ ແກ່ໄນຈີເຣຍ ໃນການຊອກຫາພວກນັກຮຽນເຫຼົ່ານີ້. ໃນການຖະແຫລງ ໃນນາມ ຂອງສະພາຄວາມໝັ້ນຄົງນັ້ນ ເອກອັກຄະລັດຖະທູດເກົາຫຼີໃຕ້ ທ່ານ Oh Joon ກ່າວວ່າ
ສະພາຄວາມໝັ້ນຄົງ ຈະພິຈາລະນາເພື່ອເອົາມາດຕະການ ຕໍ່ກຸ່ມ Boko Haram.

ຜູ້ປົກຄອງລັດ Borno ຂອງໄນຈີເຣຍ ທ່ານ Kashim Shettima ຍັງໄດ້ກ່າວຍົກຍ້ອງ ປະຊາຄົມນາໆຊາດ ໂດຍສະເພາະແລ້ວ ແມ່ນສະຫະລັດ ທີ່ໃຫ້ການຊ່ວຍເຫຼືອ ໃນການ
ຊອກຫາພວກເດັກຍິງເຫຼົ່ານີ້. ມີ ທະຫານສະຫະລັດ ຢ່າງໜ້ອຍ 11 ຄົນ ໄດ້ເດີນທາງໄປ
ເຖິງໄນຈີເຣຍ ແລ້ວ ເພື່ອຊ່ວຍຊອກຫາ ພວກເດັກຍິງ 276 ຄົນ ທີ່ຍັງຫາຍສາບສູນຢູ່ນັ້ນ.
XS
SM
MD
LG