ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Kerry ເດີນທາງໄປ ພາກຕາເວັນອອກກາງ ເພື່ອເຂົ້າຮ່ວມ ກອງປະຊຸມ ກ່ຽວກັບຊີເຣຍ (ວີດິໂອ)


ທ່ານ John Kerry ໄປເຂດຕາເວັນອອກກາງ ໃນມື້ນີ້ ເພື່ອ​ເຂົ້າ​ຮ່ວມກອງປະຊຸມສໍາຄັນຫລາຍໆບັ້ນ ໃນອາທິດນີ້ ກ່ຽວ​ກັບ​ການ​ດໍາເນີນຄວາມພະຍາຍາມ ​ເພື່ອຈັດກອງປະຊຸມສັນຕິພາບ ກ່ຽວ​ກັບຊີເຣຍ.
ທ່ານ John Kerry ໄປເຂດຕາເວັນອອກກາງ ໃນມື້ນີ້ ເພື່ອ​ເຂົ້າ​ຮ່ວມກອງປະຊຸມສໍາຄັນຫລາຍໆບັ້ນ ໃນອາທິດນີ້ ກ່ຽວ​ກັບ​ການ​ດໍາເນີນຄວາມພະຍາຍາມ ​ເພື່ອຈັດກອງປະຊຸມສັນຕິພາບ ກ່ຽວ​ກັບຊີເຣຍ.
ທ່ານ John Kerry ລັດຖະມົນຕີວ່າການຕ່າງປະເທດສະຫະ
ລັດ ອອກເດີນທາງໄປຍັງເຂດຕາເວັນອອກກາງໃນວັນຈັນ
ມື້ນີ້ ​ເພື່ອ​ເຂົ້າ​ຮ່ວມກອງປະຊຸມສໍາຄັນຫລາຍໆບັ້ນໃນອາທິດນີ້
ກ່ຽວ​ກັບ​ການ​ດໍາເນີນຄວາມພະຍາຍາມ ​ເພື່ອຈັດກອງປະຊຸມ
ສັນຕິພາບກ່ຽວ​ກັບຊີເຣຍ ທີ່ສະເໜີຂຶ້ນໂດຍສະຫະລັດ ແລະ
ຣັດເຊຍນັ້ນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:




ທ່ານ Kerry ຈະເດີນທາງໄປຈໍແດນ ເພື່ອເຂົ້າຮ່ວມກອງປະຊຸມກຸ່ມ​ປະເທດເພື່ອນມິດ
ຂອງຊີເຣຍ ໃນວັນພຸດ ຊຶ່ງ​ໃນ​ກອງປະຊຸມດັ່ງກ່າວ ບັນດາ ປະເທດທີ່ສະໜັບສະໜຸນ ຝ່າຍຕໍ່ຕ້ານລັດຖະບານຊີ​ເຣຍຈະພິຈາລະນາ ​ເລື້ອງ​ການເຈລະຈາສັນຕິພາບທີ່ທ່ານ
ແລະ ລັດຖະມົນຕີວ່າການຕ່າງປະເທດຣັດເຊຍ ທ່ານ Sergie Lavrov ໄດ້ສະເໜີ
ໃຫ້ຈັດຂຶ້ນ ​ໃນ​ເດືອນ​ໜ້າ​ນັ້ນ.

ແຜນການຂອງພວກທ່ານແມ່ນຫລິງເຫັນ ການນໍາເອົາຝ່າຍຕໍ່ຕ້ານ ແລະຝ່າຍລັດຖະ
ບານຊີ​ເຣຍເຂົ້າມາ​ເຈລະຈາກັນ ໃນການຊອກວິທີຈັດຕັ້ງອໍານາດການປົກຄອງໄລຍະ
ຂ້າມຜ່ານໃໝ່ຂຶ້ນມາ ເພື່ອຍຸຕິການສູ້ລົບກັນ ທີ່ມີ ມານານກວ່າສອງປີ. ​ແຕ່​ຍັງບໍ່ມີຝ່າຍ
ໃດເວົ້າເລີຍວ່າ ພວກເຂົາເຈົ້າຈະເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ຝ່າຍຕໍ່ຕ້ານລັດຖະບານ ມີແຜນທີ່ຈະຕັດສິນໃຈ ໃນລະຫວ່າງການປະຊຸມ ກັນ ໃນວັນພະຫັດຈະມາເຖິງນີ້ ຢູ່ເທີກີ.

ລາຍຊື່ຂອງປະເທດທີ່ຈະເຂົ້າຮ່ວມ ແມ່ນຍັງບໍ່ຈະແຈ້ງເທື່ອ ໂດຍມີຣັດເຊຍ ຮຽກຮ້ອງ
ໃຫ້ອິຣ່ານ ພັນທະມິດຂອງຊີເຣຍ ເຂົ້າຮ່ວມນໍາ ໃນຂະນະທີ່ຝຣັ່ງ ເວົ້າວ່າ ຕົນບໍ່ຢາກ ໃຫ້ອິຣ່ານເຂົ້າຮ່ວມໃນການເຈລະຈາ.

ເບິ່ງວີດິໂອກ່ຽວກັບການສູ້ລົບໃນຊີເຣຍ:

ວີດິໂອກ່ຽວກັບ ຊີເຣຍ
please wait

No media source currently available

0:00 0:00:50 0:00
XS
SM
MD
LG