ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ມີແຜນ ຈະຊ່ອຍເຫຼືອ ດ້ານອາວຸດ ແກ່ພວກຕໍ່ຕ້ານ ໃນຊີເຣຍ (ສະໄລດ໌/ວີດີໂອ)


 ຜູ້ຊາຍຄົນນຶ່ງ ພວມອູ້ມເດັກນ້ອຍ ທີ່ໄດ້ຮັບບາດເຈັບສາຫັດ ຈາກການສູ້ລົບ ລະຫວ່າງພວກຕໍ່ຕ້ານລັດຖະບານຊີເຣຍ ແລະທະຫານລັດຖະບານ ທີ່ເມືອງ Idlib ໃນພາກເໜືອຊີເຣຍ (11 ມີນາ 2012)
ຜູ້ຊາຍຄົນນຶ່ງ ພວມອູ້ມເດັກນ້ອຍ ທີ່ໄດ້ຮັບບາດເຈັບສາຫັດ ຈາກການສູ້ລົບ ລະຫວ່າງພວກຕໍ່ຕ້ານລັດຖະບານຊີເຣຍ ແລະທະຫານລັດຖະບານ ທີ່ເມືອງ Idlib ໃນພາກເໜືອຊີເຣຍ (11 ມີນາ 2012)
ເຈົ້າໜ້າທີ່ສະຫະລັດ ກ່າວວ່າ ວໍຊິງຕັນພວມກ້າວໄປໜ້າກ່ຽວກັບ ແຜນການໃຫ້ຄວາມຊ່ອຍເຫຼືອທາງດ້ານອາວຸດ ແກ່ພວກຕໍ່ຕ້ານ ລັດຖະບານໃນຊີເຣຍຫຼັງຈາກໜ່ວຍສືບລັບຂອງສະຫະລັດລາຍ
ງານວ່າ ໄດ້ພົບເຫັນຫລັກຖານທີ່ຈະແຈ້ງກ່ຽວກັບການໃຊ້ອາວຸດ ເຄມີໂດຍທະຫານລັດຖະບານຊີເຣຍ.

ທ່ານ Ben Rhodes ຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງສະຫະລັດກ່າວໃນວັນພະຫັດວານນີ້ວ່າ ສະຫະລັດມີຄວາມ
ເຊື່ອໝັ້ນໃນລະດັບສູງວ່າ ຊີເຣຍໄດ້ໃຊ້ອາວຸດເຄມີຮວມທັງແກັສ ພິດຊາຣິນທີ່ທຳລາຍລະບົບປະສາດໃນຂອບເຂດຈຳກັດຫຼາຍໆ
ຄັ້ງ ຢູ່ໃນສົງຄາມກາງເມືອງຊີເຣຍ.

ເພື່ອເປັນການຕອບໂຕກ່ຽວກັບເລື່ອງນີ້ ທ່ານ Rhodes ເວົ້າວ່າ ປະທານາທິບໍດີບາຣັກ ໂອ
ບາມາ ໄດ້ຕັດສິນໃຈທີ່ຈະສົ່ງການຊ່ອຍເຫຼືອໂດຍກົງທາງທະຫານ ໄປໃຫ້ພວກນັກລົບຂອງ ຝ່າຍຕໍ່ຕ້ານລັດຖະບານ. ທ່ານບໍ່ຍອມໃຫ້ຄວາມເຫັນໃດໆ ກ່ຽວກັບລັກສະນະຂອງການສະ ໜັບສະໜຸນ ມີພຽງແຕ່ກ່າວວ່າ ມັນຈະມີຄວາມແຕກຕ່າງ ທັງໃນດ້ານຂອບເຂດ ແລະປະລິ ມານ ເມື່ອສົມທຽບໃສ່ການໃຫ້ຄວາມຊ່ອຍເຫຼືອຂອງສະຫະລັດໃນປັດຈຸບັນ.



ແຕ່ພວກເຈົ້າໜ້າທີ່ສະຫະລັດ ທີ່ຂໍສະຫງວນຊື່ ກ່າວຮັບຮູ້ໃນເວລາຕໍ່ມາວ່າ ອາວຸດແລະລູກ
ປືນຈະຮວມຢູ່ໃນແຜນການໃຫ້ຄວາມຊ່ອຍເຫຼືອແກ່ຕໍ່ພວກຕໍ່ຕ້ານລັດຖະບານດັ່ງກ່າວ. ມາ ຮອດປັດຈຸບັນ ສະຫະລັດພຽງແຕ່ໃຫ້ການຊ່ອຍເຫຼືອທາງດ້ານສະບຽງ ຢາປົວພະຍາດ ແລະ ການຊ່ອຍເຫຼືອອື່ນໆທີ່ບໍ່ແມ່ນອາວຸດ.

ທ່ານ Anders Fogh Rasmussen ເລຂາທິການໃຫຍ່ຂອງອົງການເນໂຕ້ໄດ້ກ່າວຊົມເຊີຍ ຕໍ່ອັນທີ່ທ່ານເອີ້ນວ່າ “ການຖະແຫຼງຢ່າງຈະແຈ້ງຂອງສະຫະລັດ”. ທ່ານເວົ້າວ່າ ການໃຊ້ອາ ວຸດເຄມີ ແມ່ນເປັນສິ່ງທີ່ຮັບເອົາບໍ່ໄດ້ຢ່າງເດັດຂາດ ແລະຮຽກຮ້ອງໃຫ້ຊີເຣຍ ອະນຸຍາດໃຫ້ ອົງການສະຫະປະຊາຊາດ ສືບສວນເບິ່ງລາຍງານຂ່າວເຫຼົ່ານີ້.

ເຈົ້າໜ້າທີ່ສືບລັບສະຫະລັດກ່າວມາໄດ້ຫຼາຍເດືອນແລ້ວວ່າ ເຂົາເຈົ້າສົງໄສວ່າມີ ການນຳໃຊ້ ອາວຸດເຄມີ ໂດຍທະຫານລັດຖະບານຊີເຣຍ ແຕ່ປະທານາທິບໍດີໂອບາມາເວົ້າວ່າ ທ່ານຕ້ອງ ໄດ້ເຫັນຫຼັກຖານອັນຈະແຈ້ງເສຍກ່ອນ ກ່ອນທີ່ຈະຕັດສິນໃຈ ເອົາບາດກ້າວໃນຂັ້ນຕໍ່ໄປ.

XS
SM
MD
LG