ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສປຊ ກ່າວວ່າ ຕ້ອງເອົາ ບາດກ້າວ ທີ່ກ້າຫານ ເພື່ອຮັບມື ກັບຄວາມຮຸນແຮງ ທີ່ Aleppo


ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວຢູ່ ທີ່ນະຄອນນິວຢອກ ຂົ່ມຂູ່ທີ່ຈະຕັດການຕິດຕໍ່ທັງໝົດ ກ່ຽວກັບ ຊີເຣຍ.
ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວຢູ່ ທີ່ນະຄອນນິວຢອກ ຂົ່ມຂູ່ທີ່ຈະຕັດການຕິດຕໍ່ທັງໝົດ ກ່ຽວກັບ ຊີເຣຍ.

ຫົວໜ້າ​ຫ້ອງການ​ສິດທິ​ມະນຸດ ສະຫະ​ປະຊາດ​ ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ການ​ເອົາ​ບາດກ້າວທີ່​ກ້າຫານ​ແມ່ນ​ຈຳ​ເປັນ​ໃນ​ການ​ຕອບ​ໂຕ້ ຕໍ່​ອັນ​ທີ່​ກຳລັງເກີດ​ຂຶ້ນ​ຢູ່່​ໃນເມືອງ Aleppo ທາງພາ​ກ​ເໜືອ​ຂອງຊີ​ເຣຍ ບ່ອນ​ທີ່​ມີ​ການ​ໂຈມ​ຕີຊຶ່ງແນ​ໃສ່​ເປົ້າ​ໝາຍ​ໃສ່​ທີ່​ໝັ້ນ​ພວກ​ຕໍ່ຕ້ານ ທາງ​ພາກຕາ​ເວັນ​ອອກ​ຂອງເມື່ອ​ງດັ່ງກ່າວ ກຳ ລັງ​ເປັນ​ຜົນ “ກະທົບ​ຢ່າງ​ຮ້າຍ​ແຮງ” ຕໍ່​ພົນ​ລະ​ເຮືອນ.

ທ່ານ Zeid Ra’ad Al Hussein ກ່າວ​ວ່າ “ການປະ​ເຊີນ​ໜ້າ​ກັບ​ຄວາມ​ຮຸນ​ແຮງແລະ​ການທຳລາຍລ້າງ​ທີ່​ໜ້າ​ຢ້ານ​ກົວ ​ແລະ​ການ​ເອົາ​ບາດກ້າວ​ພິ​ເສດ​ຕ້ອງ​ໄດ້​ລົງມືປະ​ຕິ​ບັດ.”

White House Press Sec Josh Earnest on Suspending Talks with Russia
please wait

No media source currently available

0:00 0:00:44 0:00

ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ສະພາ​ຄວາມໝັ້ນຄົງ​ສະຫະ​ປະຊາ​ຊາດ ຮັບ​ເອົາ​ກົດ​ລະບຽບ ​ເພື່ອ​ປ້ອງ​ກັນບໍ່​ໃຫ້​ບັນດາ​ປະ​ເທດສະມາຊິກ​ ຈາກ​ການ​ໃຊ້​ສິດຍັບ​ຢັ້ງ​ເພື່ອ​ກີດ​ກັ້ນ ​ຮ່າງ​ຍັດຕິ​ຕ່າງໆ ​ເວລາ​ທີ່​ມີ​ຄວາມ​ເປັນ​ຫ່ວງ​ອັນ​ຮ້າຍ​ແຮງ ທີ່​ການ​ກໍ່​ອາ​ຊະ​ຍາ​ກຳ​ສົງ​ຄາມ ການ​ກໍ່​ໂທດ​ກຳ​ຕ້ານ​ມະນຸດ​ຊາດ ຫລື​ການ​ຂ້າ​ລ້າງ​ເຊື້ອຊາດ​ເຜົ່າ​ພັນ​ທີ່​ອາດ​ເກີດ​ຂຶ້ນ.

State Dept Press Office Director Trudeau on Suspended Participation in Channels with Russia
please wait

No media source currently available

0:00 0:01:36 0:00

ບັນດາ​ສະມາຊິກຖາວອນ​ໃນ​ສະພາ​ຄວາມ​ໝັ້ນ ສາມາດ​ໃຊ້​ສິດ​ຍັບ​ຢັ້ງ. ​ເຂົາ​ເຈົ້າແມ່ນ ຮວມທັງຣັດ​ເຊຍ ທີ່​ເປັນ​ພັນທະ​ມິດ​ຂອງ​ຊີ​ເຣຍ ​ຕິດຕາມ​ມາ​ດ້ວຍຈີນ ທີ່​ໄດ້​ກີດ​ກັ້ນ​ຂໍ້​ຍັດ ຕິຫລາຍ​ຢ່າງ ທີ່​ໄດ້​ແນ​ໃສ່​ລັດຖະບານ​ຊີ​ເຣຍ ນັບ​ແຕ່​ການ​ຂັດ​ແຍ້​ງ​ໄດ້​ເກີດ​ຂຶ້ນ​ໃນ​ເດືອນ​ມີນາ ປີ 2011 ​ເປັນຕົ້ນມາ. ຊຶ່ງ​ປະ​ເທດ​ໃດ​ປະ​ເທດ​ນຶ່ງ​ຈະ​ສະ​ເໜີ​ສະພາບ​ການ​ໃນ​ຊີ​ເຣຍ ​ໃຫ້​ແກ່​ສານ​ອາຍາ​ສາກົນ​ໄດ້.

ພວກນັກລົບເສຣີຊີເຣຍ ຍິງລູກຈະຫລວດຈາກເມືອງ Haltaya ໃນແຂວງ Hama.
ພວກນັກລົບເສຣີຊີເຣຍ ຍິງລູກຈະຫລວດຈາກເມືອງ Haltaya ໃນແຂວງ Hama.

ສະຫະລັດ​ກໍ​ມີ​ສິດຍັບ​ຢັ້ງ​ເຊັ່ນ​ດຽວ​ກັນ. ສະຫະລັດ​ສະໜັບສະໜຸນ​ພວກ​ຕໍ່ຕ້ານ​ລັດຖະ ບານທ່ານ Assad ຊຶ່ງ​ເປັນ​ຝ່າຍ​ກົງກັນ​ຂ້າມໃນ​ບັນຫາ​ຂັດ​ແຍ້ງ ກັບຣັດ​ເຊຍ ທີ່​ໄດ້​ເຮັດ​ໃຫ້​ປະ​ເທດ​ມະຫາ​ອຳນາດ​ທັງ​ສອງ ຮຽກຮ້ອງ​ໃຫ້​ອີກ​ຝ່າຍ​ນຶ່ງກົດ​ດັນພັກ​ຝ່າຍຕ່າງໆ​ໃນ​ບັນຫາ​ຂັດ​ແຍ້​ງໄປ​ສູ່​ຄວາມ​ພະຍາຍາມໃນ​ການ​ເຈລະຈາ​ສັນຕິພາບ ​ແລະ​ການ​ຢຸດ​ຍິງ.

​ໃນ​ເດືອນ​ແລ້ວ​ນີ້​ປະ​ເທດ​ທັງ​ສອງ​ໄດ້ເຫັນ​ດີນຳ​ຂໍ້ຕົກລົງ ​ທີ່​ແນ​ໃສ່​ເພື່ອ​ຫລຸດຜ່ອນ​ຄວາມ​ຮຸນແຮງ ​ແລະເລັ່ງລັດ​ໃນ​ການຈັດ​ສົ່ງ​ການ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະທຳ​ເຂົ້າ​ໄປ​ໃນ​ເມຶ​ອງ Aleppo ​ແຕ່​ວ່າຂໍ້​ຕົກ​ລົງ​ດັ່ງກ່າວ ໄດ້ແຕກ​ຫັກ​ລົງ​ຢ່າງ​ວ່ອງ​ໄວ ຊຶ່ງສະຫະລັດ ​ແລະຣັດ​ເຊຍ​ ຕ່າງ​ກໍ​ໄດ້​ຖິ້ມ​ໂທດ​ໃສ່ກັນ​ແລະກັນ.

ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ແລະລັດຖະມົນຕີຕ່າງປະເທດຣັດເຊຍ ທ່ານ Sergey Lavrov ຕອບຄຳຖານບັນດານັກຂ່າວ.
ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ແລະລັດຖະມົນຕີຕ່າງປະເທດຣັດເຊຍ ທ່ານ Sergey Lavrov ຕອບຄຳຖານບັນດານັກຂ່າວ.

ສະຫະລັດ​ໄດ້ໂຈະການ​ເຈລະຈາ​ຢຸດ​ຍິງ​ໃນ​ວັນ​ຈັນ​ວານ​ນີ້ ​ໂດຍປະກາດ​ວ່າຄວາມ​ອົດ ທົນ​ກັບຣັດ​ເຊຍ​ໄດ້ “ໝົດ​ລົງ​ໄປ” ​ໂດຍອ້າງ​ວ່າ ຍັງ​ມີ​ການ​ສືບ​ຕໍ່ໂຈມຕີ​ທາງ​ທະຫານ​ຕໍ່​ເປົ້າ​ໝາຍ​ພົນລະ​ເຮືອນ. ຣັດ​ເຊຍກ່າວ​ວ່າ ຕົນ​ເສຍ​ໃຈ​ໃນ​ການ​ຕັດສິນ​ໃຈ​ຂອງ​ສະຫະ ລັດ ​ແລະ​ໄດ້​ສ​ະ​ແດງ​ຄວາມບໍ່ພໍ​ໃຈ​ຕໍ່​ອັນ​ທີ່ຣັ​ດ​ເຊຍ​ກ່າວ​ວ່າ ​ເປັນ ຄວາ​ມລົ້ມ​ແຫລວ​ຂອງ​ສະຫະລັດທີ່​ຈະ​ແຍກ​ພວກ​ຕໍ່ຕ້ານ​ນິຍົມແນວທາງ​ປານ​ກາງ ອອກ​ຈາກພວກ​ຫົວ​ຮຸນ​ແຮງນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Syria US Russia
please wait
Embed

No media source currently available

0:00 0:01:20 0:00

XS
SM
MD
LG