ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Trump ມີຄະແນນນຳໜ້າ ຫຼາຍຂຶ້ນ ຂອງຜູ້ສະໝັກ ພັກຣີພັບບລິກັນ


ຜູ້ສະໝັກເຂົ້າແຂ່ງ ປະທານາທິບໍດີ ທ່ານ Donald Trump ກຳລັງທັກທາຍ ກັບຜູ້ສະໜັບສະໜູນ.
ຜູ້ສະໝັກເຂົ້າແຂ່ງ ປະທານາທິບໍດີ ທ່ານ Donald Trump ກຳລັງທັກທາຍ ກັບຜູ້ສະໜັບສະໜູນ.

ການ​ຢັ່ງ​ຫາງສຽງ​ສຳ​ຫລວດທາງດ້ານການ​ເມືອງຄັ້ງໃໝ່ ໃນ
ສະຫະລັດ ສະ​ແດງ​ໃຫ້​ເຫັນ​ວ່າ ມະຫາ​ເສດ​ຖີອະສັງຫາລິມະ
ຊັບ ທ່ານ Donald Trump ໄດ້ມີ ຄະແນນສຽງ​ເພີ້​ມຂຶ້ນ ໃນການ
ນຳໜ້າໝູ່ ສຳລັບການ​ແຂ່ງຂັນ​ທີ່​ໜາ​ແໜ້ນ ໃນປີ 2016 ເພື່ອໃຫ້
ໄດ້ຮັບການແຕ່ງຕັ້ງ ເປັນ​ຜູ້ຕາງໜ້າ ສະໝັກ​ເປັນປະທານາທິບໍດີ
ຂອງພັກຣີພັບ​ບລິກກັນ.

ການ​ຢັ່ງຫາງ​ສຽງ ​ໃນ​ວັນ​ພະຫັດ​ໂດຍມະຫາ​ວິທະຍາ​ໄລ Quinຊ
nipiac ສ​ະ​ແດງ​ໃຫ້​ເຫັນ​ວ່າ ຜູ້ນຳ​ການ​ເມືອງ​ທີ່​ມາໃໝ່ ໄດ້ຮັບການ
ສະໜັບສະໜຸນ 28 ​ເປີ​ເຊັນ​ ຈາກ​ບັນດາ​ຜູ້ມີສະດ​ປ່ອນ​ບັດ​ພັກຣີ
ພັບ​ລລິກັນ. ທ່ານ​ໄດ້​ຄອງຕຳແໜ່ງສຸດ​ຍອດ​ຢ່າງ​ງ່າຍ​ດາຍ ແລະ
ບັນດາ​ຜູ້ທ້າ​ທາຍ​ທີ່ມີຄະແນນໃກ້ຄຽງທ່ານ ຂອງຈຳນວນຜູ້ ສະໝັກທັງໝົດ 17 ຄົນນັນ
ກໍໄດ້ແກ່ ອະດີດ​ນາຍ​ແພດ​ຜ່າຕັດ​ສະໝອງ ທ່ານ Ben Carsen ຊຶ່ງເປັນ​ນັກ​ການ​ເມືອງ
ໃໝ່ອີກຄົນນຶ່ງ​ທີ່​ໄດ້ຄະແນນ 12 ​ເປີ​ເຊັນ​ໃນການສະໜັບສະໜຸນຈາກ​ທົ່ວ​ປະ​ເທດ.

ການສຳຫລວດ ສະມາຊິກພັກພັກຣີພັບ​ບລິ​ກັນ 666 ຄົນ ສະແດງໃຫ້ເຫັນວ່າ 7 ​ເປີ​ເຊັນ
​ສະໜັບສະໜູນອະດີດ​ຜູ້​ປົກຄອງ​ລັດ Florida ທ່ານ Jeb Bush ລູກ​ຊາຍ ​ແລະ​ນ້ອງ​ຊາຍ
ຂອງອ​ະ​ດີດ​ ປະທານາທິບໍດີ ສະຫະລັດ ສະມາຊິກ ສະພາ​ສູງ ລັດ Texas ທ່ານ Ted
Cruz ​ແລະ ສະມາຊິ​ກ ສະພາ​ສູງ ລັດ Florida ທ່ານ Marco Robio.

​ເມື່ອໜຶ່ງ​ເດືອນ​ກ່ອນ ການ​ຢັ່ງ​ສຽງດຽວກັນນີ້ ສະແດງໃຫ້ເຫັນວ່າ ການສະໜັບສະໜູນ
ທ່ານ Trump ແມ່ນຢູ່ລະດັບ 20 ​ເປີ​ເຊັນ. ຄະແນນສຽງທີ່ທ່ານໄດ້ຮັບ ໃນປັດຈຸບັນນີ້ເປັນ
​ຄະແນນ​ສຽງ​ໃຫຍ່ທີ່​ສຸດຂອງມະຫາວິທະຍາໄລ Quinnipiac ທີ່​ໄດ້​ບັນທຶກ ​ລະ​ຫວ່າງ​ຜູ້​
ສະໝັກທີ່ໄດ້ຮັບຄະແນນຫລາຍເປັນອັນດັບໜຶ່ງ ແລະ ອັນດັບ​ສອງ ໃນລະຫວ່າງ​ການ
ສຳ​ຫລວດ​ຫລາຍໆ​ຄັ້ງ ກ່ອນ​ໜ້າ​ກາ​ນ​ເລືອກຕັ້ງ​ຂັນ​ຕົ້ນ ແລະການປະຊຸມຄັດເລືອກຕ່າງໆ
ໃນປີໜ້າ.

ອະດີດ​ລັດຖະມົນຕີ ຕ່າງປະ​ເທດ ສະຫະລັດ ທ່ານ​ນາງ Hillary Clinton ສືບ​ຕໍ່​ມີຄະແນນ
ນຳໜ້າຜູ້ສະໝັກ​ເປັນປະທານາທິບໍດີພັກ​ເດໂມ​ແຄຣັດ ແຕ່ຄະແນນນຳໜ້າຂອງທ່ານນາງ
ພວມຫລຸດນ້ອຍລົງ ທ່າມ​ກາງການ​ສືບຕໍ່ມີຄຳ​ຖາມ ​ກ່ຽວ​ກັບໃຊ້​ອີ​ແມວລຂອງ​ທ່ານນາງ ​ເວ
​ລາ​ທີ່​ທ່ານ​ນາງ​ຍັງຮັບ​ໃຊ້ຢູ່​ໃນລັດຖະບານ. ທ່ານ​ນາງ Clinton ​ໄດ້​ໃຊ້​ບັນຊີອີ​ແມລ ​ແລະ​ເຄຶ່ອງ​ບໍລິການເຊີເວີ ສ່ວນ​ໂຕໃນ ການເຮັດວຽກໃຫ້ລັດຖະບານ ​ເວລາ​ທ່າ​ນນາງໄດ້ເປັນ
ນັກ​ການ​ທູດ​ສູງ​ສຸດ​ຂອງ​ປະ​ເທດ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG