ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາສູງ ສຫລ ຄັດຄ້ານ ຮ່າງກົດໝາຍສະພາຕ່ຳ ກ່ຽວກັບ ການສອດແນມ ໃນປະເທດ


ຜູ້ນຳສຽງສ່ວນຫລາຍໃນສະພາສູງ ສະຫະລັດ ທ່ານ Mitch McConnell ພ້ອມດ້ວຍບັນດາສະມາຊິກສະພາ.
ຜູ້ນຳສຽງສ່ວນຫລາຍໃນສະພາສູງ ສະຫະລັດ ທ່ານ Mitch McConnell ພ້ອມດ້ວຍບັນດາສະມາຊິກສະພາ.

ສະພາ​ສູງ​ສະຫ​ະລັດ​ໄດ້​ຂັດຂວາງຕໍ່ຮ່າງ​ກົດໝາຍ​ຂອງສະພາ​
ຕໍ່າ ສະບັບນຶ່ງ ທີ່​ຈະ​ເຮັດ​ໃຫ້ການເກັບ​ກຳ​ຂໍ້​ມູນ​ທາງ​ໂທລະສັບ
ເປັນຈຳນວນຫຼວງຫຼາຍ​ຢູ່​ໃນ​ປະ​ເທດ ໂດຍອົງການ​ຄວາມ​ໝັ້ນ
ຄົງ​ແຫ່ງ​ຊາດຫລື NSA ນັ້ນ ສິ້ນສຸດລົງ.

ສະພາ​ສູງ ​ໄດ້ລົງ​ຄະ​ແນນ​ສຽງ 57 ຕໍ່ 42 ຄັດຄ້ານ ຕໍ່​ຮ່າງ​ກົດ
ໝາຍ​ດັ່ງກ່າວໃນ​ຕອນ​ເຊົ້າ​ວັນ​ເສົາມື້ນີ້ຫລັງ​ຈາກ​ທ່ຽງ​ຄືນ​ໜ້ອຍ
​ນຶ່ງ. ຫົກ​ສິບຄະແນນ​ສຽງ​ແມ່ນເປັນ​ທີ່​ຕ້ອງການ​ເພື່ອຈະດຳເນີນ
ການຕໍ່​ໄປກັບ​ຮ່າງ​ກົດໝາຍ ທີ່​ໄດ້​ຮັບ​ການ​ເຫັນ​ດີ​ຢ່າງ​ຖ້ວມ​ລົ້ນ
ຈາກສະພາ​ຕ່ຳໃນອາທິ​ດແລ້ວ​ນີ້.

ຮ່າ​ງກົດໝາຍ ທີ່​ຮູ້​ກັນ​ໃນນາມ ສິດ​ເສຣີພາບສະຫະລັດອາ​ເມຣິກາ ຫລື USA Freedom
Act ​ໄດ້​ຜ່ານ​ສະພາ​ຕໍ່າ ​ດ້ວຍຄະ​ແນນ​ສຽງ 388 ຕໍ່ 88.

ແທນທີ່ຈະເກັບ​ກຳ​ເອົາ​ບັນທຶກການໃຊ້ໂທລະສັບ ພາຍໃນ​ປະ​ເທດເປັນຈຳນວນຫຼວງຫຼາຍ ຮວມທັງ​ວັນເວລາ ​ແລະ​ລະຍະ​ເວລາ​ຂອງການໃຊ້​ໂທລະ​ສັບ ຮ່າງ​ກົດໝາຍ​ຂອງ​ສະພາ​ຕໍ່າ
ບັງຄັບ​ໃຫ້ NSA ​ຮັບ​ບັນທຶກ ຈາກບັນດາ​ບໍລິສັດ​ໂທ ລະສັບເອກ​ກະ​ຊົນ ຫລັງຈາກ​ໄດ້​ຄຳ
​ສັ່ງ​ ຂອງ​ສານ​ລັບ​ດ້ານຄວາມ​ໝັ້ນຄົງ​ແຫ່ງ​ຊາດ.

​ໂຄງການ​ເກັບ​ກຳ​ຂໍ້​ມູນ​ເປັນຈຳນວນຫຼວງຫຼາຍດັ່ງກ່າວ ​ໄດ້​ຖືກໂຈມຕີຈາກບັນດາ​ຜູ້ສະໜັບ
ສະໜູນສິດທິ​ພົນ​ລະ​ເມືອງ ຫຼັງ​ຈາກ​ອ​ະດີດພະນັກງານສັນຍາ​ຈ້າງທ້າວ Edward
Snowden ​ໄດ້ເປີດ​ເຜີ​ຍ​ແກ່ພວກນັກ​ຂ່າວ​ໃນ​ປີ 2013.

US Surveillance
please wait
Embed

No media source currently available

0:00 0:01:15 0:00

XS
SM
MD
LG