ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສານສູງສຸດ ສຫລ ຈະຕັດສິນ ກ່ຽວກັບ ການແຕ່ງງານ ຂອງ ຄົນເພດດຽວກັນ


Helen Barnes ຖືປ້າຍສະໜັບສະໜຸນ ການແຕ່ງງານ ຂອງຄົນເພດດຽວກັນ ຢູ່ນອກສານອຸທອນ ເຂດ 5 ທີ່ນະຄອນ New Orleans (9 ມັງກອນ 2015)
Helen Barnes ຖືປ້າຍສະໜັບສະໜຸນ ການແຕ່ງງານ ຂອງຄົນເພດດຽວກັນ ຢູ່ນອກສານອຸທອນ ເຂດ 5 ທີ່ນະຄອນ New Orleans (9 ມັງກອນ 2015)

ສານສູງສຸດຂອງສະຫະລັດ ກ່າວວ່າ ຕົນຈະຕັດສິນ ກ່ຽວກັບວ່າ
ຄູ່ສາມີພັນລະຍາທີ່ເປັນຄົນເພດດຽວກັນມີສິດໃນການແຕ່ງງານ
ຫຼືບໍ່ ພາຍໃຕ້ລັດຖະທຳມະນູນຂອງສະຫະລັດ.

ສານສູງສຸດ ໄດ້ປະກາດໃນວັນສຸກວານນີ້ວ່າ ຕົນຈະພິຈາລະນາ
ແລະຕັດສິນກ່ຽວກັບການຂໍອຸທອນໃນການຕັດສິນຂອງສານຊັ້ນ
ຕົ້ນທີ່ໃຫ້ການສະໜັບສະໜຸນຕໍ່ການຫ້າມກ່ຽວກັບການແຕ່ງງານ
ໃນທຳນອງນີ້ ຢູ່ທີ່ລັດເຄັນຕັກກີ ມີຊິແກນ ໂອຮາຍໂອ ແລະເທັນ
ເນັສຊີ. ນອກນັ້ນແລ້ວອີກ 10 ລັດຍັງຫ້າມບໍ່ມີໃຫ້ມີການແຕ່ງງານ
ປະເພດນີ້.

ການຕັດສິນໃຈທີ່ມີການຄອງຄອຍຖ້າມາເປັນເວລາດົນນານ ເພື່ອຈະຕັດສິນກ່ຽວກັບນຶ່ງ ໃນບັນຫາສັງຄົມ ທີ່ພາໃຫ້ມີການແບ່ງແຍກ ຮ້າຍແຮງທີ່ສຸດ ຂອງປະເທດ ມີຂຶ້ນບໍ່ເທົ່າໃດ ເດືອນ ຫລັງຈາກໄດ້ມີການຕັດສິນຂອງສານຊັ້ນຕົ້ນໃຫ້ການຫ້າມແຕ່ງງານຂອງພວກຮັກ ຮ່ວມເພດເປັນໂມຄະ ຢູ່ໃນອີກ 5 ລັດ.

ໃນສັບປະດາແລ້ວນີ້ ຟລໍຣິດາໄດ້ກາຍມາເປັນລັດທີ 36 ທີ່ໄດ້ອອກໃບສົມລົດໃຫ້ໃຫ້ແກ່ ຄູ່ສາມີພັນລະຍາທີ່ເປັນຄົນເພດດຽວກັນ.

ຜູ້ພິພາກສາສານສູງສຸດ 9 ທ່ານຈະໄດ້ຮັບຟັງການໂຕ້ແຍ້ງສະແດງຄວາມຄິດຄວາມເຫັນ ໃນເດືອນເມສາ ໂດຍທີ່ການຕັດສິນຄາດວ່າ ຈະມີຂຶ້ນໃນເດືອນມິຖຸນາ.

ລັດຖະມົນຕີກະຊວງຍຸຕິທຳຂອງສະຫະລັດ ທ່ານ Eric Holder ໄດ້ອອກຖະແຫຼງຂ່າວສະ ບັບນຶ່ງໃນວັນສຸກວານນີ້ໂດຍກ່າວວ່າ ກະຊວງຍຸຕິທຳມີີທ່າທາງວ່າຈະຍື່ນໃນອັນທີ່ເອີ້ນວ່າ ບົດສະຫລຸບທີ່ເປັນມິດຕໍ່ສານ ກ່ຽວກັບຄະດີ ການແຕ່ງງານຂອງພວກຮັກຮ່ວມເພດ ແລະ ຮຽກຮ້ອງໃຫ້ສານສູງສຸດ ເຮັດໃຫ້ຄວາມສະເໝີພາບໃນການແຕ່ງງານກາຍເປັນຄວາມຈິງ ສຳຫລັບຊາວອາເມຣິກັນທັງມວນ.

US GAY MARRIAGE VO
please wait
Embed

No media source currently available

0:00 0:00:30 0:00

XS
SM
MD
LG