ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານສູງສຸດ ສຫລ ສັ່ງໃຫ້ຈ່າຍ ຄ່າເສຍຫາຍ 2 ຕື້ໂດລາ ໃນການກໍ່ການຮ້າຍ ທີ່ສະໜັບສະໜູນ ໂດຍ ອີຣ່ານ


ຮູບພາບເຫດການທີ່ຖານທັບທະຫານມາຣີນຢູ່ໃກ້ກັບ ສະໜາມບິນ Beirut, ປະເທດເລບານອນ, ຫຼັງຈາກເຫດລະເບີດສະຫຼະຊີບ ທີ່ໄດ້ທຳລາຍຖານທັບ ແລະ ເຮັດໃຫ້ມີຈຳນວນຄົນເສຍຊີວິດຢ່າງຫຼວງຫຼາຍ. 23 ຕຸລາ, 1983.
ຮູບພາບເຫດການທີ່ຖານທັບທະຫານມາຣີນຢູ່ໃກ້ກັບ ສະໜາມບິນ Beirut, ປະເທດເລບານອນ, ຫຼັງຈາກເຫດລະເບີດສະຫຼະຊີບ ທີ່ໄດ້ທຳລາຍຖານທັບ ແລະ ເຮັດໃຫ້ມີຈຳນວນຄົນເສຍຊີວິດຢ່າງຫຼວງຫຼາຍ. 23 ຕຸລາ, 1983.

ສານສູງສຸດສະຫະລັດ ກ່າວວ່າ ອີຣ່ານ ຕ້ອງຈ່າຍ​ເງິນເກືອບ 2 ຕື້ໂດລາຈາກຊັບສິນທີ່ກັກ ໄວ້ ໃຫ້ແກ່ຂອບຄົວຂອງຊາວອາເມຣິກັນ ຜູ້ທີ່ໄດ້ຖືກຂ້າຕາຍ ໂດຍການກໍ່ການຮ້າຍທີ່ ເຕ ຫະຣ່ານ​ໃຫ້ການອຸບປະຖຳ.

ໃນການຕັດສິນດ້ວຍຄະແນນສຽງ 6 ຕໍ່ 2 ໃນວັນພຸດວານນີ້ ສານໄດ້​ເຫັນ​ພ້ອມ​ກັບກົດ ໝາຍ ສະບັບປີ 2012 ທີ່ກ່ຽວຂອງກັບການແບ່ງປັນ​ເງິນ​ດັ່ງກ່າວ. ສານໄດ້ເຫັນດີ​ ໃຫ້​ຈ່າຍ ຄ່າເສຍຫາຍ ໃຫ້ແກ່ຍາດຕິພີ່ ນ້ອງຂອງທະຫານນາວິກະໂຍທິນ 241 ຄົນ ທີ່ເສຍຊີວິດໃນ ການໂຈມຕີກໍ່ການຮ້າຍ ເມື່ອປີ 1983 ຢູ່ທີ່ນະຄອນ Beirut, ທະຫານສະຫະລັດ 19 ຄົນ ທີ່ເສຍຊີວິດໃນການໂຈມຕີດ້ວຍລົດບັນທຸກລະເບີດ ຢູ່ທີ່ຫໍ Khobar ໃນ ຊາອຸດີ ອາເຣ ເບຍ ເມື່ອປີ 1996, ແລະ ການໂຈມຕີອື່ນໆ.

ທະນາຄານ Markazi ຂອງອີຣ່ານ ໄດ້ໂຕ້ຖຽງວ່າ ການຮັບຜ່ານກົດ ໝາຍຂອງລັດຖະສະ ພາ ສະຫະລັດ ແມ່ນຊີ້ນຳໂດຍກົງ ໃຫ້ມອບຄ່າເສຍຫາຍໃຫ້ແກ່ຄອບຄົວຂອງ ພວກເຄາະ ຮ້າຍ ທີ່ໄດ້ສອດເຂົ້າໄປໃນສານສະຫະລັດ ທີ່ໄດ້ພິຈາລະນາການຮຽກຮ້ອງຂໍຄ່າເສຍຫາຍ ຢູ່ແລ້ວນັ້ນ.

ສານສະຫະລັດ ໄດ້ຕັດສິນ ເຫັນພ້ອມກັບພວກເຄາະຮ້າຍ ຈາກການໂຈມຕີກໍ່ການຮ້າຍທີ່ ອີຣ່ານ ໃຫ້ການອຸປະຖຳ ແຕ່ອີຣ່ານ ໄດ້ປະຕິເສດທີ່ຈະປະຕິບັດຕາມຄຳຕັດສິນນັ້ນ ຊຶ່ງ ເຮັດໃຫ້ພວກທະນາຍຄວາມຂອງພວກເຄາະຮ້າຍ ໄປຊອກຫາຊັບສິນຂອງ ອີຣ່ານ ຢູ່ໃນ ສະຫະລັດ.

ກະຊວງການຕ່າງປະເທດ ສະຫະລັດ ໄດ້ກ່າວໃນວັນພຸດວານນີ້ວ່າ ການຕັດສິນຂອງສານ ນັ້ນ ແມ່ນໄດ້ຄາດຫວັງໄວ້ແລ້ວ ແລະ ລັດຖະ ບານ ໄດ້ສະໜັບສະໜູນມາເປັນເວລາຍາວ ນານ ​ໃນການຈ່າຍ​ເງິນຊົດເຊີຍ ໃຫ້ແກ່ພວກຄອບຄົວ ໃນຄະດີນີ້.

ຜູ້ພິພາກສາ ທ່ານນາງ Ruth Bader Ginsbur ທີ່ຂຽນ​ໃນ​ຄຳ​ຕັດສິນ​ຂອງ​ສານ​ນັ້ນ ໄດ້ ກ່າວວ່າກົດໝາຍ “ບໍ່ສາມາດລະ​ເມີດພັນທະຕ່າງໆ ທີ່ກຳນົດໄວ້ຢູ່ແລ້ວ ຕໍ່ລັດຖະສະພາ ແລະ ປະທານາທິບໍດີ ໂດຍລັດຖະທຳມະນູນ.” ຫຼາຍກວ່າ 1,300 ຄົນໄດ້ຮັບຄ່າເສຍ ຫາຍຕ່າງໆໃນຄະດີດັ່ງກ່າວ.

ຮູບພາບສະແດງໃຫ້ເຫັນ ພາບທົ່ວໄປຂອງຫໍຄອຍ Khobar ທີ່ຖືກທຳລາຍໃນເມືອງ Dhahran, ປະເທດ ຊາອູດີ ອາເຣເບຍ. 30 ມິຖຸນາ 1996.
ຮູບພາບສະແດງໃຫ້ເຫັນ ພາບທົ່ວໄປຂອງຫໍຄອຍ Khobar ທີ່ຖືກທຳລາຍໃນເມືອງ Dhahran, ປະເທດ ຊາອູດີ ອາເຣເບຍ. 30 ມິຖຸນາ 1996.

ອ່ານຂ່າວເລື່ອງນີ້ເປັນພາສາອັງກິດ

XS
SM
MD
LG