ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເທດສະການຮູບເງົາ ຊັນແດນ ເລີ້ມຂຶ້ນແລ້ວ ໃນສະຫະລັດ (ສະໄລດ໌)


ທ່ານ Robert Redford ດາຣາຮູບເງົາ ແລະຜູ້ກໍາກັບການສະແດງ ທີ່ມີຊື້ສຽງ ໃນວົງການຮູບເງົາ ໃນສະຫະລັດອາເມຣິກາ.
ທ່ານ Robert Redford ດາຣາຮູບເງົາ ແລະຜູ້ກໍາກັບການສະແດງ ທີ່ມີຊື້ສຽງ ໃນວົງການຮູບເງົາ ໃນສະຫະລັດອາເມຣິກາ.
ບຸນຮູບ​ເງົາ Sundance ປະ​ຈໍາປີໄດ້​ເປີດ​ຂື້ນ​ແລ້ວ​ທີ່​ເມືອງ​ຕາກ
ອາກາດ Park City ​ໃນລັດ Utah ທາງພາກ​ຕາ​ເວັນ​ຕົກຂອງ
ສະຫະລັດ ​ຊຶ່ງ​ມີ​ການ​ສົ່ງ​ຮູບ​ເງົາ 119 ​ເລື່ອງ​ຈາກ 32 ປະ​ເທດ
​ເຂົ້າຮ່ວມ ການ​ປະ​ກວດ​ທີ່​ເມືອງຫລີ້ນ Ski ທີ່ປົກ​ຄຸມ​ໄປ​ດ້ວຍ​ຫິ
ມະ ຊຶ່ງໄດ້​ກາຍ​ມາ​ເປັນໃນ​ອັນ​ທີ່​ຜູ້​ຄົນຮູ້​ກັນ​ວ່າ ບ່ອນ​ພັກຜ່ອນ
​ລະດູ​ໜາວ​ຂອງ Hollywood ນັ້ນ.

ບຸນ​ທີ່​ມີ​ອາຍຸ​ມາ​ໄດ້ເຖິງ 35 ​ປີດັ່ງກ່າວ ​ໄດ້​ເລີ້ມ​ຈາກ ດາຣາຮູບ​ເງົາ ​ແລະ​ຜູ້​ກໍາກັບ​ການສະ​ແດງທ່ານ Robert Redford ​ເພື່ອເປັນ​ຊ່ອງ ​ທາງ​ຊ່ວຍໃຫ້ບັນດາ​ນັກນັກາ​ສ້າງ​ຮູບ​ເງົາ​ອິດສະຫຼະ ສົ່ງ​ເສີມ​ວຽກ​ການ​ຂອງພວກ​ເຂົາ​ເຈົ້າ. ບັດ​ນີ້ ມັນໄດ້​ກາຍ​ມາ​ເປັນ​ບຸນ​ຮູບ​ເງົາ ທີ່​ສໍາຄັນ​ທີ່​ສຸດ​ບ່ອນ​ນຶ່ງຂອງ​ໂລກ ໂດຍມີ​ຊື່​ສຽງ​ໃນການສະ​ແດງ​ຮູບ​ເງົາ ທີ່ໃຊ້​ງົບປະມາ​ໜ້ອຍ ​ແລະພາຍ​ຫລັງມາກໍ​ໄດ້ໄຊຊະນະລາງວັນ​ໃຫຍ່ໆ ​ແມ່ນ​ແຕ່ລາວ​ວັນ​ຕຸກກະຕາ​ຄຳຫຼື Academy Awards ກໍ​ເປັນ​ໄປ​ໃດ້.

ຮູບ​ເງົາ​ທີ່ສົ່ງ​ເຂົ້າປະ​ກວດ ຢູ່​ໃນ​ບຸນເປັນ​ເວລາ 10 ມື້ນັ້ນ ໄດ້​ຖືກ​ຄັດ​ເລືອ​ກມາ​ຈາກຫລາຍ​ເລື່ອງ​ພັນ​ທີ່​ໄດ້​ສົ່ງມາ ຄືປະມານ 4000 ​ເລື່ອງເປັນ​ຮູບ​ເງົາ​ຍາວ ​ແລະຫລາຍ​ກວ່າ 8000 ທີ່​ເປັນ​ຮູບ​ເງົາສັ້ນ.

XS
SM
MD
LG